ອິນໂດເນເຊຍແຜນດິນໄຫວຮຸນແຮງ 6.0
ເກີດແຜນດິນໄຫວຮຸນແຮງ 6.0 ໃຕ້ທະເລໃກ້ກັບໝູ່ເກາະທາງຕາເວັນອອກຂອງອິນໂດເນເຊຍ ຫຼັງເກີດເຫດຍັງບໍ່ມີລາຍງານຄວາເສຍຫາຍ
ສຳນັກຂ່າວຕ່າງປະເທດລາຍງານຈາກກຸງຈາກາຕ້າ ປະເທດອິນໂດເນເຊຍວັນທີ່ 5 ທັນວາ ວ່າສຳນັກງານສຳຫຼວດທໍລະນິວິທະຍາສາດສະຫະລັດ ( ຢູເອສຈີເອສ) ກວດພົບແຜ່ນດິນໄຫວຮຸນແຮງ 6.0 ແມັກນິຈຸດ ເມື່ອເວລາ 9:13 ນາທີຕາມເວລາທ້ອງຖິ່ນ ໂດຍມີຈຸດໃຈກາງເລິກລົງໄປໃຕ້ພື້ນທະເລ 522 ກິໂລແມັດ ແລະ ຫ່າງຈາກເມືອງເມົາເມເຣ ເຊິ່ງເປັນສ່ວນໜຶ່ງຂອງໝູ່ເກາະຊູນດາຫ່າງອອກໄປ 190 ກິໂລແມັດ
ຫຼັງເກີດເຫດຍັງບໍ່ມີລາຍງານຄວາມເສຍຫາຍ ແລະ ຍັງບໍ່ມີການປະກາດການເຝົ້າລະວັງສິນາມິ ຂະນະທີ່ສຳນັກງານປ້ອງກັນ ແລະ ບັນເທົາສະທາລະນະໄພຢູ່ລະຫວ່າງປະເມີນສະຖານະການ ທັ່ງນີ້ອິນໂດເນເຊຍເປັນໜຶ່ງໃນປະເທດທີ່ແຜນດິນໄຫວ ແລະ ພູໄຟລະເບີດຫຼາຍຄັ້ງ ເນື່ອງຈາກຕັ້ງຢູ່ເທິງແນວລອຍຂອງເປືອກໂລກ ເຊິ່ງຮູ້ຈັກກັນໃນຊື່: ວົງແຫວນໄຟແຫ່ງປາຊີຟິກ
ທີ່ມາ: http://www.dailynews.co.th/foreign/540736
ไม่มีความคิดเห็น:
แสดงความคิดเห็น