ຂົນລຸກ! ນາງເອກ “ແຕ້ວ” ຫຼື “ຄຳແກ້ວ” ລຳນາຄີຖວາຍ ເຈົ້າປູ່ສີສຸດໂທ ບອກ “ຂອບໃຈຫຼາຍໆເດີ້”

ວັນທີ 21 ທັນວາທີ່ຜ່ານມາ ນາງເອກສາວ ແຕ້ວ ນະຖະພອນ ທີ່ກຳລັງໂດ່ງດັງຈາກບົດ ເຈົ້າແມ່ນາຄີ ໃນລະຄອນ ນາຄີ ທີ່ຫາກະຈົບໄປເມື່ອບໍ່ດົນມານີ້ ໄດ້ເດີນທາງໄປທີ່ຄຳຊະໂນດ, ເມືອງບ້ານດຸງ, ແຂວງອຸດອນທານີ ພ້ອມກັບຜູ້ກຳກັບອ໊ອຟ ພົງພັດ ຖວາຍບາສີພະຍານາກ ສັກກາລະເຈົ້າປູ່ສີສຸດໂທ ໂດຍເອື້ອຍແຕ້ວ ຍັງໄດ້ໃສ່ຊຸດ “ເຈົ້າແມ່ນາຄີ” ລຳຖວາຍໜ້າສານເຈົ້າປູ່ສີສຸດໂທນຳອີກ.
84564252121000
ເອື້ອຍແຕ້ວ ໄດ້ໂພສຕ໌ຄລິປ ທີ່ຕົນເອງໄດ້ຖ່າຍທອດສົດ ຫຼັງຈາກລຳຖວາຍປູ່ສີສຸດໂທນາຄະຣາດ ທີ່ຄຳຊະໂນດ, ແຂວງອຸດອນທານີ ໂດຍມີແຟນຄລັບທັງຊາວໄທ ແລະ ຊາວລາວລ້ວນແຕ່ພາກັນມາຂໍຖ່າຍຮູບ ກັບນາງເອກຢ່າງຫຼວງຫຼາຍ ໂດຍພາກັນເວົ້າເປັນສຽງດຽວກັນວ່າ “ຄຳແກ້ວງາມຫຼາຍໆ” ເຊິ່ງ ”ເອື້ອຍແຕ້ວ” ກໍ່ບອກວ່າ “ຂອບໃຈຫຼາຍໆເດີ້”.
15622299_561445464064809_1585017476960157489_n
ຂອບໃຈແຫຼ່ງຂ່າວຈາກ: ຂ່າວສົດ

iPod ລຸ່ນທຳອິດຈາກ Apple ຍັງບໍ່ໄດ້ແກະກ່ອງ ຖືກວາງຂາຍໃນລາຄາ 1,619,326,000 ກີບ



ບໍ່ດົນກ່ອນໜ້ານີ້ ເຄີຍມີຄົນປະກາດຂາຍ iPhone ລຸ່ນທຳອິດທີ່ຍັງບໍ່ໄດ້ແກະກ່ອງເທິງ eBay ໃນລາຄາປະມານ 183,775,000 ກີບ ແລະ ລ່າສຸດມີລາຍງານວ່າ ຍັງມີຜະລິດຕະພັນອື່ນຂອງ Apple ທີ່ຖືກຂາຍໃນມູນຄ່າທີ່ສູງກວ່າຫຼາຍເທົ່າ ນັ້ນຄື iPod ລຸ່ນທຳອິດ ເຊິ່ງຜູ້ຂາຍກ່າວວ່າຍັງບໍ່ໄດ້ແກະກ່ອງ ແລະ ເຄາະລາຄາທີ່ 1,619,326,000 ກີບ ເຊິ່ງແຫຼ່ງຂ່າວລະບຸວ່າ ຜູ້ຂາຍມີປະຫວັດໃນການຈຳໜ່າຍຜະລິດຕະພັນຫາຍາກຂອງ Apple ມາກ່ອນແລ້ວ ແຕ່ໃຜທີ່ຈະຍອມຈ່າຍເງິນ 1,619,326,000 ກີບ ເພື່ອຊື້ສິນຄ້າທີ່ລາວເອງກໍ່ບໍ່ຢາກແກະກ່ອງ.
iPod ລຸ່ນທຳອິດ ເປີດໂຕທາງການໃນ Apple Campus ເມື່ອວັນທີ 23 ຕຸລາ 2001 (ກ່ອນ iPhone ລຸ່ນທຳອິດຈະເປີດໂຕໃນອີກ 6 ປີຕໍ່ມາ) ໃຊ້ຈໍສະແດງຜົນ Monochrome ຂະໜາດ 2 ນິ້ວ, ມີຄວາມຈຸໃນໂຕ 5GB , ຄວບຄຸມການໃຊ້ງານດ້ວຍປຸ່ມກົດແບບ Scroll Wheel ຫຼື ວົງລໍ້ເລື່ອນ ຈາກນັ້ນໃນປີຕໍ່ມາໄດ້ຮັບການອັບເກຣດເພີ່ມຄວາມຈຳ ແລະ ປ່ຽນປຸ່ມຄວບຄຸມໃຫ້ເປັນແບບ Touch Wheel.


ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/

ເຖິງ​ແມ່ນວ່າ ຈະ​ນອນ​ດຶກ​ແຕ່​ມີ​ວິທີ​ເຮັດໃຫ້​ຕື່ນ​ເຊົ້າ​ໄດ້​ ພຽງແຕ່ເຮັດແບບນີ

ຕັ້ງ​ໂມງ​ປຸກ​ກ່ອນ​ເວລາ​ປົກກະຕິ​ປະ​ມານ​ 15 ນາ​ທີ​
ຈາກ​ທີ່​ເຄີຍ​ຕັ້ງ​ໄວ້​ໃຫ້​ປຸກ​ 06.00 ນາທີ.​ ລອງ​ປັບ​ເວລາ​ຕັ້ງ​ປຸກ​ໃໝ່​ເປັນ​ 05.45 ນາທີ.​ ຢ່າງ​ນ້ອຍ​ຫາກ​ຍັງ​ຕິດ​ນິ​ໄສ​ມັກ​ນອນ​ອ້ອຍ​ອິ່ງ​ເທິງ​ຕຽງ​ຫຼັງ​ຈາກ​ປິດ​ໂມງ​ປຸກ​ໄປ​ແລ້ວ​ ກໍ​ຍັງ​ພໍ​ມີ​ເວລາ​ໃຫ້​ຕື່ນ​ມາ​ທັນ​ເວລາ​ 06.00 ນາທີ.​ ຕາມ​ທີ່​ຕັ້ງ​ໃຈ​ໄວ້​ແຕ່​ທຳອິດ​
ວ່າແທ້ໆ ຫາກ​ບໍ່​ຈຳ​ເປັນ​ກໍ​ບໍ່​ແນະ​ນຳ​ໃຫ້​ໃຊ້​ວິທີ​ນີ້​ ເພາະ​ມີ​ງານ​ວິ​ໄຈພົບ​ວ່າ​ການ​ກົດ​ເລື່ອນ​ໂມງ​ປຸກ​ ສ່ຽງ​ສະ​ມາ​ທິ​ສັ້ນ​ ຄວາມ​ຈຳ​ກໍ​ບໍ່ດີອີກ​​
ລຸກ​ທັນ​ທີ​ທີ່​ສຽງ​ໂມງ​ປຸກ​ດັ່ງ​
ສຳລັບ​ຄົົນທີ່​ມັກ​ຈະ​ນອນ​ເພີນ​ຈົນ​ລືມ​ເວລາ​ສະເໝີ​ ອີກ​ໜຶ່ງ​ທາງ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ຕື່ນ​ເຊົ້າ​ໄດ້​ຢ່າງ​ທີ່​ຫວັງ​ກໍ​ຄົງ​ຕ້ອງ​ຕື່ນ​ທັນ​ທີ​ທີ່​ໄດ້​ຍິນ​ສຽງ​ໂມງ​ປຸກ​ ທີ່​ສຳຄັນ​ຢ່າ​ແຕ່​ນອນ​ຄິດ​ຂໍ້​ອ້າງ​ແລະ​ຫ້າມ​ນ​ອນ​ຕໍ່​ແມ່ນແຕ່​ວິ​ນາ​ທີ​ດຽວ​
ວາງ​ໂມງ​ປຸກ​ໃຫ້​ຫ່າງ​ຈາກ​ຕຽງ​
ໄລຍະ​ຫ່າງ​ຂອງ​ໂມງ​ປຸກ​ກັບ​ຕຽງ​ນອນ​ຄວນ​ໄກ​ຫລາຍ​ພໍ​ຈະ​ເຮັດໃຫ້​ເຮົາ​ຕ້ອງ​ລຸກ​ແລະ​ຍ່າງ​ໄປ​ປິດ​ ໂມງ​ປຸກ​ທີ່​ສົ່ງ​ສຽງ​ໄດ້​ ຊຶ່ງ​ການ​ທີ່​ໄດ້​ລຸກ​ຈາກ​ທີ່ນ​ອນ​ນີ້​ແຫຼະ​ທີ່​ຈະ​ເຮັດໃຫ້​ຮ່າງກາຍ​ຕື່ນ​ໄດ້​ປະ​ມານ​ໜຶ່ງ​ ຫຼັງ​ຈາກ​ນັ້ນ​ຈະ​ເລືອກ​ກັບ​ໄປ​ນອນ​ຕໍ່​ຫລື​ເລີ່ມ​ກິດຈະກຳ​ຂອງ​ມື້​ໃໝ່​ ກໍ​ລອງ​ຖາມ​ໃຈ​ຕົວ​ເອງ​ເບິ່ງ​
ປິດ​ພັດ​ລົມ​ ປິດ​ແອ​ຫລື​ປັດ​ຜ້າ​ຫົ່ມ​ອອກຈາກ​ຕົວ​
ປະຕິເສດ​ໄດ້​ບໍ​​ວ່າ​ການ​ໄດ້​ນອນໃນ​ອາ​ກາດ​ເຢັນ​ໆ​ ມັນ​ສະບາຍ​ຢ່າງ​ບອກ​ບໍ່​ຖືກ​ແລະ​ນີ້​ແຫຼະ​ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້​ເຮົາ​ນອນ​ຕື່ນ​ສວາຍ​ມາ​ຫຼາຍ​ເທື່ອ​ ສະ​ນັ້ນ​ຖ້າ​ຢາກ​ຕື່ນ​ເຊົ້າ​​ຕ້ອງ​ຍອມ​ຕັດ​ໃຈ​ ລຸກ​ມາ​ປິດ​ພັດ​ລົມ​ ປິດ​ແອ​ ພ້ອມ​ກັບ​ຕອນ​ທີ່​ໂມງ​ປຸກ​ກໍ​ໄດ້​ຫລື​ໃນ​ວັນທີ​ອາ​ກາດ​ໜາວໆ​ ເຢັນໆ​ ຈັດການ​ປັດ​ຜ້າ​ຫົ່ມ​ອອກຈາກ​ຕົວ​ ໃຫ້​ເຮົາ​ຮູ້ສຶກ​ຮ້ອນ​ຫລື​ໜາວ​ເກີນ​ຈະ​ນອນ​ຕໍ່​ໄດ້​ອີກ​
ເປີດ​ຜ້າມ່ານ​ໃຫ້​ແສງ​ແດດ​ສ່ອງ​ເຂົ້າ​ມາ​ໄດ້​
ນີ້​ກໍ​ເປັນ​ວິທີ​ທີ່​ໄດ້​ຜົນ​ກັບ​ຫຼາຍ​ຄົນ​ມາ​ແລ້ວ​ ໂດຍ​ກ່ອນ​ຈະ​ເຂົ້າ​ນອນ​ໃຫ້​ເຈົ້າ​ກຽມ​ເປີດປ່ອງຢ້ຽມ​ຫ້ອງ​ນອນ​ຖິ້ມ​ໄວ້​ ຍິ່ງ​ໃນ​ຕຳແໜ່ງ​ທີ່​ກົງ​ກັບ​ຕຽງ​ນອນ​​ໄດ້​ຈະ​ຍິ່ງ​ດີ​ ເພາະ​ເມື່ອ​ແສງ​ແດດ​ຍາມ​ເຊົ້າ​ສ່ອງ​ເຂົ້າ​ມາ​ ຄວາມ​ສະຫວ່າງ​ຈະ​ໄດ້​ປຸກ​ໃຫ້​ເຮົາ​ຕື່ນ​ໂດຍ​ບໍ່​ຕ້ອງ​ເພິ່ງ​ໂມງ​ປຸກ​ອີກ
ລຸກ​ຂຶ້ນ​ນັ່ງ​ແລະ​ຂ​ະຢັບ​ຮ່າງກາຍ​
ຫາກ​ການມືນ​ຕາ​ຕື່ນ​ມັນ​ຍາກ​ເທົ່າໃດ​ ຢ່າງ​ນ້ອຍ​ກໍ​ລຸກ​ຂຶ້ນ​ມາ​ນັ່ງ​ແລ້ວ​ສູບ​ລົ​ມຫາ​ຍ​ໃຈ​ເຂົ້າ​ປອດ​ເລິກ​ໆ​ 3-4 ເທື່ອ​ ແລ້ວ​ລອງ​ຂະ​ຢັບ​ແຂນ​ ແກວ່ງ​ຂາ​ ເພື່ອປຸກ​ຄວາມ​ສົດ​ຊື່ນ​ໃຫ້​ຮ່າງກາຍ​ເບິ່ງ​ຈັກເທື່ອເປັນແນວໃດ​
ດື່ມ​ນ້ຳ​ຫຼັງ​ຕື່ນ​ນອນ​
ລຸກ​ຈາກ​ຕຽງ​ມາ​ປຸ໊ບ​​ໄປ​ທີ່​ຫ້ອງ​ຄົວ ຈາກ​ນັ້ນ​ເທ​ນ້ຳ​​ມາ​ດື່ມ​ປະ​ມານ​ 1 ແກ້ວ​ເຕັມ​ໆ​ ວິທີ​ນີ້​ນອກ​ຈາກ​ຈະ​ຊ່ວຍ​ປຸກ​ໃຫ້​ຮ່າງກາຍ​ສົດ​ຊື່ນ​ ສະຫມອງ​ຕື່ນ​ຕົວ​ແລ້ວ​ ເຮົາ​ຍັງ​ຢາກ​ໃຫ້​ຮູ້​ວ່າ​ດື່ມ​ນ້ຳ​ຕອນ​ເຊົ້າ​ທັນ​ທີ​ທີ່​ຕື່ນ​ນອນ​ດີ​ແນວໃດ​ 15 ຂໍ້​ນີ້​​ຄື​ຄຳ​ຕອບ​
ເຮັດໃຫ້​ໄດ້​ທຸກ​ມື້​
ຖ້າ​ຢາກ​ໃຫ້​ວິທີ​ເຮັດໃຫ້​ຕື່ນ​ເຊົ້າ​ໄດ້​ຜົນ​ໃນໄລຍະຍາວ​ ສິ່ງ​ທີ່​ຕ້ອງ​ເຮັດ​ຄື​ໝັ່ນ​ຝຶກ​ຕົວ​ເອງ​ໃຫ້​ຕື່ນ​ເຊົ້າ​ຢ່າງ​ສ​ະຫມ່ຳ​ສະເໝີ​ ບໍ່​ແມ່ນ​ຕື່ນ​ເຊົ້າ​ໄດ້​ຢູ່​ພຽງແຕ່​ມື້​ສອງ​ມື້​ ຈາກ​ນັ້ນ​ກໍ​ກັບ​ໄປ​ຕື່ນ​ສວາຍຄືເກົ່າ​ ແບບ​ນີ້​ກໍ​ເທົ່າ​ກັບ​ວ່າ​ຕ້ອງ​ເລີ່ມ​ຕົ້ນ​ຝຶກ​ໃຫ້​ຕົວ​ເອງ​ຕື່ນ​ເຊົ້າ​ໄດ້​ຢ່າງ​ສະບາຍ​ໆ​ ໃໝ່​ອີກ​ເທື່ອ​
ເຂົ້າ​ນອນ​ໄວ​ຂຶ້ນ​ກວ່າ​ເກົ່າ ​
ການ​ທີ່​ຮ່າງກາຍ​ໄດ້​ພັກ​ຜ່ອນ​ຢ່າງ​ພຽງ​ພໍ​ ຈະ​ເຮັດໃຫ້​ສະຫມອງ​ແລະ​ລະບົບ​ພາຍ​ໃນ​ຕ່າງ​ ໆ​ ພ້ອມ​ຈະ​ຕື່ນ​ຕົວ​ແລະ​ເຮັດວຽກ​ຕາມ​ປົກກະຕິ​ໄດ້​ງ່າຍ​ຂຶ້ນ​ ​ປົກກະຕິ​ແລ້ວ​ເຈົ້າ​ເປັນ​ຄົນ​ນອນ​ດຶກ​ຢູ່​ເປັນ​ປະຈຳ​ ຢ່າງ​ນ້ອຍ​ເລັ່ງ​ເວລາ​ນອນ​ໃຫ້​ໄວ​ຂຶ້ນ​ກວ່າ​ເກົ່າຈັກ​ 30 ນາ​ທີ​ເປັນ​ຕົ້ນ​ໄປ​ ເພາະ​ຫາກ​ນອນ​ດຶກ​ຕື່ນ​ເຊົ້າ​ຕິດ​ກັນ​ເລື້ອຍ​ໆ​ ອາດ​ເຮັດໃຫ້​ຮູ້ສຶກ​ເພຍ​ຫລາຍກວ່າ​ປົກກະຕິ​ໄດ້​
ພະຍາຍາມ​ຢ່າ​ລັກ​ຫຼັບ​ລະຫວ່າງ​ມື້​
ໂດຍ​ສະເພາະ​ຫຼັງ​ຈາກ​ຕື່ນ​ນອນ​ມາ​ແລ້ວ​ 7 ຊົ່ວ​ໂມງ​ ການ​ລັກ​ຫຼັບ​ໃນ​ຊ່ວງ​ເວລາ​ນີ້​ຫລື​ໃນ​ລະຫວ່າງ​ມື້​ອາດ​ເຮັດໃຫ້​ເຮົາ​ບໍ່​ຮູ້ສຶກ​ງ່ວງ​ນອນ​ ຈົນ​ເຮັດໃຫ້​ນອນ​ດຶກ​ໄດ້​ ດັ່ງ​ນັ້ນ​ຫາກ​ງ່ວງ​ນອນ​ຕອນ​ກາງ​ເວັນ​ກໍ​ຫາ​ກິດຈະກຳ​ອື່ນ​ເຮັດ​ແທນ​ການ​ງ່ວງ​ຫຼັບ​ດີກວ່າ​

ຂອບໃຈhttp://kidork.com/

23 ພາບ"ສິ່ງທີ່ຄິດ VS ຄວາມເປັນຈິງ"

23 ພາບ"ສິ່ງທີ່ຄິດ VS ຄວາມເປັນຈິງ"


1.​ ກຳແພງເມືອງຈີນ

2. ຫໍເອນເມືອງປີຊາ

3. ຊາຍຫາດໃນຣີໂອ ເດິ ຈາເນໂຣ, ບລາຊິລ

4. ຊານໂຕຣີນີ້

5. ເວນີຊ,​ອີຕາລີ

6. ຫໍໄອເຟລ, ປາຣີສ

7. ເກາະມັລດີຟ

8. ພິພິທະພັນລູຟ, ປາຣີສ

9. ປີຣາມິດ, ເອຢິບ

10. ທັຊມາຮາລ, ອິນເດຍ

11. ສໂຕນເຮລ, ອັງກິດ

12. ເກາະພີພີ,​ປະເທດໄທ

                             13. ເອເວີເຣັດ,​ເນປານ

14. ຈະຕຸລັດເຊນປີເຕີ, ວາຕິກັນ

15. ນ້ຳພຸ Trevi, ອີຕາລີ

16. ສແປນິຊສເຕັບ,​ອີຕາລີ

17. ວິຫານເກົ່າໃນກຸງເອເຣນ

18. ເຊັນທຣັລປາກ,​ນິວຍອກ

19. ຮູບປັ້ນເງືອກໃນໂຄເປນເຮເກນ, ເດນມາກ

20. ພະລາຊະວັງຊາຍສ໌, ​ຟລັ່ງ

21. ປ່າໄມ້ໄຜ່ ອາຣາຊີຢາມ່າ, ຢີ່ປຸ່ນ

22. ໂອເປຣາເຮົ້າສ, ຊີດນີ

23.  ວັດຮ່ອງຂຸນ, ໄທ


ຈາກ http://petmaya.com/