ແກ່ນໝາກຂາມເສີມພູມຕ້ານທານ-ຢຸດຢັ້ງເຊວມະເຮັງ
ຜົນວິໄຈກ່າວວ່າແກ່ນໝາກຂາມມີປະໂຫຍດຫລາຍຊ່ວຍເສີມພູມຕ້ານທານຕໍ່ສູ້ກັບເຊື້ອໄວຣັສ ແລະ ຢຸດຢັ້ງເຊວມະເຮັງໄດ້ນຳເຊີ່ງຜົນການວິໄຈຢືນຢັນວ່າ ບໍ່ເປັນອັນຕະລາຍຕໍ່ຮ່າງກາຍ.ໃນງານວິໄຈຂອງຕ່າງປະເທດ ຫລາຍຢ່າງທີ່ໄດ້ວິໄຈກ່ຽວກັບແກ່ນຫມາກຂາມພົບວ່າໃນເນື້ອແກ່ນຫມາກຂາມມີໄຂມັນ ແລະ ສານໂພລີແຊດຄາໄລ ເຊີ່ງມີລິດເສີມພູມຕ້ານທານໃນຮ່າງກາຍ ໂດຍໄຂມັນຈະໄປກະຕຸ້ນໃຫ້ພູມຕ້ານທານ ໃນຮ່າງກາຍສູງຂຶ້ນເພື່ອຕໍ່ສູ້ກັບເຊື້ອພະຍາດແລະ ສີ່ງແປກປອມ ຕ່າງໆທີ່ເຂົ້າສູ່ຮ່າງກາຍ ໂດຍສະເພາະເຊື້ອໄວຣັສ. ນອກຈາກນີ້ສານໂພລີແຊດ ຄາໄລ ຍັງເປັນນ້ຳຕາໂມເລກຸນດ່ຽວທີ່ບໍ່ກໍ່ໃຫ້ເກີດພະຍາດເບົາຫວານ ຄືກັບນ້ຳຕານໂມເລກຸນຄູ່ ເປັນຕົ້ນວ່າ ກລູໂຄສ ໂດຍຈາກການທົດລອງພົບວ່າແກ່ນຂອງຫມາກຂາມສາມາດປີ່ນປົວພາວະເບົາຫວານຂອງໜູ ທົດລອງໄດ້ສ່ວນເປືອກແກ່ນຫມາກຂາມທີ່ມີສີນ້ຳຕານນັ້ນຈະມີສານແທນນິນທີ່ບໍ່ລະລາຍນ້ຳເປັນສ່ວນປະກອບເຖິງ35% ສາມາດນຳມາພັດທະນາເປັນຢາປິ່ນປົວພະຍາດໄດ້.
ທີ່ມາ: ມາຈາກຫນງັສືພິມ
ไม่มีความคิดเห็น:
แสดงความคิดเห็น