5 ປະໂຫຍກທີ່ຄົນປະສົບຄວາມສຳເລັດບໍ່ເວົ້າ ໃນອົງກອນ ຫລື ບ່ອນເຮັດວຽກ
1. ນັ້ນບໍ່ຢູ່ໃນໜ້າທີ່ທີ່ຂອງຂ້ອຍ
ໂດຍປົກກະຕິແລ້ວ ເມື່ອເວລາເຂົ້າເຮັດວຽກແນ່ນອນວ່າຕ້ອງເຈິໜ້າທີ່ຫຼາຍຕໍ່ຫຼາຍຢ່າງ ຈັ່ງໃດກໍ່ຕາມ ເມື່ອເຮັດວຽກໄປເລື້ອຍໆ ແລະ ໜ້າທີ່ການງານກໍ່ຕ້ອງຂະຫຍາຍຕາມການປ່ຽນແປງໃນໜ້າທີ່ຄວາມຮັບຜິດຊອບ ແລະ ກໍ່ມີ່ຄວາມຫວັງຕາມມາ ລວມໄປເຖິງຫົວໜ້າຂອງເຈົ້າທີ່ໂຍນວຽກ ໃໝ່ໆມາໃຫ້ ແລະ ແນ່ນອນວ່າອາດຈະເຮັດໃຫ້ບາງຄົນບໍ່ພໍໃຈກັບການປ່ຽນແປງ ແລ້ວກໍ່ເວົ້າປະໂຫຍກທີ່ໄດ້ກ່າວມາເພື່ອເປັນການລະບາຍອອກມາ
ວິທີການດີໆຕໍ່ການຮັບມືໃນສະຖານະການນີ້ກໍ່ຄື ການນັດລົມກັບຫົວໜ້າ ກ່ຽວກັບບົດບາດແລະ ໜ້າທີ່ຂອງເຈົ້າຢ່າງຊັດເຈນ ຫຼືຄາດຫວັງເພີ່ມເຕີມ ເຊິ່ງການເວົ້າຢ່າງເປັນທາງການນີ້ຈະດີກວ່າການທີ່ເຈົ້າຈະມີຂໍ້ອ້າງ ແລະ ປະຕິເສດງານທີ່ຖືກມອບໝາຍເພາະວ່າການເວົ້າປະໂຫຍກ (ນັ້ນບໍ່ຢູ່ໃນໜ້າທີ່ທີ່ຂອງຂ້ອຍ) ເຮັດໂຕເອງເປັນຄົນກຽດຄ້ານຫ ຫຼື ບໍ່ມີ່ຄວາມມຸ່ງໜັ້ນນັ້ນເອງ.
2. ມັນເຮັດບໍ່ໄດ້ດອກ
ການບອກຍອມແພ້ແຕ່ຕົ້ນມັນເຮັດໃຫ້ເຈົ້າເປັນພວກປະເພດຍອມແພ້ ແລະ ຄົນເຫຼົ່ນນີ້ກໍ່ບໍ່ໄດ້ຮັບການໂປຣໂມດໃນອົງກອນ ຫຼື ບອ່ນເຮັດວຽກ ເພາະແທນທີ່ຈະຍອມແພ້ແຕ່ຕົ້ນ ແລ້ວມາລອງພະຍາຍາມຫາວິທີການຕອບ ເພື່ອຊີ້ແຈງບັນຫາ ຫຼື ຫາວິທີອື່ນໃນການເຮັດໃຫ້ວຽກສຳເລັດ ແມ່ນຢູ່ວ່າບັນຫານັນຢູ່ໃນລະດັບຍາກຊະນິດເປັນໄປບໍ່ໄດ້ ແຕ່ຜູ້ບໍລິຫານ ແລະ ຫົວຫນ້າຂອງທ່ານຢາກໄດ້ຂໍ້ສະເໜີ ຫຼືແນວຄິດທີ່ເຮັດໃຫ້ວຽກສຳເລັດ ຫຼາຍກວ່າຄຳວ່າ "ບໍ່” , ເຊີ່ງຫາກທ່ານສາມາດແກ້ບັນຫາໄດ້ ທ່ານຈະກາຍເປັນຄົນທີ່ມີຄ່າໃນອົງກອນ ຫຼື ບ່ອນເຮັດວຽກ ນັ້ນໆ.
3. ມັນບໍ່ແມ່ນຄວາມຜິດຂອງຂ້ອຍ
ບໍ່ມີໃຜທີ່ຢາກເຮັດວຽກກັບຄົນທີ່ໂຍນຄວາມຜິດໃຫ້ຄົນອື່ນ ການທີ່ເຮົາຍອມຮັບຄວາມຜິດແທນນັ້ນ ຈະເຮັດໃຫ້ຄົນອື່ນເບິ່ງເຮົາໃນແງ່ບວກ ຈາກບັນຫາດັ່ງກ່າວ, ແລະຜູ້ທີ່ກະທຳຜິດນັ້ນຈະຮູ້ສຶກຜິດເອງ ^^
4. ຂ້ອຍບໍ່ຕ້ອງການຄວາມຊ່ວຍເຫຼືອຈາກຜູ້ໃດ
ການເຮັດວຽກຄົນດຽວອາດຈະເຮັດໃຫ້ເຈົາຄິດວ່າເຈົ້າເກັ່ງ ແລະ ເໜືອກວ່າຄົນອື່ນ ແຕ່ຄົນອື່ນອາດຈະບໍໄດ້ເບິ່ງເຈົ້າແບບນັ້ນແຖມຍັງເຮັດໃຫ້ຄົນອ້ອມຂ້າງວ່າພວກເຂົາບໍໄດ້ເປັນທີ່ຕ້ອງການຂອງເຈົ້າ (ແລ້ວພວກເຂົາຈະເຮັດວຽກໄປເຮັດຫຍັງ).
5. ມັນບໍ່ຍຸດຕິທຳ
ຊິວີດເຮົາມັນບໍ່ມີເລື່ອງທີ່ຍຸດຕິທຳສະເໝີຢູ່ແລ້ວ , ການເອົາແຕ່ບອກວ່າມັນບໍ່ແຟຣ໌ ແລະ ບໍ່ຊ່ວຍໃຫ້ຊີວິດຂອງເຮົາດີຂື້ນເລີຍ ອາດຈະດີກວ່າຖ້າທ່ານເຮັດວຽກໃຫ້ໜັກຂື້ນ ແລະ ຫາວິທີ່ສ້າງໂອກາດໃຫ້ໂຕເອງ. ແທນທີ່ທ່ານຈະເສຍເວລາໄປກັບການເວົ້າແບບນັ້ນ.
ທີ່ມາ: Galaxy Laos Club
ไม่มีความคิดเห็น:
แสดงความคิดเห็น