10 ພຶດຕິກໍາ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບ


10 ພຶດຕິກໍາ ທີ່ເປັນອັນຕະລາຍ ຕໍ່ສຸຂະພາບ


ຕາມຜົນການວິໄຈປະກົດວ່າ ຜູ້ໃຫຍ່ຄົນເຮົາມີພຶດຕິກຳບາງຢ່າງ ທີ່ເຄີຍຊິນ ຄິດວ່າມັນເປັນເລື່ອງປົກ ກະຕິທຳມະດາ,ແຕ່ຮູ້ບໍ່ວ່າມັນມີຜົນສະທ້ອນຕໍ່ສຸຂະພາບຂອງເຮົາ ບາງ ຄັ້ງອາດເຖິງຂັ້ນເສຍຊີວິດໄດ້. ບັນ ດາພຶດຕິກຳດັ່ງກ່າວມີຄື:

1. ບໍ່ມັກເຄື່ອນໄຫວອອກກຳລັງ ກາຍ: ຕາມການສຳຫຼວດມີຄົນປະ ມານ 2/3 ທີ່ບໍ່ໄດ້ມາດຖານໃນການ ເຄື່ອນໄຫວຮ່າງກາຍຄື ໃຫ້ອອກກຳ ລັງກາຍ 3 ຄັ້ງຕໍ່ 1 ອາທິດແລະ ແຕ່ ລະຄັ້ງດົນປະມານ 30 ນາທີ. ປັດຈຸ ບັນການອອກກຳລັງກາຍເບົາໆຢ່າງ ເຊັ່ນ:ໂຢຄະ, ຍ່າງເປັນທີນິຍົມຂອງ ບັນດຊັ້ນຄົນປັນຍາຊົນ ເພາະມັນ ໃຫ້ປະສິດທິຜົນດີສຳລັບໃນການຮັກ ສາຫຸ່ນຮູບຮ່າງ,ຫຼຸດຜ່ອນຄວາມກົດ ດັນ ແລະ ປົວພະຍາດໄດ້ອີກຈຳ ນວນຫນຶ່ງ.

2. ນັ່ງຂາກ່າຍຫ້າງ: ການນັ່ງເອົາ ຂາກາຍຫ້າງເຮົາຄິດວ່າມັນເປັນ ເລື່ອງທີ່ສະບາຍ,ແຕ່ຮູ້ບໍ່ວ່າມັນເຮັດ ໃຫ້ເລືອດໄຫລວຽນໄປຫາຕີນບໍ່ສະ ດວກຖ້າສອງຂາຢູ່ໃນທ່າດຽວດົນໆ ບໍ່ມີການເຫນັງຕີງອາດຈະເຮັດໃຫ້ ມຶນຊາ ແລະ ລ່ອຍໄດ້. ພິເສດສຳ ລັບຄົນທີເປັນພະຍາດເລືອດດັນ ສູງ, ເປົາຫວານ,​ພະຍາດຫົວໃຈຖ້າ ນັ່ງຂາກ່າຍຫ້າງດົນໆຈະເຮັດໃຫ້ ອາການຫນັກຂຶ້ນຕື່ມອີກ. ສຳລັບຜູ້ ຊາຍເວລານັ່ງຂາກ່າຍຫ້າງດົນຈະ ເຮັດໃຫ້ອຸນຫະພູມຢູ່ກົກຂາ ແລະ ອະໄວຍະວະເພດເພີ່ມຂຶ້ນເຊິ່ງຈະສົ່ງຜົນກະທົບຕໍ່ນ້ຳອະສຸຈິອາດເປັນ ຜົນສະທ້ອນຕໍ່ການມີລູກ ດັ່ງນ້ັນ ການເອົາຂາກ່າຍຫ້າງຢ່າໃຫ້ເກີນ 10 ນາທີ. ນອກຈາກນັ້ນການນັ່ງຂາ ກ່າຍຫ້າງຍັງເຮັດໃຫ້ກະດູກຊາມ ແລະ ກະດູກກົກຂາເມື່ອຍ ດົນໄປ ອາດເຮັດໃຫ້ກະດູກສັນຫລັງໄດ້ຮັບຜົນກະທົບ ແລະ ເອັນເຄັ່ງ.

3. ອ່ານຫນັງສືພິມໃນເວລານັ່ງ ຖ່າຍຫນັກ: ການທີ່ນັ່ງຢູ່ໃນຫ້ອງນ້ຳ ທັງຖ່າຍຫນັກທັງອ່ານຫນັງສືພິມ ຈະເຮັດໃຫ້ແກ່ຍາວເວລາໃນການນັ່ງຢູ່ຫ້ອງນ້ຳເຊິ່ງຈະເຮັດໃຫ້ເລືອດ ໄຫລລົງມາອັ່ງຢູ່ທະວານໜັກ ການ ແພດສະໄຫມໃຫມ່ຄົ້ນພົບວ່າ ການ ທີ່ນັ່ງຖ່າຍຫນັກດົນກ່ວາ 3 ນາທີຈະ ເປັນຕົ້ນເຫດຂອງການເລືອດອັ່ງ, ຫຼອດເລືອດໄສ້ແກ່ຂະຫຍາຍອອກ ນອກຈາກນັ້ນການອ່ານຫນັງສືພິມ ໃນຫ້ອງນ້ຳເຊິ່ງມັກຈະມີແສງສະ ຫວ່າງບໍ່ພຽງພໍຈະເຮັດໃຫ້ເສຍແສງ ຕາ ດັ່ງນັ້ນແພດແນະນຳວ່າຄວນ ໃຫ້ສຳເລັດ “ພາລະກິດ” ດັ່ງກ່າວ ພາຍໃນ 5 ນາທີ.

4. ລົງຈາກຕຽງທັນທີພາຍຫລັງ ຕື່ນຈາກນອນ: ສາດສະດາຈານ ຈິມຮໍ ຂອງມະຫາວິທະຍາໄລລັຟ ໂບຣັຟໃຫ້ຮູ້ວ່າ ຖ້າເຮົາລຸກອອກ ຈາກຕຽງໂດຍທັນທີພາຍຫຼັງຕື່ນ ນອນອາດເຮັດໃຫ້ຄວາມດັນປ່ຽນ ແປງກະທັນຫັນສົ່ງຜົນໃຫ້ເກີດເປັນພະຍາດຄວາມດັນເລືອດສູງ, ເປັນ ວິນ ແລະ ລົ້ມໄດ້. ຜູ້ຊ່ຽວຊານດ້ານ ການຄົ້ນຄ້ວາການນອນຂອງຄົນ ໄດ້ມີຄຳແນະນຳວ່າ: ພາຍຫລັງຕື່ນ ນອນແລ້ວບໍ່ຄວນລຸກຂຶ້ນຍ່າງລົງ ຈາກຕຽງເລີຍ ໃຫ້ນອນຢູ່ເທິງຕຽງ ປະມານ 30 ວິນາທີແລ້ວຈິ່ງລຸກ ຂຶ້ນ ຫຼັງຈາກນັ້ນກໍ່ໃຫ້ນັ່ງຢູ່ຂ້າງຕຽງ ປະມານ 30 ວິນາທີແລ້ວຈິ່ງລຸກ ຍ່າງອອກຈາກຕຽງເພື່ອໃຫ້ຮ່າງ ກາຍຂອງເຮົາຊິນເຄີຍກັບສະພາບ ການປ່ຽນແປງ.

5. ເຮັດວຽກຢູ່ກັບຄອມພິວເຕີ ນານກ່ວາ 3 ຊົ່ວໂມງ: ການທີ່ເຮົາ ເຮັດວຽກຢູ່ກັບຄອມພິວເຕີຕິດຕໍ່ກັນ ຫລາຍກ່ວາ 3 ຊົ່ວໂມງຂຶ້ນໄປຈະ ເຮັດໃຫ້ເກີດອາການເມື່ອຍຕາ,ເຈັບ ຫຼັງ, ເຈັບແອວ, ປວດເມື່ອຍບ່າໄຫຼ, ເຈັບຫົວ,ນອນບໍ່ຫລັບ ແລະ ບໍ່ຢາກ ກິນເຂົ້າ. ຜົນວິໄຈຫນຶ່ງຂອງອັງກິດ ເປີດເຜີຍວ່າແສງ x ອ່ອນໆ ແລະ ຄື້ນສະໜາມແມ່ເຫຼັກຈາກຄອມພິວ ເຕີອາດຈະກໍ່ໃຫ້ເກີດພະຍາດຕ່າງໆ ໄດ້ແຕ່ 7-19 ພະຍາດຢ່າງເຊັ່ນ: ຂີ້ ມູກຍ້ອຍ,ຄັນຕາ,ປວດຄໍ,ເສຍຄວາມ ຈຳໃນໄລຍະສັ້ນ, ມັກຫງຸດຫງິດ ແລະ ຊຶມເສົ້າ. ສຳລັບຜູ້ຍິງຍັງເຮັດ ໃຫ້ມີອາການເຈັບທ້ອງນ້ອຍໃນເວ ລາເປັນປະຈຳເດືອນຫຼືເປັນປະຈຳ ເດືອນແກ່ຍາວ. ນອກຈາກນັ້ນຖ້າ ເຮັດວຽກຢູ່ກັບຄອມພິວເຕີເປັນເວລາ ນານໆຈະເຮັດໃຫ້ເສັ້ນປະສາດເຄັ່ງ ຕຶ່ງ, ມັກອິດເມື່ອຍທົ່ວຮ່າງກາຍແລະ ອັດຕາສ່ຽງຕໍ່ການເປັນມະເຮັງເຕົ້າ ນົມສູງກ່ວາຄົນປົກກະຕິເຖິງ 30%.

6. ເຮັດຫຼັງກົ່ງເວລາຍົກຍ້າຍ ວັດຖຸສິ່ງຂອງທີ່ມີນ້ຳໜັກຫລາຍ.
ຜູ້ຊ່ຽວຊານກ່າວວ່າ ການເຮັດ ຫຼັງກົ່ງໃນເວລາເຮົາຍົກຍ້າຍວັດຖຸ ສິ່ງຂອງໜັກອາດສົ່ງຜົນກະທົບເຖິງກ້າມຊິ້ນຢູ່ຫຼັງ ຢູ່ແອວ ແລະ ບັນດາ ຂໍ່ຕໍ່ຂອງກະດູກສັນຫຼັງ, ທາງທີ່ດີ ແມ່ນໃຫ້ນັ່ງຢອງຢ້ໍເນີ້ງຕົວໄປທາງ ຫນ້າເພື່ອໃຫ້ນ້ຳຫນັກຂອງວັດຖຸໄດ້ຫານສະເລ່ຍລົງໃສ່ສອງຂາຂອງເຮົາ ແລະ ພະຍາຍາມເຮັດໃຫ້ຕົວເຮົາ ແໜບຕິດກັບວັດຖຸເພື່ອບໍ່ໃຫ້ກ້າມ ຊີ້ນແອວເຮັດວຽກຫນັກເກີນໄປ.

7. ໃຊ້ແຮງຫຼາຍໃນເວລາຖ່າຍໜັກ.
ການທີ່ເຮົາໃຊ້ແຮງເບັ່ງຫຼາຍໃນ ເວລາຖ່າຍຫນັກຈະເຮັດໃຫ້ຫົວໃຈ ບີບຫລາຍ, ຄວາມດັນຈະສູງຂຶ້ນ ແບບກະທັນຫັນເຮັດໃຫ້ເລືອດໄຫຼ ໃນສະຫມອງ. ຖ້າເປັນຄົນສູງອາຍຸ ໃຊ້ແຮງເບັ່ງຫຼາຍໃນເວລາຖ່າຍ ຫນັກສົ່ງຜົນໃຫ້ການໄຫຼວຽນຂອງ ເລືອດມີການປ່ຽນແປງ, ເລືອດໄປ ຫຼໍ່ລ້ຽງສະຫມອງຫລຸດລົງບາງຄັ້ງ ອາດເຮັດໃຫ້ສະຫລົບໄດ້.

8. ດື່ມນ້ຳຫນ້ອຍເກີນໄປ: ຜູ້ຊ່ຽວ ຊານດ້ານການແພດຂອງຈີນໃຫ້ຮູ້ ວ່າ ທາງທີ່ດີຜູ້ຫນຶ່ງຄວນດື່ມນ້ຳໃຫ້ ໄດ້ 2 ລິດຕໍ່ວັນ, ມີຜູ້ຍິງຫລາຍຄົນ ຕື່ນເຊົ້າມາກໍ່ດື່ມນ້ຳໂລດ ຖືວ່າເປັນ ການເຝິກແອບຢ່າງຫນຶ່ງເພື່ອໃຫ້ ຄວາມເຂັ້ມຂຸ້ນຂອງເລືອດຈາງລົງ, ແຕ່ວ່າການດື່ມນ້ຳໃນຕອນເຊົ້າ ເພີ່ມຄືແນວໃດຈິ່ງຈະມີສຸຂະພາບ ແຂງແຮງ ? ອັນນີ້ແມ່ນບໍ່ທັນມີຫຼັກ ການຕາຍຕົວເທື່ອ ຜູ້ທີ່ມີສຸຂະພາບ ອ່ອນເພຍ, ຈ່ອຍຜອມ, ເຫຼືອງລ່າ ບໍ່ຄວນດື່ມນ້ຳນົມ, ນ້ຳໝາກໄມ້ຫຼື ນ້ຳເຢັນໆໃນຕອນເຊົ້າໆ, ບໍ່ຄວນ ດື່ມນ້ຳຫມາກໄມ້ໃນເວລາທ້ອງ ເປົ່າຫວ່າງໃນຕອນເຊົ້າ ແລະ ບໍ່ ຄວນດື່ມນ້ຳທີ່ມີລົດເຄັມ.

9. ມັກກິນຂອງກິນທີ່ຮ້ອນໆ ເມ່ືອກິນຂອງກິນທີ່ຮ້ອນຫຼາຍ ຈະມີຜົນຮ້າຍຕໍ່ລະບົບລຳໄສ້ ແລະ ການເຮັດວຽກຂອງລະບົບອື່ນໆ. ຖ້າເຮົາກິນອາຫານທີ່ມີອຸນຫະພູມ ໃກ້ຄຽງກັບອຸນຫະພູມຂອງຮ່າງ ກາຍຈະຊ່ວຍເຮັດໃຫ້ກະເພາະອາ ຫານ “ນານເຖົ້າ” ແລະ ເຮັດໃຫ້ເຮົາ ມີອາຍຸຍືນ. ຄົນທີມີອາຍຸ 40 ປີຂຶ້ນ ໄປຄວນຫລຸດຜ່ອນການກິນຂອງ ກິນທີ່ເຜັດ, ຮ້ອນ ແລະ ເຢັນເພື່ອ ປ້ອງກັນບໍ່ໃຫ້ເປັນພະຍາດມະເຮັງຜົ້ງປາກ.

10. ດື່ມກາເຟຫລືດື່ມນ້ຳຊາ ຫຼາຍເກີນໄປ: ການດື່ມນ້ຳຊາຫລື ດື່ມກາເຟໃນປະລິມານເຫມາະສົມຈະເປັນຜົນດີຕໍ່ສຸຂະພາບ, ແຕ່ຖ້າ ດື່ມຫຼາຍເກີນຂອບເຂດຈະກະຕຸ້ນ ກະເພາະ ແລະເຮັດໃຫ້ນອນບໍ່ຫຼັບ.

ไม่มีความคิดเห็น:

แสดงความคิดเห็น