
ລຳຕົ້ນເປັນລຳເຄືອ, ຂະໜາດນ້ອຍ, ເນື້ອໄມ້ແຂງ, ມັກເລືອພັນຕາມຕົ້ນໄມ້ອື່ນ, ຍາວ 5-15 ມ, ກິ່ງອ່ອນຜິວກ້ຽງ, ສີແດງອ່ອນ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຮີກ້ວາງ ຫຼື ຮູບໄຂ່, ກ້ວາງ 5-9 ຊມ, ຍາວ 8-12 ຊມ, ໂຄນໃບຕັດ ຫຼື ມົນ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ຜິວໃບເປັນສີຂຽວອ່ອນ, ແຜ່ນໃບໜາ ແລະ ໜຽວ. ກ້ານໃບກົມ, ຍາວ 0,7-2 ຊມ.

ເປັນອາຫານ:
ໃບອ່ອນ: ນຳມາໝົກໄຟກິນແທນໝ້ຽງ.
ສັບພະຄຸນທາງຢາ:

ຮາກ: ມີສັບພະຄຸນເປັນຢາຂັບປະຈຳເດືອນຂອງແມ່ຍິງ ແລະ ຕົ້ມດື່ມຮັກສາກາມມະໂຣກ.
ໃບອ່ອນ: ນຳມາຍ້ຳ ຫຼື ຕົ້ມກິນຮັກສາອາການຮ້ອນໃນ.

ເນື້ອໄມ້: ບຳລຸງເລືອດ, ບຳລຸງຮ່າງກາຍ (ເນື້ອໄມ້, ເປືອກຕົ້ນ), ນຳມາບົດລະອຽດປະສົມກັບນ້ຳດື່ມເປັນຢາບຳລຸງທາດ ແລະ ຮັກສາລຳໄສ້..
ໝາກ: ຊ່ວຍຈະເລີນອາຫານ ແລະ ເປັນຢາບຳລຸງ.
ທັງຕົ້ນ: ນຳມາຕົ້ມດື່ມເປັນຢາແກ້ອາການເຈັບທ້ອງ ແລະ ຖອກທ້ອງ.ນອກຈາກນີ້ແລ້ວຕົ້ນ ຫຼື ເຄືອຍັງສາມາດນຳໄປເຜົ່າຖ່ານໄດ້ເນື້ອດີເນື່ອງຈາກມີເນື້ອໄມ້ແຂງ ແລະ ໜຽວ.
Tinted Iron – Titanium Steel | TINNING - iTanium-arts.com
ตอบลบTinted Iron. 3.3 inch. Ceramic Tinted titanium ring Iron seiko titanium - titanium drill bits TINNING - Stainless Steel. This product is a product of Tinting LLC. titanium framing hammer View a titanium exhaust tips large image.