ເຖິງ​ແມ່ນວ່າ ຈະ​ນອນ​ດຶກ​ແຕ່​ມີ​ວິທີ​ເຮັດໃຫ້​ຕື່ນ​ເຊົ້າ​ໄດ້​ ພຽງແຕ່ເຮັດແບບນີ

ຕັ້ງ​ໂມງ​ປຸກ​ກ່ອນ​ເວລາ​ປົກກະຕິ​ປະ​ມານ​ 15 ນາ​ທີ​
ຈາກ​ທີ່​ເຄີຍ​ຕັ້ງ​ໄວ້​ໃຫ້​ປຸກ​ 06.00 ນາທີ.​ ລອງ​ປັບ​ເວລາ​ຕັ້ງ​ປຸກ​ໃໝ່​ເປັນ​ 05.45 ນາທີ.​ ຢ່າງ​ນ້ອຍ​ຫາກ​ຍັງ​ຕິດ​ນິ​ໄສ​ມັກ​ນອນ​ອ້ອຍ​ອິ່ງ​ເທິງ​ຕຽງ​ຫຼັງ​ຈາກ​ປິດ​ໂມງ​ປຸກ​ໄປ​ແລ້ວ​ ກໍ​ຍັງ​ພໍ​ມີ​ເວລາ​ໃຫ້​ຕື່ນ​ມາ​ທັນ​ເວລາ​ 06.00 ນາທີ.​ ຕາມ​ທີ່​ຕັ້ງ​ໃຈ​ໄວ້​ແຕ່​ທຳອິດ​
ວ່າແທ້ໆ ຫາກ​ບໍ່​ຈຳ​ເປັນ​ກໍ​ບໍ່​ແນະ​ນຳ​ໃຫ້​ໃຊ້​ວິທີ​ນີ້​ ເພາະ​ມີ​ງານ​ວິ​ໄຈພົບ​ວ່າ​ການ​ກົດ​ເລື່ອນ​ໂມງ​ປຸກ​ ສ່ຽງ​ສະ​ມາ​ທິ​ສັ້ນ​ ຄວາມ​ຈຳ​ກໍ​ບໍ່ດີອີກ​​
ລຸກ​ທັນ​ທີ​ທີ່​ສຽງ​ໂມງ​ປຸກ​ດັ່ງ​
ສຳລັບ​ຄົົນທີ່​ມັກ​ຈະ​ນອນ​ເພີນ​ຈົນ​ລືມ​ເວລາ​ສະເໝີ​ ອີກ​ໜຶ່ງ​ທາງ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຕື່ນ​ເຊົ້າ​ໄດ້​ຢ່າງ​ທີ່​ຫວັງ​ກໍ​ຄົງ​ຕ້ອງ​ຕື່ນ​ທັນ​ທີ​ທີ່​ໄດ້​ຍິນ​ສຽງ​ໂມງ​ປຸກ​ ທີ່​ສຳຄັນ​ຢ່າ​ແຕ່​ນອນ​ຄິດ​ຂໍ້​ອ້າງ​ແລະ​ຫ້າມ​ນ​ອນ​ຕໍ່​ແມ່ນແຕ່​ວິ​ນາ​ທີ​ດຽວ​
ວາງ​ໂມງ​ປຸກ​ໃຫ້​ຫ່າງ​ຈາກ​ຕຽງ​
ໄລຍະ​ຫ່າງ​ຂອງ​ໂມງ​ປຸກ​ກັບ​ຕຽງ​ນອນ​ຄວນ​ໄກ​ຫລາຍ​ພໍ​ຈະ​ເຮັດໃຫ້​ເຮົາ​ຕ້ອງ​ລຸກ​ແລະ​ຍ່າງ​ໄປ​ປິດ​ ໂມງ​ປຸກ​ທີ່​ສົ່ງ​ສຽງ​ໄດ້​ ຊຶ່ງ​ການ​ທີ່​ໄດ້​ລຸກ​ຈາກ​ທີ່ນ​ອນ​ນີ້​ແຫຼະ​ທີ່​ຈະ​ເຮັດໃຫ້​ຮ່າງກາຍ​ຕື່ນ​ໄດ້​ປະ​ມານ​ໜຶ່ງ​ ຫຼັງ​ຈາກ​ນັ້ນ​ຈະ​ເລືອກ​ກັບ​ໄປ​ນອນ​ຕໍ່​ຫລື​ເລີ່ມ​ກິດຈະກຳ​ຂອງ​ມື້​ໃໝ່​ ກໍ​ລອງ​ຖາມ​ໃຈ​ຕົວ​ເອງ​ເບິ່ງ​
ປິດ​ພັດ​ລົມ​ ປິດ​ແອ​ຫລື​ປັດ​ຜ້າ​ຫົ່ມ​ອອກຈາກ​ຕົວ​
ປະຕິເສດ​ໄດ້​ບໍ​​ວ່າ​ການ​ໄດ້​ນອນໃນ​ອາ​ກາດ​ເຢັນ​ໆ​ ມັນ​ສະບາຍ​ຢ່າງ​ບອກ​ບໍ່​ຖືກ​ແລະ​ນີ້​ແຫຼະ​ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້​ເຮົາ​ນອນ​ຕື່ນ​ສວາຍ​ມາ​ຫຼາຍ​ເທື່ອ​ ສະ​ນັ້ນ​ຖ້າ​ຢາກ​ຕື່ນ​ເຊົ້າ​​ຕ້ອງ​ຍອມ​ຕັດ​ໃຈ​ ລຸກ​ມາ​ປິດ​ພັດ​ລົມ​ ປິດ​ແອ​ ພ້ອມ​ກັບ​ຕອນ​ທີ່​ໂມງ​ປຸກ​ກໍ​ໄດ້​ຫລື​ໃນ​ວັນທີ​ອາ​ກາດ​ໜາວໆ​ ເຢັນໆ​ ຈັດການ​ປັດ​ຜ້າ​ຫົ່ມ​ອອກຈາກ​ຕົວ​ ໃຫ້​ເຮົາ​ຮູ້ສຶກ​ຮ້ອນ​ຫລື​ໜາວ​ເກີນ​ຈະ​ນອນ​ຕໍ່​ໄດ້​ອີກ​
ເປີດ​ຜ້າມ່ານ​ໃຫ້​ແສງ​ແດດ​ສ່ອງ​ເຂົ້າ​ມາ​ໄດ້​
ນີ້​ກໍ​ເປັນ​ວິທີ​ທີ່​ໄດ້​ຜົນ​ກັບ​ຫຼາຍ​ຄົນ​ມາ​ແລ້ວ​ ໂດຍ​ກ່ອນ​ຈະ​ເຂົ້າ​ນອນ​ໃຫ້​ເຈົ້າ​ກຽມ​ເປີດປ່ອງຢ້ຽມ​ຫ້ອງ​ນອນ​ຖິ້ມ​ໄວ້​ ຍິ່ງ​ໃນ​ຕຳແໜ່ງ​ທີ່​ກົງ​ກັບ​ຕຽງ​ນອນ​​ໄດ້​ຈະ​ຍິ່ງ​ດີ​ ເພາະ​ເມື່ອ​ແສງ​ແດດ​ຍາມ​ເຊົ້າ​ສ່ອງ​ເຂົ້າ​ມາ​ ຄວາມ​ສະຫວ່າງ​ຈະ​ໄດ້​ປຸກ​ໃຫ້​ເຮົາ​ຕື່ນ​ໂດຍ​ບໍ່​ຕ້ອງ​ເພິ່ງ​ໂມງ​ປຸກ​ອີກ
ລຸກ​ຂຶ້ນ​ນັ່ງ​ແລະ​ຂ​ະຢັບ​ຮ່າງກາຍ​
ຫາກ​ການມືນ​ຕາ​ຕື່ນ​ມັນ​ຍາກ​ເທົ່າໃດ​ ຢ່າງ​ນ້ອຍ​ກໍ​ລຸກ​ຂຶ້ນ​ມາ​ນັ່ງ​ແລ້ວ​ສູບ​ລົ​ມຫາ​ຍ​ໃຈ​ເຂົ້າ​ປອດ​ເລິກ​ໆ​ 3-4 ເທື່ອ​ ແລ້ວ​ລອງ​ຂະ​ຢັບ​ແຂນ​ ແກວ່ງ​ຂາ​ ເພື່ອປຸກ​ຄວາມ​ສົດ​ຊື່ນ​ໃຫ້​ຮ່າງກາຍ​ເບິ່ງ​ຈັກເທື່ອເປັນແນວໃດ​
ດື່ມ​ນ້ຳ​ຫຼັງ​ຕື່ນ​ນອນ​
ລຸກ​ຈາກ​ຕຽງ​ມາ​ປຸ໊ບ​​ໄປ​ທີ່​ຫ້ອງ​ຄົວ ຈາກ​ນັ້ນ​ເທ​ນ້ຳ​​ມາ​ດື່ມ​ປະ​ມານ​ 1 ແກ້ວ​ເຕັມ​ໆ​ ວິທີ​ນີ້​ນອກ​ຈາກ​ຈະ​ຊ່ວຍ​ປຸກ​ໃຫ້​ຮ່າງກາຍ​ສົດ​ຊື່ນ​ ສະຫມອງ​ຕື່ນ​ຕົວ​ແລ້ວ​ ເຮົາ​ຍັງ​ຢາກ​ໃຫ້​ຮູ້​ວ່າ​ດື່ມ​ນ້ຳ​ຕອນ​ເຊົ້າ​ທັນ​ທີ​ທີ່​ຕື່ນ​ນອນ​ດີ​ແນວໃດ​ 15 ຂໍ້​ນີ້​​ຄື​ຄຳ​ຕອບ​
ເຮັດໃຫ້​ໄດ້​ທຸກ​ມື້​
ຖ້າ​ຢາກ​ໃຫ້​ວິທີ​ເຮັດໃຫ້​ຕື່ນ​ເຊົ້າ​ໄດ້​ຜົນ​ໃນໄລຍະຍາວ​ ສິ່ງ​ທີ່​ຕ້ອງ​ເຮັດ​ຄື​ໝັ່ນ​ຝຶກ​ຕົວ​ເອງ​ໃຫ້​ຕື່ນ​ເຊົ້າ​ຢ່າງ​ສ​ະຫມ່ຳ​ສະເໝີ​ ບໍ່​ແມ່ນ​ຕື່ນ​ເຊົ້າ​ໄດ້​ຢູ່​ພຽງແຕ່​ມື້​ສອງ​ມື້​ ຈາກ​ນັ້ນ​ກໍ​ກັບ​ໄປ​ຕື່ນ​ສວາຍຄືເກົ່າ​ ແບບ​ນີ້​ກໍ​ເທົ່າ​ກັບ​ວ່າ​ຕ້ອງ​ເລີ່ມ​ຕົ້ນ​ຝຶກ​ໃຫ້​ຕົວ​ເອງ​ຕື່ນ​ເຊົ້າ​ໄດ້​ຢ່າງ​ສະບາຍ​ໆ​ ໃໝ່​ອີກ​ເທື່ອ​
ເຂົ້າ​ນອນ​ໄວ​ຂຶ້ນ​ກວ່າ​ເກົ່າ ​
ການ​ທີ່​ຮ່າງກາຍ​ໄດ້​ພັກ​ຜ່ອນ​ຢ່າງ​ພຽງ​ພໍ​ ຈະ​ເຮັດໃຫ້​ສະຫມອງ​ແລະ​ລະບົບ​ພາຍ​ໃນ​ຕ່າງ​ ໆ​ ພ້ອມ​ຈະ​ຕື່ນ​ຕົວ​ແລະ​ເຮັດວຽກ​ຕາມ​ປົກກະຕິ​ໄດ້​ງ່າຍ​ຂຶ້ນ​ ​ປົກກະຕິ​ແລ້ວ​ເຈົ້າ​ເປັນ​ຄົນ​ນອນ​ດຶກ​ຢູ່​ເປັນ​ປະຈຳ​ ຢ່າງ​ນ້ອຍ​ເລັ່ງ​ເວລາ​ນອນ​ໃຫ້​ໄວ​ຂຶ້ນ​ກວ່າ​ເກົ່າຈັກ​ 30 ນາ​ທີ​ເປັນ​ຕົ້ນ​ໄປ​ ເພາະ​ຫາກ​ນອນ​ດຶກ​ຕື່ນ​ເຊົ້າ​ຕິດ​ກັນ​ເລື້ອຍ​ໆ​ ອາດ​ເຮັດໃຫ້​ຮູ້ສຶກ​ເພຍ​ຫລາຍກວ່າ​ປົກກະຕິ​ໄດ້​
ພະຍາຍາມ​ຢ່າ​ລັກ​ຫຼັບ​ລະຫວ່າງ​ມື້​
ໂດຍ​ສະເພາະ​ຫຼັງ​ຈາກ​ຕື່ນ​ນອນ​ມາ​ແລ້ວ​ 7 ຊົ່ວ​ໂມງ​ ການ​ລັກ​ຫຼັບ​ໃນ​ຊ່ວງ​ເວລາ​ນີ້​ຫລື​ໃນ​ລະຫວ່າງ​ມື້​ອາດ​ເຮັດໃຫ້​ເຮົາ​ບໍ່​ຮູ້ສຶກ​ງ່ວງ​ນອນ​ ຈົນ​ເຮັດໃຫ້​ນອນ​ດຶກ​ໄດ້​ ດັ່ງ​ນັ້ນ​ຫາກ​ງ່ວງ​ນອນ​ຕອນ​ກາງ​ເວັນ​ກໍ​ຫາ​ກິດຈະກຳ​ອື່ນ​ເຮັດ​ແທນ​ການ​ງ່ວງ​ຫຼັບ​ດີກວ່າ​

ຂອບໃຈhttp://kidork.com/

ไม่มีความคิดเห็น:

แสดงความคิดเห็น