8 ເທັກນິກກຳຈັດ “ຄວາມຂີ້ຄ້ານ”
1. ຄິດແລ້ວເຮັດເລີຍ
ຕັດຄຳວ່າ “ຈັກໜ່ອຍ, ບຶດໜຶ່ງກ່ອນ, ຟ້າວເທື່ອ” ອອກໄປ ຖ້າຄິດຈະເຮັດ ກໍຂໍໃຫ້ເລີ່ມຕັ້ງແຕ່ດຽວນັ້ນເລີຍ ຖ້າຍິ່ງລໍຖ້າ ບໍ່ຍອມເຮັດມັນຈັກເທື່ອ ທ່ານກໍຈະເລີ່ມຂີ້ຄ້ານ ຈົນສຸດທ້າຍກໍບໍ່ໄດ້ເຮັດ
2. ເຊື່ອໝັ້ນໃນຕົວເອງ
ເອົາທັດສະນະຄະຕິທີ່ວ່າ “ເຮົາເຮັດບໍ່ໄດ້ດອກ” ອອກໄປຈາກຄວາມຄິດ ເພາະກ່ອນທີ່ເຮົາຈະປະສົບຄວາມສຳເລັດໄດ້ນັ້ນ ທ່ານຕ້ອງລົງມືເຮັດ ຕ້ອງລອງຜິດລອງຖືກດ້ວຍຕົນເອງ
3. ໃສ່ໃຈສຸຂະພາບ ທັງຮ່າງກາຍ ແລະ ສະຫມອງ
ກິນອາຫານທີ່ດີ ມີປະໂຫຍດ, ພັກຜ່ອນໃຫ້ພຽງພໍ ເພາະຖ້າຮ່າງກາຍບໍ່ພ້ອມ ຫຍັງໆ ກໍເບິ່ງບໍ່ພ້ອມໄປໝົດ
4. ເລືອກເຮັດໃນສິ່ງທີ່ຮັກ ຫລື ສິ່ງທີ່ຝັນກ່ອນ
ເພາະຖ້າເຮົາເຮັດຫຍັງໃນສິ່ງທີ່ມັກ ໂດຍບໍ່ຖືກບີບບັງຄັບ ເຮົາກໍຈະມີຄວາມສຸກ ແລະ ເຮັດສິ່ງນັ້ນໄດ້ຢ່າງດີ ມີປະສິດທິພາບ
5. ສ້າງແຮງບັນດານໃຈ
ລອງຫາແຮງຈູງໃຈ ຫລື ແຮງບັນດານໃຈ ວ່າສິ່ງທີ່ເຮັດນັ້ນ ເຮັດໄປເພື່ອໃຜ ແລະ ເພື່ອຫຍັງ ເປົ້າໝາຍຄືຫຍັງ ເຮັດແລ້ວດີແນວໃດ
6. ຂຽນຕາຕະລາງບັນທຶກ
ລອງເຮັດຕາຕະລາງບັນທຶກ ວ່າເຮົາຕ້ອງເຮັດຫຍັງແດ່ໃນມື້ນີ້ ແລະ ເຮັດແລ້ວໄດ້ຫຍັງ ເລື່ອງນີ້ຈະຊ່ວຍໃຫ້ຊີວິດມີລະບົບລະບຽບຫລາຍຂຶ້ນ
7. ຢ່າຕັ້ງເປົ້າໝາຍໄວ້ສູງເກີນໄປ
ການຕັ້ງເປົ້າໝາຍໄວ້ສູງ ເວລາທີ່ຜິດຫວັງຈະເຮັດໃຫ້ເຮົາເສຍໃຈຫລາຍຕາມໄປດ້ວຍ ການຈະເຖິງເປົ້າໝາຍ ຕ້ອງຄ່ອຍໆໄຕ່ໄປເທື່ອລະນ້ອຍເທື່ອລະນ້ອຍ ຄ່ອຍເປັນຄ່ອຍໄປຈະດີກວ່າ
8. ໃຫ້ລາງວັນກັບໂຕເອງ
ຕັ້ງເປົ້າໝາຍວ່າຖ້າເຮົາເຮັດຫຍັງສຳເລັດໜຶ່ງເລື່ອງແລ້ວເຮົາຈະໃຫ້ລາງວັນກັບໂຕເອງ ເພື່ອເປັນແຮງບັນດານໃຈໃຫ້ກັບໂຕເອງເຊັ່ນ: ຖ້າຕັ້ງໃຈຫລຸດນ້ຳໜັກ ແລະ ໄດ້ເຮັດມາຫຼາຍມື້ແລ້ວ ເຮົາອາດຈະກິນຫຍັງທີ່ເປັນຂອງມັກແດ່ຈັກມື້
ທີ່ມາ ຄິດອອກ
ไม่มีความคิดเห็น:
แสดงความคิดเห็น