iPod ລຸ່ນທຳອິດຈາກ Apple ຍັງບໍ່ໄດ້ແກະກ່ອງ ຖືກວາງຂາຍໃນລາຄາ 1,619,326,000 ກີບ
ບໍ່ດົນກ່ອນໜ້ານີ້ ເຄີຍມີຄົນປະກາດຂາຍ iPhone ລຸ່ນທຳອິດທີ່ຍັງບໍ່ໄດ້ແກະກ່ອງເທິງ eBay ໃນລາຄາປະມານ 183,775,000 ກີບ ແລະ ລ່າສຸດມີລາຍງານວ່າ ຍັງມີຜະລິດຕະພັນອື່ນຂອງ Apple ທີ່ຖືກຂາຍໃນມູນຄ່າທີ່ສູງກວ່າຫຼາຍເທົ່າ ນັ້ນຄື iPod ລຸ່ນທຳອິດ ເຊິ່ງຜູ້ຂາຍກ່າວວ່າຍັງບໍ່ໄດ້ແກະກ່ອງ ແລະ ເຄາະລາຄາທີ່ 1,619,326,000 ກີບ ເຊິ່ງແຫຼ່ງຂ່າວລະບຸວ່າ ຜູ້ຂາຍມີປະຫວັດໃນການຈຳໜ່າຍຜະລິດຕະພັນຫາຍາກຂອງ Apple ມາກ່ອນແລ້ວ ແຕ່ໃຜທີ່ຈະຍອມຈ່າຍເງິນ 1,619,326,000 ກີບ ເພື່ອຊື້ສິນຄ້າທີ່ລາວເອງກໍ່ບໍ່ຢາກແກະກ່ອງ.
iPod ລຸ່ນທຳອິດ ເປີດໂຕທາງການໃນ Apple Campus ເມື່ອວັນທີ 23 ຕຸລາ 2001 (ກ່ອນ iPhone ລຸ່ນທຳອິດຈະເປີດໂຕໃນອີກ 6 ປີຕໍ່ມາ) ໃຊ້ຈໍສະແດງຜົນ Monochrome ຂະໜາດ 2 ນິ້ວ, ມີຄວາມຈຸໃນໂຕ 5GB , ຄວບຄຸມການໃຊ້ງານດ້ວຍປຸ່ມກົດແບບ Scroll Wheel ຫຼື ວົງລໍ້ເລື່ອນ ຈາກນັ້ນໃນປີຕໍ່ມາໄດ້ຮັບການອັບເກຣດເພີ່ມຄວາມຈຳ ແລະ ປ່ຽນປຸ່ມຄວບຄຸມໃຫ້ເປັນແບບ Touch Wheel.
ไม่มีความคิดเห็น:
แสดงความคิดเห็น