ຮູ້ກ່ອນໄດ້ປຽບ...5 ເທັກນິກທີ່ບໍ່ຄວນພາດກ່ອນຈະເຂົ້າສຳພາດວຽກ


 
ການສຳພາດວຽກເປັນສິ່ງສຳຄັນທີ່ຕ້ອງຮຽນຮູ້ ເພາະວ່າສະໄໝນີ້ບໍລິສັດ ຫຼື ຫ້ອງການຕ່າງໆມີການແຂ່ງຂັນເລື່ອງມາດຕະຖານຂອງຜູ້ສະໝັກງານ ດັ່ງນັ້ນແລ້ວຖ້າເຮົາມີການກຽມຕົວກ່ອນເຮົາກໍ່ຈະໄດ້ປຽບກວ່າຄົນອື່ນບໍ່ຫຼາຍກໍ່ອາດຈະດີກວ່າຄົນທີ່ບໍ່ໄດ້ກຽມຕົວ ແລະ ນີ້ຄື 5 ເທັກນິກຫຼັກທີ່ບໍ່ຄວນພາດ:

1. ສ້າງຄວາມໝັ້ນໃຈໃຫ້ຕົວເອງກ່ອນ
   ກ່ອນຈະສຳພາດວຽກໃຫ້ລາບລື່ນຕ້ອງເລີ່ມຈາກຄວາມໝັ້ນໃຈໃນຕົວເຮົາກ່ອນເປັນຫຼັກ ດັ່ງນັ້ນເຮົາຕ້ອງກວດສອບໃຫ້ລະອຽດວ່າເອກະສານທີ່ຕ້ອງໃຊ້ຄົບຖ້ວນຫຼືຍັງກວດໃຫ້ລະອຽດໄວ້ບໍ່ໃຫ້ຟ້າວ ຈາກນັ້ນຈຶ່ງເລີ່ມຝຶກຊ້ອມ ຕ້ອງກຽມພ້ອມກັບຄຳຖາມຕ່າງໆ ແລະ ວິທີຕອບໃຫ້ລາບລື່ນ.

2. ຕ້ອງຮູ້ລັກຊະນະການສຳພາດ
   ສະໄໝກ່ອນການສຳພາດຈະມີຮູບແບບຫຼືຄຳຖາມທີ່ຕາຍຕົວຢູ່ແລ້ວ ແຕ່ໃນສະໄໝນີ້ຜູ້ຈ້າງ ຫຼື ຫ້ອງການຕ່າງໆມັກຈະສຳພາດງານໂດຍການທົດສອບພິກໄຫວເຊັ່ນວ່າ: ອາດຈະມີການຍົກຕົວຢ່າງສະຖານະການຈຳລອງຂື້ນມາແລ້ວໃຫ້ເຮົາແກ້ໄຂບັັນຫາເພາະຜູ້ສຳພາດຕ້ອງການມູມມອງຄວາມຄິດຂອງເຮົາ ນອກຈາກນີ້ເຮົາຍັງຕ້ອງກຽມຕົວທຸກຮຼບແບບ.

3. ຫາຂໍ້ມູນທີ່ຈຳເປັນໃຫ້ໝົດ
   ໃນສະໄໝນີ້ການຫາຂໍ້ມູນທາງອິນເຕີເນັດນັບວ່າເປັນຂໍ້ມູນທີ່ສຳຄັນເພາະວ່າຈຳຮູ້ແຜນປະຕິບັດການຕ່າງໆຂອງບໍລິສັດຫຼື ຫ້ອງການຕ່າງໆຢ່າງຄົບຖ້ວນ ເຮົາຄ້ວນເກັບຂໍ້ມູນນັ້ນໃຫ້ໝົດໃນທຸກດ້ານ

4. ມີຄວາມກະຕືລືລົ້ນ
   ນີ້ຄືສິ່ງຄຳຄັນເລີຍເພະາວ່າຖ້າເຮົາໄປສະໝັດວຽກທີ່ເຮົາບໍ່ມັກ ແນ່ນອນວ່າການສຳພາດກໍ່ຈະບໍ່ອອກມາດີເພາະວ່າເຮົາບໍ່ມີຄວາມຕື່ນເຕັ້ນບໍ່ກະຕືລືລົ້ນບໍ່ໃສ່ໃຈມັນ. ດັ່ງນັ້ນ ຈຶ່ງຂໍແນະນຳເລີຍວ່າ ຖ້າມີໂອກາດກໍ່ຈົ່ງເລືອກງານທີ່ມັກທີ່ສຸດແນ່ນອນເຮົາອາດຈະບໍ່ເກັງແຕ່ກໍ່ມີໂອກາດສູງທີ່ຈະໄດ້ເພາະຜູ້ສຳພາດຈະເບີ່ງຈາກຄວາມຕັ້ງໃຈຂອງເຮົາ.

5. ລອງສວມບົດບາດວ່າເຮົາເປັນຜູ້ສຳພາດເອງ
   ນີ້ກໍ່ຖືວ່າສຳຄັນໃຫ້ເຮົາລອງຄິດຈາກມູມມອງຂອງຜູ້ສຳພາດວ່າ ຖ້າເຮົາຢາກຈະຮັບເພື່ອນຮ່ວມງານເຮົາຈະເລືອກແບບໃດເຂົາມີຄວາມຕ້ອງການພຽງໃດ ທີ່ຈະເຮັດໃຫ້ບໍ່ລິສັດ ຫຼື ຫ້ອງການເຮົາດີຂື້ນ. ດັ່ງນັ້ນເຮົາກໍ່ຈະຮູ້ໄດ້ວ່າເຮົາຄວນເຮັດແບບໃດ.

ແລະນີ້ກໍ່ເປັນເທັກໜິກຂັ່ນພື້ນຖານສຳລັບຄົນທີ່ຫາກໍ່ຈົບມາໃໝ່ໆ ລອງໄປປະຕິບັດຕາມອາດຈະດີຂື້ຢ່າງແນນ່ອນ


ຂອບໃຈhttp://www.dailyenglish.in.th/

ไม่มีความคิดเห็น:

แสดงความคิดเห็น