ສະເປນເປືອຍຮ່າງກາຍໝູ່ ຕ້ານການຂ້າສັດຈຳນວນຫຼາຍ ເພື່ອຜະລິດເສື້ອກັນໜາວ


ສະເປນເປືອຍຮ່າງກາຍໝູ່ ຕ້ານການຂ້າສັດຈຳນວນຫຼາຍ ເພື່ອຜະລິດເສື້ອກັນໜາວ

ສຳນັກຂ່າວເອເອຟພີລາຍງານຈາກເມືອງບາເຊໂລນາ ປະເທດສະເປນເມື່ອວັນທີ 11 ທັນວາວ່າ ກຸ່ມເຄື່ອນໄຫວເພື່ອສິດທິສັດຫຼາຍສິບຄົນ ພ້ອມໃຈກັນເປືອຍຮ່າງກາຍ ແລະ ສະເລືອດປອມທົ່ວຮ່າງກາຍ, ນອນລວມກັນໃນໃຈກາງເມືອງບາເຊໂລນາ ເມື່ອວັນອາທິດທີ່ຜ່ານມາ ເພື່ອຮຽນແບບຊາກກອງສັດ ໂດຍມີຜູ້ຖືແຜ່ນປ້າຍພາສາອັງກິດວ່າ “ຈັກຊີວິດ ຕ້ອງສັງເວີຍ ເພື່ອຜະລິດເສື້ອຄຸມພຽງຜືນດຽວ?”.
ຜູ້ຮ່ວມໃນເຫດການກ່າວວ່າ ເປັນສິ່ງທີ່ສຳຄັນຫຼາຍໃນການດຶງດູດຄວາມສົນໃຈ ຕໍ່ສິ່ງທີ່ເກີດຂຶ້ນກັບສັດ ເຊິ່ງສ່ວນໃຫຍ່ບໍ່ມີໃຜສັງເກດເຫັນ ສັດທຸກທໍລະມານ ແລະ ເສຍຊີວິດໃນຟາມລ້ຽງ.
ໃນແຕ່ລະປີມີສັດກວ່າ 60 ລ້ານໂຕ ລວມທັງກວ່າ 32 ລ້ານໂຕໃນສະຫະພາບເອີຣົບ (ອີຢູ) ຖືກຂ້າທົ່ວໂລກ ເພື່ອຜະລິດເສື້ອຄຸມກັນໜາວ ແລະ ສິ່ງຂອງຕ່າງໆຈາກໜັງຂອງພວກມັນ ຈາກຂໍ້ມູນສິດທິສັດລະຫວ່າງປະເທດ AnimaNaturalis ທີ່ຈັດການປະທ້ວງເທື່ອນີ້ ໂດຍເອີຣົບຜະລິດເສື້ອຄຸມຂົນມິ້ງປະມານ 70% ຂອງໂລກ ແລະ 63% ຂອງເສື້ອຄຸມໝາຈິ້ງຈອກ.

ຂອບໃຈທີ່ມາ: http://www.devcrown.com/

ไม่มีความคิดเห็น:

แสดงความคิดเห็น