10 ຄວາມ​ແຕກ​ຕ່າງ​ຂອງ​ຄົນ​ລວຍ​ແລະ​ຄົນ​ຈົນ




1.ຄວາມຄິດ
ຄົນລວຍຄິດຍາວ ສ່ວນຄົນ​ທົ່ວ​ໄປຄິດ​ສັ້ນ ຄົນລວຍມັກຄິດຍາວຫຼືດຄິດໄກ ອາດໄປເປັນປີ ຫຼື 10 ປີ ແລ້ວວາງເປົ້າໝາຍແລະແຜນເພື່ອອະນາຄົດ ເພື່ອມີອິດສະຫຼະທາງດ້ານການເງິນ ແຕ່ຄົນທົ່ວ​ໄປຄິດກັນສັ້ນ  ຄິດພຽງມື້ນີ້ ມື້ອື່ນ ເດືອນນີ້ເດືອນໜ້າ ຄິດພຽງເພື່ອການຢູ່ລອດເປັນຫຼັກ
2. ການປາກເວົ້າ
ຄົນລວຍມັກເວົ້າລົມກັນເລື່ອງຄວາມຄິດແລະໄອເດຍ ສິ່ງ​ທີ່​ສ້າງສັນ ແຕ່ຄົນທົ່ວ​ໄປມັກເວົ້າເຖິງເລື່ອງສິ່ງຂອງແລະ ເລື່ອງຄົນອື່ນ
3. ການຍອມຮັບ
ຄົລວຍຍອມຮັບການປ່ຽນແປງແລະຄວາມຄິດແປກໃໝ່ ຄົນທົ່ວໄປມັກຕໍ່ຕ້ານສິ່ງໃໝ່ໆເພາະຢ້ານມັນມາຄຸກຄາມຕໍ່ຊີວິດຄວາມເປັນຢູ່​ຂອງ​ເຂົາ​ເຈົ້າ
​ໃນ​ຂະ​ໜະ​ທີ່ຄົນລວຍເຊື່ອວ່າສິ່ງໃໝ່ມັກນຳໂອກາດແລະສິ່ງທີ່ດີກວ່າມານຳສະເໝີ
4. ຄວາມກ້າ
ຄົນລວຍກ້າທີ່ຈະສ່ຽງກັບສິ່ງທີ່ໄດ້ພິລະນາແລະສຶກສາມາດີແລ້ວ ແຕ່ຄົນທົ່ວໄປບໍ່ກ້າທີ່ຈະສ່ຽງກັບສິ່ງຕ່າງ ທັ້ງທີ່ສິ່ງເຫຼົ່ານັ້ນອາດນຳໄປສູ່ລ່ຳລວຍຫຼືຄວາມມັ່ງມີ​ໄດ້
5. ກາຮຽນຮູ້
ຄົນຮວຍຈະສຶກສາຫາຄວາມຮູ້ໃໝ່ໆຢູ່ສະເໝີ ແຕ່ໃນຂະໜະທີ່ຄົນທົ່ວໄປຈະຄິດວ່າ ການຮຽນ​​ຮູ້ຈົບທີ່ໂຮງຮຽນ
ການຮຽນຮູ້ຢູ່ຕະຫຼອດແລະມັກທີ່ຮຽນຮູ້ເຮັດໃຫ້ຄົນລວຍມີຄວາມຄິດແລະມູມມອງທີ່ກວ້າງຂື້ນ ເພາະໃນໂຮງຮຽນມີສອນແຕ່ວິຊາການເທົ່ານັ້ນ ​ແຕ່ບໍ່ໄດ້ສອນເລື່ອງຂອງຊີວິດ ບໍ່ໄດ້ສອນເລື່ອງຂອງການເງິນ ທີ່ອາດນຳໄປສູ່ຄວາມມັ່ງມີ
6. ລາຍໄດ້
ຄົນລວຍມີລາຍໄດ້ຫຼາຍທາງ ແຕ່ຄົນທົ່ວໄປມີລາຍໄດ້ຽງທາງດຽວຫຼື ສອງທາງເທົ່ານັ້ນຄື ເງິນເດືອນເປັນຫຼັກ
7. ວຽກງານ
ຄົນຮວຍມັກຊອກຫາວຽກງານທີ່ມາດສ້າງກຳໄລໃຫ້ເຂົ້າເຈົ້າໄດ້ໃນຈຳນວນຫຼວງຫຼາຍເພີ່ມ​ຂື້ນ​ເລື່ອຍໆ ສ່ວນຄົນທົ່ວໄປຊອກຫາວຽກ​​ງານເພື່ອທີ່ໄດ້ຄ່າຈ້າງ ແລະ ​ລາຍ​ໄດ້​ທີ່ໝັ້ນ​ຄົງ
8. ການເພີ່ມ
ຄົນລວຍຈະເນັ້ນເພີ່ມພູນຄວາມມັ່ງມີຂອງຕົນເອງ ຄົນທົ່ວໄປເນັ້ນການເພີ່ມເງິນເດືອນ
ຄົນລວຍໃຊ້ເງິນເພື່ອໃຫ້ເຮັດວຽກແທນຕົວເອງ ແຕ່ຄົນທົ່ວໄປໃຊ້ແຮງເພື່ອແລກກັບເງິນ
9. ແງ່ຄິດ
ຄົນລວຍຄິດແຕ່ໃນແງ່ດີໆ ທີ່ສ້າງກຳລັງໃຈ ແລະຕັ້ງຄຳຖາມກັບຕົວເອງເພື່ອຫາທາງອອກ,ເພື່ອ​ຫາ​ທາງ​ໄປ​ສູ່​ຄວາມ​ສຳ​ເລັດ ຄົນທົ່ວໄປມັກຄິດໃນແງ່ລົບ ມັກຄິດຂົ່ຕົວເອງ ມັກ​ຄິດ​ວ່າ​ຕົ​ນເອງ​ເຮັດ​ບໍ່​ໄດ້ ​ແລະ ບັ່ນ​ທອນ​ຄວາມໝັ້ນ​ໃຈ​ໃນ​ຕົວ​ເອງ
10. ​ການໃຊ້ຈ່າຍ
ຄົນລວຍຊື້ ສິນຊັບ ​ໃນ​ຂະ​ໜະ​ທີ່ ຄົທົ່ວໄປ ໜີ້ສິນ
ສິນ​ຊັບ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ ເພີ່ມ​ມູນ​ຄ່າ ເຊັ່ນ : ດິນ,ຫຸ້ນ,ອາ​ຄານ​…. ທີ​ສາ​ມາດ​ສ້າງ​ເພີ່ມ​ມູນ​ຄ່າໃນ​ອະ​ນາ​ຄົດ
ໜີ້​ສິນ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ​ມູນ​ຄ່າ​ລົດ​ລົງ ແລະ ລົດ​ລົງ​ເລື້ອຍ​ໆ ເຊັ່ນ: ລົດ ໂທ​ລະ​ສັບ ….ເຊິ່ງ​ສິ່ງ​ຂອງ​ເຫຼົ່າ​ນີ້ສາ​ມາດ​ເອີ້ນ​ອີກ​ຊື່​ວ່າ ເຄືຶ່ອງ​ລະ​ລາຍ​ຊັບ.ຍົກ​ຕົວ​ຢ່າງ: ທ່ານ ຊື້ມື​ຖື​ໜຶ່ງ​ເຄືຶ່ອງ ພຽງ​ແຕ່​ທ່ານ​ຊື້​ປັບຈາກ​ຮ້ານ ລາ​ຄາ​ຂອງມັນ​ກໍ່​ລົດ​ລົງ​ທັນ​ທີ ແລະ​ ຈ​ະ​ຍິ່ງ​ລົດ​ລົງ​ເລື້ອຍໆ.

ไม่มีความคิดเห็น:

แสดงความคิดเห็น