ວັນທີ 21 ທັນວາທີ່ຜ່ານມາ ນາງເອກສາວ ແຕ້ວ ນະຖະພອນ ທີ່ກຳລັງໂດ່ງດັງຈາກບົດ ເຈົ້າແມ່ນາຄີ ໃນລະຄອນ ນາຄີ ທີ່ຫາກະຈົບໄປເມື່ອບໍ່ດົນມານີ້ ໄດ້ເດີນທາງໄປທີ່ຄຳຊະໂນດ, ເມືອງບ້ານດຸງ, ແຂວງອຸດອນທານີ ພ້ອມກັບຜູ້ກຳກັບອ໊ອຟ ພົງພັດ ຖວາຍບາສີພະຍານາກ ສັກກາລະເຈົ້າປູ່ສີສຸດໂທ ໂດຍເອື້ອຍແຕ້ວ ຍັງໄດ້ໃສ່ຊຸດ “ເຈົ້າແມ່ນາຄີ” ລຳຖວາຍໜ້າສານເຈົ້າປູ່ສີສຸດໂທນຳອີກ.
ເອື້ອຍແຕ້ວ ໄດ້ໂພສຕ໌ຄລິປ ທີ່ຕົນເອງໄດ້ຖ່າຍທອດສົດ ຫຼັງຈາກລຳຖວາຍປູ່ສີສຸດໂທນາຄະຣາດ ທີ່ຄຳຊະໂນດ, ແຂວງອຸດອນທານີ ໂດຍມີແຟນຄລັບທັງຊາວໄທ ແລະ ຊາວລາວລ້ວນແຕ່ພາກັນມາຂໍຖ່າຍຮູບ ກັບນາງເອກຢ່າງຫຼວງຫຼາຍ ໂດຍພາກັນເວົ້າເປັນສຽງດຽວກັນວ່າ “ຄຳແກ້ວງາມຫຼາຍໆ” ເຊິ່ງ ”ເອື້ອຍແຕ້ວ” ກໍ່ບອກວ່າ “ຂອບໃຈຫຼາຍໆເດີ້”.
ຂອບໃຈແຫຼ່ງຂ່າວຈາກ: ຂ່າວສົດ
ไม่มีความคิดเห็น:
แสดงความคิดเห็น