ເກີດເຫດໄຟໄໝ້ໂຮງແຮມຣີເຈນພລາຊ່າໃນເມືອງກາຣາຈີຂອງປາກິດສຖານຕອນເຊົ້າວັນຈັນວັນທີ່5 ທັນວາ ມີລາຍງານຜູ້ເສຍຊີວວິດ 11 ສົບ ແລະບາດເຈັບ 75 ຄົນ
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນ Karachi. ປາກິສຖານ ວັນທີ່ 5 ທັນວາເກີດເຫດໄຟໄຫມ້ໂຮງແຮມ Regent Plaza ໂຮງແຮມລະດັບສີ່ດາວຢູ່ໃນຕົວເມືອງຂອງນະຄອນ Karachi. ໃນເຊົ້າວັນຈັນ ຕາມເວລາທ້ອງຖິ່ນ. ມີລາຍງານວ່າເສຍຊີວິດຢ່າງຫນ້ອຍ 11 ສົບ ແມ່ຍິງ4 ສົບ ແລະ 75 ຄົນໄດ້ຮັບບາດເຈັບ ສ່ວນຫລາຍແມ່ນເມົາຄວັນໄຟຫາຍໃຈບໍ່ອອກ ແລະ ຈຳນວນໜຶ່ງໄດ້ຮັບບາດເຈັບຈາກການໂດດອອກຈາກປ່ອງຢ້ຽມ ລາຍງານໄດ້ລະບຸວ່າມີຊາວຕ່າງຊາດຢູ່ໃນກຸ່ມຜູ້ໄດ້ຮັບບາດເຈັບອີກດ້ວຍ ເຈົ້າໜ້າທີ່ດັບເພີງໃຊ້ເວລາປະມານສາມຊົ່ວໂມງຈຶ່ງສາມາດຄວບຄຸມໄຟໄດ້ ແລະເວລາ 9:30 pm ຕາມເວລາທ້ອງຖິ່ນ
ໃນຂະນະທີ່ໄຟໄໝ້ຢູ່ຊັ້ນລຸ່ມຜູ້ທີ່ອາໄສຢູ່ຊັ້ນເທິງໄດ້ພາກັນເອົາຜ້າມາມັດຕໍ່ກັນແລ້ວພາກັນລົງມາ ສ່ວນສາເຫດຍັງບໍ່ທັນຮູ້ລາຍລະອຽດ.
ທັງນີ້ ລາຍງານລະບຸວ່າໂຮງແຮມທີ່ພັກຫຼາຍແຫ່ງໃນປາກິດສຖານມີມາດຕະຖານຄວາມປອດໄພ ແລະ ດ້ານສຸຂະອະນາໄມຍັງຕໍ່າ ແລະ ເຈົ້າໜ້າທີ່ດັບເພີງກໍ່ຍັງບໍາທັນມີອຸປະກອນທີ່ທັນສະໄໝ
ທີ່ມາ: http://www.dailynews.co.th/
ไม่มีความคิดเห็น:
แสดงความคิดเห็น