ອ່ານດ່ວນ...3 ​ພະຍາດທີ່​ຫົວຜັກທຽມສາມາດ​ປ້ອງ​ກັນ​ໄດ້


3 ​ພະຍາດ ທີ່​ຫົວຜັກທຽມສາມາດ​ປ້ອງ​ກັນ​ໄດ້

ຫົວ​ຜັກທຽມ ເປັນພືດຢາພື້ນເມືອງ​​ທີ່​ຖືກ​ນຳ​ມາ​ໃຊ້​ເປັນ​ທັງ​ອາຫານ ​ແລະ ຢາ​ມາ​ຫຼາຍ​ສິບ​ພັນປີ ​ແນ່ນອນ​ວ່າ​ເມື່ອ​ແຕ່ລະຄົນ​ເກີດ​ມາ ກໍ​ຈະ​ໄດ້​ຮູ້ຈັກ​ວ່າ​ຫົວ​ຜັກທຽມຖືກ​ນຳ​ມາ​ໃຊ້​ເປັນ​ສ່ວນ​ປະກອບ​ຂອງ​ອາຫານ​ແລ້ວ. ໃນ​ປັດຈຸບັນ​ນີ້ ຫົວ​ຜັກທຽມ​ຖືກ​ນຳ​ມາ​ໃຊ້​ໃນ​ການ​ປ້ອງ​ກັນ​ພະຍາດຮ້າຍ​ຫຼາຍ​ຢ່າງ​ດ້ວຍ​ກັນ ເຊັ່ນ:ຊ່ວຍຫຼຸດ​ໄຂມັນ , ຫຼຸດ​ຄວາມດັນ​ຂອງ​ເລືອດ ​ແລະ ສົ່ງ​ເສີ່​ມ​ໃຫ້​ລະບົບ​ພູມ​ຄຸ້ມ​ກັນ​ໃຫ້​ດີ​ຂຶ້ນ.
ຫົວ​ຜັກທຽມ​ມີ​ສານ​ທີ່​ຕ້ານ​ອະນຸ​ມູນ​ອິສະຫຼະ (Antioxidants) ​​ເຊິ່​ງອະນຸ​ມູນ​ອິສະຫຼະ (free radicals) ມີບົດບາດ​ສຳຄັນ​ຕໍ່​ການ​ເຮັດ​ໃຫ້​ຄົນ ​“​ເຖົ້າແກ່” ​ໄວ​ຂຶ້ນ ​ແລະ​ລວມ​ໄປ​ເຖິງ​ການ​ເຮັດ​ໃຫ້​ເກີດພະຍາດໄດ້​ຢ່າງ​ຫຼວງຫຼາຍ ລວມ​ເຖິງ​ພະຍາດ​ຫົວ​ໃຈ ​ແລ​ະມະ​ເຮັງ. ຫົວ​ຜັກທຽມຍັງ​ສາມາດທຳລາຍ​ອະນຸ​ມູນ​ອິດ​ສະຫຼະ ​ ເຊິ່​ງ​ເປັນ​ຕົວເຫດ​ທີ່​ສາມາດ​ທຳລາຍ​ເຫຍື່ອ​ຫຸ້ມ​ເຊ​ວ (cell membranes) ​ແລະ DNA ​​ໄດ້​ດີ.
​ພະຍາດ​ຕ່າງໆ ທີ່​ຫົວ​ຜັກທຽ​ມສາມາດ​ປ້ອງ​ກັນ​ໄດ້​ຄື:
  1. ​​ພະຍາດຫົວ​ໃຈ (Heart disease)
ມີ​ຫຼັກ​ຖານ​ບາງ​ຢ່າງ​ສະໜັບ​ສະ​ໜູນ​ວ່າ ຫົວ​ຜັກທຽມ​ອາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ພະຍາດຫົວ​ໃຈ​ໄດ້ ​ໂດຍ​ອາດ​ຫຼຸດ​ການ​ເກີດ​ເສັ້ນ​ເລືອດ​ແຂງ (artherosclerosis) ​ແລະ​ສາມາດ​ຫຼຸດ​ລະດັບ​ຄວາມດັນ​ລົງ​ໄດ້​ປະມານ (ລະຫວ່າງ 7% ຫາ 8%).
ການ​ສຶກສາ​ເປັນ​ເວລາ​ດົນ​ເຖິງ 4 ປີ ​ໃຊ້​ຫົວ​ຜັກທຽມ 900 ມິນ​ລີ​ກຼາມທຸກ​ມື້ ປະກົດ​ວ່າ​ມັນ​ສາມາດ​ຫຼຸດ​ການ​ເກີດ​ຂອງ​ເສັ້ນ​ເລືອດ​ແຂງ​​ໄດ້.
ນອກຈາກ​ນັ້ນ, ຫົວ​ຜັກທຽມ​ຍັງ​​ເປັນສານ​ຕ້ານ​ການ​ຈັບ​ຕົວ​ເປັນ​ກ້ອນ​ຂອງ​ເລືອດ ດ້ວຍ​ການເຮັດ​ໃຫ້​ເມັດ​ເລືອດ​ບາງ​ລົງ​ອາດ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ພາວະ​ຫົວ​ໃຈ​ຂາດ​ເລືອດ (heart attack) ຫຼື ສະໝອງ​ຂາດ​ເລືອດ (stroke)
ສ່ວນ​ຜົນ​ທີ່​ມີ​ຕໍ່​ໄຂມັນ​​ນັ້ນ ຈາກ​ການ​ສຶກສາ​ໃນຄັ້ງ​ທຳ​ອິດພົບ​ວ່າ​ມັນ​ສາມາດ​ຫຼຸດ​ລະດັບ​ຂອງ​ຄໍ​ເລັດເ​ຕີ​ລໍ​ໃນ​​ເລືອດ​ໄດ້ ​ແຕ່​ຜົນ​ຈາກ​ການ​ສຶກສາ​ໄລຍະ​ມໍ່ໆນີ້ ປະກົ​ດວ່າ ຫົວຜັກ​ທຽມ​ບໍ່​ມີ​ຜົນ​ຕໍ່​ການ​ຫຼຸດ​ລະດັບ​ໄຂມັນ​ດັ່ງກ່າວ​ໄດ້.
  1. ​​​ໄຂ້ຫວັດ (Common cold)
ຈາກ​ຜົນ​ການ​ສຶກສາ​ໃນ​ໄລຍະ​ທຳ​ອິດ​ພົບ​ວ່າ ຫົວ​ຜັກທຽມ​ສາມາດ​ຊ່ວຍ​ປ້ອງ​ກັນ​ພະຍາດຫວັດ​ໄດ້ ​ໂດຍ​ມີ​ການ​ສຶກສາ​ປຽບທຽບ​ການ​ໃຊ້​ຫົວ​ຜັກທຽມໃນ​ໄລຍະ​ທີ່​ເປັນຫວັດ​ລະບາດ ຜົນ​ປະກົດ​ວ່າ​ຄົນ​ທີ່​ກິນ​ຜັກທຽມ​ຈະ​ເປັນຫວັດ​ໄດ້​ໜ້ອຍ​ກວ່າ​ຄົນ​ທີ່​ບໍ່​ກິນ​ຜັກທຽມ​ເລີຍ. ນອກຈາກ​ນັ້ນ, ​ໃນ​ລະຫວ່າງ​ເປັນຫວັດ​ຜັກທຽມ​ສາມາດ​ເຮັດ​ໃຫ້​ອາການ​ເປັນຫວັດ​ດີ​ໄວ​ຂຶ້ນ.
  1. ພະຍາດ​ມະ​ເຮັງ (Cancer)
ຫົວ​ຜັກທຽມເຮັດໃຫ້​ລະບົບ​ພູມ​ຕ້ານທານ​ໃຫ້​ແຂງ​ແຮງ​ຂຶ້ນ​ ສາມາດ​ຊ່ວຍ​ໃຫ້​ຕໍ່ສູ້​ກັບ​ພະຍາດ​ມະ​ເຮັງ​ໄດ້ ​ໂດຍ​ຜົນ​ຈາກ​ຫ້ອງ​ທົດ​ລອງ​.
ຜົນ​ຈາກ​ການ​ສຶກສາທົດລອງ​ໃນ​ກຸ່ມ​ຄົນ​ເປັນ​ໄລຍະ​ເວລາ​ອັນ​ຍາວ​ນານ ພົບ​ວ່າ ກຸ່ມ​ຄົນ​ທີ່​ກິນ​ຜັກທຽມ​ສົດ ຫຼື ຫົວ​ຜັກທຽມ​ທີ່​ປຸງແຕ່ງ​ໃນ​ອາຫານ​ເຮັດ​ໃຫ້​ມີ​ພູມຕ້ານທານ​ບໍ່​ໃຫ້ເກີດ​ເປັນ​ມະ​ເຮັງ ​ໂດຍ​ສະ​ເພາະ​ມະ​ເຮັງ​ຂອງ​ລຳ​ໄສ້​ໃຫຍ່(colon) ​ແລະ​ມະ​ເຮັງ​ກະ​ເພາະອາຫານ (CA stomach).

ไม่มีความคิดเห็น:

แสดงความคิดเห็น