ເຊື່ອວ່າຫຼາຍຄົນຍັງບໍ່ຮູ້....ວິທີດາວໂຫລດວີດີໂອຈາກ youtube ມາໄວ້ໃນມືຖື ໄອໂຟນ


ເຊື່ອວ່າຫຼາຍຄົນຍັງບໍ່ຮູ້ວິທີດາວໂຫລດວີດີໂອຈາກ youtube ມາໄວ້ໃນມືຖື ໄອໂຟນຫຼືໃນລະບົບ ios ແຕ່ສຳລັບໃນລະບົບ andiod ມີຫຼາຍວິທີແຕ່ມື້ນີ້ສະມາແຊປະສົບການໃຫ້ສຳລັບຄົນທີ່ກຳລັງປະສົບບັນຫານີ້ຢູ່

1. ເຂົ້າໄປທີ່ app storeແລ້ວຄິກບ່ອນຄຳວ່າຄົ້ນຫາ


2. ພິມຄຳວ່າ browser and file


3. ຄິກຕິດຕັ້ງ


4.​ ເມື່ອຕິດຕັ້ງແລ້ວ ກົດ open


5. ມັນເດັ້ງຂື້ນວ່າ ຕ້ອງການເຂົ້າເຖິ່ງ app music....ໃຫ້ກົດຕົກລົງ


6. ລົບ link ເກົ່າອອກ ແລ້ວພີມຄຳວ່າ youtube ໃສ່




8. ເລືອກວີດີໂອໃນຢູທູບທີ່ມັກເປີດມາ1ວີດີໂອ ແລ້ວດາວໂຫລດຈະເດັ້ງຂື້ນໃຫ້ຄິກ Download



9. ເມື່ອໂຫລດແລ້ວເຮົາຢາກເອົາໄປໃສ່ໃນ ອາລະບ້ຳຮູບພາບ ວີດີໂອ






10. ເທົ່ານີ້ເຮົາກໍ່ຈະໄດ້ ວີດີໂອທີ່ເຮົາຕ້ອງການມາໄວ້ເບີ່ງແລ້ວ 



ລອງປະຕິບັດເບິ່ງເດີ ບໍ່ຍາກປານໃດ 

10 ຄວາມ​ແຕກ​ຕ່າງ​ຂອງ​ຄົນ​ລວຍ​ແລະ​ຄົນ​ຈົນ




1.ຄວາມຄິດ
ຄົນລວຍຄິດຍາວ ສ່ວນຄົນ​ທົ່ວ​ໄປຄິດ​ສັ້ນ ຄົນລວຍມັກຄິດຍາວຫຼືດຄິດໄກ ອາດໄປເປັນປີ ຫຼື 10 ປີ ແລ້ວວາງເປົ້າໝາຍແລະແຜນເພື່ອອະນາຄົດ ເພື່ອມີອິດສະຫຼະທາງດ້ານການເງິນ ແຕ່ຄົນທົ່ວ​ໄປຄິດກັນສັ້ນ  ຄິດພຽງມື້ນີ້ ມື້ອື່ນ ເດືອນນີ້ເດືອນໜ້າ ຄິດພຽງເພື່ອການຢູ່ລອດເປັນຫຼັກ
2. ການປາກເວົ້າ
ຄົນລວຍມັກເວົ້າລົມກັນເລື່ອງຄວາມຄິດແລະໄອເດຍ ສິ່ງ​ທີ່​ສ້າງສັນ ແຕ່ຄົນທົ່ວ​ໄປມັກເວົ້າເຖິງເລື່ອງສິ່ງຂອງແລະ ເລື່ອງຄົນອື່ນ
3. ການຍອມຮັບ
ຄົລວຍຍອມຮັບການປ່ຽນແປງແລະຄວາມຄິດແປກໃໝ່ ຄົນທົ່ວໄປມັກຕໍ່ຕ້ານສິ່ງໃໝ່ໆເພາະຢ້ານມັນມາຄຸກຄາມຕໍ່ຊີວິດຄວາມເປັນຢູ່​ຂອງ​ເຂົາ​ເຈົ້າ
​ໃນ​ຂະ​ໜະ​ທີ່ຄົນລວຍເຊື່ອວ່າສິ່ງໃໝ່ມັກນຳໂອກາດແລະສິ່ງທີ່ດີກວ່າມານຳສະເໝີ
4. ຄວາມກ້າ
ຄົນລວຍກ້າທີ່ຈະສ່ຽງກັບສິ່ງທີ່ໄດ້ພິລະນາແລະສຶກສາມາດີແລ້ວ ແຕ່ຄົນທົ່ວໄປບໍ່ກ້າທີ່ຈະສ່ຽງກັບສິ່ງຕ່າງ ທັ້ງທີ່ສິ່ງເຫຼົ່ານັ້ນອາດນຳໄປສູ່ລ່ຳລວຍຫຼືຄວາມມັ່ງມີ​ໄດ້
5. ກາຮຽນຮູ້
ຄົນຮວຍຈະສຶກສາຫາຄວາມຮູ້ໃໝ່ໆຢູ່ສະເໝີ ແຕ່ໃນຂະໜະທີ່ຄົນທົ່ວໄປຈະຄິດວ່າ ການຮຽນ​​ຮູ້ຈົບທີ່ໂຮງຮຽນ
ການຮຽນຮູ້ຢູ່ຕະຫຼອດແລະມັກທີ່ຮຽນຮູ້ເຮັດໃຫ້ຄົນລວຍມີຄວາມຄິດແລະມູມມອງທີ່ກວ້າງຂື້ນ ເພາະໃນໂຮງຮຽນມີສອນແຕ່ວິຊາການເທົ່ານັ້ນ ​ແຕ່ບໍ່ໄດ້ສອນເລື່ອງຂອງຊີວິດ ບໍ່ໄດ້ສອນເລື່ອງຂອງການເງິນ ທີ່ອາດນຳໄປສູ່ຄວາມມັ່ງມີ
6. ລາຍໄດ້
ຄົນລວຍມີລາຍໄດ້ຫຼາຍທາງ ແຕ່ຄົນທົ່ວໄປມີລາຍໄດ້ຽງທາງດຽວຫຼື ສອງທາງເທົ່ານັ້ນຄື ເງິນເດືອນເປັນຫຼັກ
7. ວຽກງານ
ຄົນຮວຍມັກຊອກຫາວຽກງານທີ່ມາດສ້າງກຳໄລໃຫ້ເຂົ້າເຈົ້າໄດ້ໃນຈຳນວນຫຼວງຫຼາຍເພີ່ມ​ຂື້ນ​ເລື່ອຍໆ ສ່ວນຄົນທົ່ວໄປຊອກຫາວຽກ​​ງານເພື່ອທີ່ໄດ້ຄ່າຈ້າງ ແລະ ​ລາຍ​ໄດ້​ທີ່ໝັ້ນ​ຄົງ
8. ການເພີ່ມ
ຄົນລວຍຈະເນັ້ນເພີ່ມພູນຄວາມມັ່ງມີຂອງຕົນເອງ ຄົນທົ່ວໄປເນັ້ນການເພີ່ມເງິນເດືອນ
ຄົນລວຍໃຊ້ເງິນເພື່ອໃຫ້ເຮັດວຽກແທນຕົວເອງ ແຕ່ຄົນທົ່ວໄປໃຊ້ແຮງເພື່ອແລກກັບເງິນ
9. ແງ່ຄິດ
ຄົນລວຍຄິດແຕ່ໃນແງ່ດີໆ ທີ່ສ້າງກຳລັງໃຈ ແລະຕັ້ງຄຳຖາມກັບຕົວເອງເພື່ອຫາທາງອອກ,ເພື່ອ​ຫາ​ທາງ​ໄປ​ສູ່​ຄວາມ​ສຳ​ເລັດ ຄົນທົ່ວໄປມັກຄິດໃນແງ່ລົບ ມັກຄິດຂົ່ຕົວເອງ ມັກ​ຄິດ​ວ່າ​ຕົ​ນເອງ​ເຮັດ​ບໍ່​ໄດ້ ​ແລະ ບັ່ນ​ທອນ​ຄວາມໝັ້ນ​ໃຈ​ໃນ​ຕົວ​ເອງ
10. ​ການໃຊ້ຈ່າຍ
ຄົນລວຍຊື້ ສິນຊັບ ​ໃນ​ຂະ​ໜະ​ທີ່ ຄົທົ່ວໄປ ໜີ້ສິນ
ສິນ​ຊັບ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ ເພີ່ມ​ມູນ​ຄ່າ ເຊັ່ນ : ດິນ,ຫຸ້ນ,ອາ​ຄານ​…. ທີ​ສາ​ມາດ​ສ້າງ​ເພີ່ມ​ມູນ​ຄ່າໃນ​ອະ​ນາ​ຄົດ
ໜີ້​ສິນ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ​ມູນ​ຄ່າ​ລົດ​ລົງ ແລະ ລົດ​ລົງ​ເລື້ອຍ​ໆ ເຊັ່ນ: ລົດ ໂທ​ລະ​ສັບ ….ເຊິ່ງ​ສິ່ງ​ຂອງ​ເຫຼົ່າ​ນີ້ສາ​ມາດ​ເອີ້ນ​ອີກ​ຊື່​ວ່າ ເຄືຶ່ອງ​ລະ​ລາຍ​ຊັບ.ຍົກ​ຕົວ​ຢ່າງ: ທ່ານ ຊື້ມື​ຖື​ໜຶ່ງ​ເຄືຶ່ອງ ພຽງ​ແຕ່​ທ່ານ​ຊື້​ປັບຈາກ​ຮ້ານ ລາ​ຄາ​ຂອງມັນ​ກໍ່​ລົດ​ລົງ​ທັນ​ທີ ແລະ​ ຈ​ະ​ຍິ່ງ​ລົດ​ລົງ​ເລື້ອຍໆ.

ຮູ້ກ່ອນໄດ້ປຽບ...5 ເທັກນິກທີ່ບໍ່ຄວນພາດກ່ອນຈະເຂົ້າສຳພາດວຽກ


 
ການສຳພາດວຽກເປັນສິ່ງສຳຄັນທີ່ຕ້ອງຮຽນຮູ້ ເພາະວ່າສະໄໝນີ້ບໍລິສັດ ຫຼື ຫ້ອງການຕ່າງໆມີການແຂ່ງຂັນເລື່ອງມາດຕະຖານຂອງຜູ້ສະໝັກງານ ດັ່ງນັ້ນແລ້ວຖ້າເຮົາມີການກຽມຕົວກ່ອນເຮົາກໍ່ຈະໄດ້ປຽບກວ່າຄົນອື່ນບໍ່ຫຼາຍກໍ່ອາດຈະດີກວ່າຄົນທີ່ບໍ່ໄດ້ກຽມຕົວ ແລະ ນີ້ຄື 5 ເທັກນິກຫຼັກທີ່ບໍ່ຄວນພາດ:

1. ສ້າງຄວາມໝັ້ນໃຈໃຫ້ຕົວເອງກ່ອນ
   ກ່ອນຈະສຳພາດວຽກໃຫ້ລາບລື່ນຕ້ອງເລີ່ມຈາກຄວາມໝັ້ນໃຈໃນຕົວເຮົາກ່ອນເປັນຫຼັກ ດັ່ງນັ້ນເຮົາຕ້ອງກວດສອບໃຫ້ລະອຽດວ່າເອກະສານທີ່ຕ້ອງໃຊ້ຄົບຖ້ວນຫຼືຍັງກວດໃຫ້ລະອຽດໄວ້ບໍ່ໃຫ້ຟ້າວ ຈາກນັ້ນຈຶ່ງເລີ່ມຝຶກຊ້ອມ ຕ້ອງກຽມພ້ອມກັບຄຳຖາມຕ່າງໆ ແລະ ວິທີຕອບໃຫ້ລາບລື່ນ.

2. ຕ້ອງຮູ້ລັກຊະນະການສຳພາດ
   ສະໄໝກ່ອນການສຳພາດຈະມີຮູບແບບຫຼືຄຳຖາມທີ່ຕາຍຕົວຢູ່ແລ້ວ ແຕ່ໃນສະໄໝນີ້ຜູ້ຈ້າງ ຫຼື ຫ້ອງການຕ່າງໆມັກຈະສຳພາດງານໂດຍການທົດສອບພິກໄຫວເຊັ່ນວ່າ: ອາດຈະມີການຍົກຕົວຢ່າງສະຖານະການຈຳລອງຂື້ນມາແລ້ວໃຫ້ເຮົາແກ້ໄຂບັັນຫາເພາະຜູ້ສຳພາດຕ້ອງການມູມມອງຄວາມຄິດຂອງເຮົາ ນອກຈາກນີ້ເຮົາຍັງຕ້ອງກຽມຕົວທຸກຮຼບແບບ.

3. ຫາຂໍ້ມູນທີ່ຈຳເປັນໃຫ້ໝົດ
   ໃນສະໄໝນີ້ການຫາຂໍ້ມູນທາງອິນເຕີເນັດນັບວ່າເປັນຂໍ້ມູນທີ່ສຳຄັນເພາະວ່າຈຳຮູ້ແຜນປະຕິບັດການຕ່າງໆຂອງບໍລິສັດຫຼື ຫ້ອງການຕ່າງໆຢ່າງຄົບຖ້ວນ ເຮົາຄ້ວນເກັບຂໍ້ມູນນັ້ນໃຫ້ໝົດໃນທຸກດ້ານ

4. ມີຄວາມກະຕືລືລົ້ນ
   ນີ້ຄືສິ່ງຄຳຄັນເລີຍເພະາວ່າຖ້າເຮົາໄປສະໝັດວຽກທີ່ເຮົາບໍ່ມັກ ແນ່ນອນວ່າການສຳພາດກໍ່ຈະບໍ່ອອກມາດີເພາະວ່າເຮົາບໍ່ມີຄວາມຕື່ນເຕັ້ນບໍ່ກະຕືລືລົ້ນບໍ່ໃສ່ໃຈມັນ. ດັ່ງນັ້ນ ຈຶ່ງຂໍແນະນຳເລີຍວ່າ ຖ້າມີໂອກາດກໍ່ຈົ່ງເລືອກງານທີ່ມັກທີ່ສຸດແນ່ນອນເຮົາອາດຈະບໍ່ເກັງແຕ່ກໍ່ມີໂອກາດສູງທີ່ຈະໄດ້ເພາະຜູ້ສຳພາດຈະເບີ່ງຈາກຄວາມຕັ້ງໃຈຂອງເຮົາ.

5. ລອງສວມບົດບາດວ່າເຮົາເປັນຜູ້ສຳພາດເອງ
   ນີ້ກໍ່ຖືວ່າສຳຄັນໃຫ້ເຮົາລອງຄິດຈາກມູມມອງຂອງຜູ້ສຳພາດວ່າ ຖ້າເຮົາຢາກຈະຮັບເພື່ອນຮ່ວມງານເຮົາຈະເລືອກແບບໃດເຂົາມີຄວາມຕ້ອງການພຽງໃດ ທີ່ຈະເຮັດໃຫ້ບໍ່ລິສັດ ຫຼື ຫ້ອງການເຮົາດີຂື້ນ. ດັ່ງນັ້ນເຮົາກໍ່ຈະຮູ້ໄດ້ວ່າເຮົາຄວນເຮັດແບບໃດ.

ແລະນີ້ກໍ່ເປັນເທັກໜິກຂັ່ນພື້ນຖານສຳລັບຄົນທີ່ຫາກໍ່ຈົບມາໃໝ່ໆ ລອງໄປປະຕິບັດຕາມອາດຈະດີຂື້ຢ່າງແນນ່ອນ


ຂອບໃຈhttp://www.dailyenglish.in.th/

ແປກປະຫລາດ....ຜູ້ຊາຍແມ່ເຫຼັກສາມາດດູດໂລຫະມາຕິດໃນຮ່າງກາຍ


น่าทึ่ง! ชายมนุษย์แม่เหล็ก สามารถดูดโลหะติดบนร่างกายได้

ຂ່າວຕ່າງປະເທດເຜີຍ ເລື່ອງທີ່ສຸດແປກປະຫຼາດຂອງNermin Halilagic  ຊາຍໄວ 38 ປີທີ່ອາໄສຢູ່ເມືອງ Bihać
ປະເທດ (Bosnia and Herzegovina) ວ່າເປັນມະນຸດແມ່ເຫຼັກມີຄວາມສາມາດດູດໂລຫະມາຕິດໃນຮ່າງກາຍໂດຍທີ່ບໍ່ຕົກ
  






ທີ່ມາnews.qq.com

ອາຈານເກືອບເປັນລົມ....ເມື່ອອາຈານເຫັນຄຳຕອບການສອບເສັງກາງພາກຂອງນັກຮຽນ


6 ວິທີເບິ່ງ​ແຍງ​ຜິວ​ໃນ​ຍາມໜາວ

ອາ​ກາດ​ເຢັນ​ເປັນ​ບາງມື້ ແລະ​ບາງ​ພື້ນ​ທີ່​ຄື​ໃນ​ໄລຍະ​ນີ້ ສາວໆ ຫລາຍໆ ຄົນ​ຄົງ​ຈະ​ບໍ່​ພົ້ນການ​ເປັນຫ່ວງ​ເລື່ອງ​ຜິວ​ງາມ​ຂອງ​ຕົນ​ແນ່ນອນ ເພາະ​ໃນ​ລະດູ​ໜາວ​ທີ່​ອາ​ກາດ​​ເຢັນໆ ແຫ້ງໆ ແບບ​ນີ້​ນີ້​ແຫລະ ຕົວ​ການເຮັດໃຫ້​ຜິວ​ແຕ​ກອອ ຫລື​ຜິວ​ໜ້າ​ເປັນ​ຂຸຍ​ໄດ້​ດີ​ຂະໜາດ​ເລີຍ ມື້​ນີ້​​ແສນ​ສຸກ​ດັອດ​ຄອມ​ກໍ​ເລີຍ​ມີ​ວິທີ​ເບິ່ງແຍງ​ຜິວ​ໃນ​​ລະດູ​ໜາວ​ມາ​ຝາກ​ສາວໆ ໃຫ້​ໄດ້​ນຳ​ເອົາ​ໄປ​ໃຊ້​ 



1. ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ດ້ວຍ​ເບ​ບີ້​ອອຍຫລື​ນ້ຳ​ມັນ​ໝາກ​ພ້າວ​ຫລັງ​ອາບນ້ຳ ຂະນະ​ທີ່​ຕົວ​ຍັງ​ປຽກ ໂດຍ​ໃຊ້​ເບ​ບີ້​ອອຍຫລື​ນ້ຳ​ມັນ​ໝາກພ້າວ​ພຽງ 4-5 ຢອດ ທາ​ໃຫ້​ທົ່ວ​ຜິວ​ກາຍ ແລ້ວ​ເຊັດ​ດ້ວຍ​ຜ້າ​ຂົນ​ໜູ​ຕາມ​ປົກຕິ ຄວາມ​ມັນ​ຂອງ​ເບ​ບີ້​ອອຍ ​ຫລື​ນ້ຳ​ມັນ​ໝາກພ້າວ​ຈະ​ຄົງ​ຢູ່​ເທິງ​ຜິວ ແລະ​ນອກ​ຈາກ​ຈະ​ເຮັດໃຫ້​ຜິວ​ນຸ່ມ​ຊຸ່ມ​ຊື່ນ​ແລ້ວ​ຍັງມີ​ກິ່ນ​ຫອມ​ອ່ອນໆ ທີ່​ແສນ​ຈະ​ຜ່ອນ​ຄາຍນຳ​ອີກ

2. ດື່ມ​ນ້ຳ​ຫຼາຍ ເພາະ​ຜິວ​ທີ່​ຊຸ່ມ​ຊື່ນ​ນັ້ນ​ບໍ່​ໄດ້​ມາ​ຈາກ​ການ​ເບິ່ງແຍງ​ພາຍນອກ​ພຽງ​ຢ່າງ​ດຽວ ແຕ່​ມາ​ຈາກ​ການ​ເບິ່ງແຍງ​ຈາກ​ພາຍ​ໃນ​ດ້ວຍ ການ​ດື່ມ​ນ້ຳ​ຫຼາຍໆ ນີ້​ແຫລະ​​ທີ່​ເຮັດໃຫ້​ຜິວ​ແຫ້ງ​ໄດ້​ຍາກ​ໃນ​ລະດູ​ໜາວ

3. ມອຍເຈີໄລ​ເຊີປ້ອງ​ກັນ​ຜິວ​ໜ້າລອກ​ເປັນ​ຂຸ ລອງ​​ເອົາ​ມອຍ​ເຈີ​ໄລ​ເຊີ​ທີ່​ບໍ່​ມັນ​ຫລາຍ ແລະ​ຊຶມ​ຊາບ​ສູ່​ຜິວ​ໄດ້​ດີ​ມາ​ໃຊ້​ ເພື່ອ​ເຮັດໃຫ້​ຜິວ​ຂອງ​ທ່ານ​ບໍ່​ແຫ້ງ​ຕະຫລອດ​ລະດູ​ໜາວ

4. ສະຄຣັບ​ຜິວ​ອາທິດ​ລະ 2 ​ເທື່ອ ເພື່ອ​ເປັນ​ການ​ຜັດ​ເຊນຜິວ​ເກົ່າ ເຜີຍ​ຜິວ​ໃໝ່​ທີ່​ສະຫວ່າງ​ໃສ ໂດຍ​ສະຄຣັບ​ທີ່​ໃຊ້​ຄວນ​ເປັນ​ສະຄຣັບ​ສູດ​ອ່ອນ​ໂຍນ ເພື່ອ​ໃຫ້​ບໍ່​ທຳລາຍ​ຜິວ​ຫລາຍ​ເກີນ​ໄປ

5. ທາ​ຄີມ​ກັນ​ແດດ​ກ່ອນ​ອອກຈາກ​ເຮືອນ​ທຸກ​​ເທື່ອ ເພາະ​ບໍ່​ວ່າ​ລົມ​ໜາວ​ຈະ​ເຮັດໃຫ້​ທ່ານເພີດ​ເພີນ​ກັບ​ແສງ​ແດດ​ອຸ່ນ​ຢ່າງໃດ ລັງສີ UV ກໍ​ສາມາດ​ຊຶມ​ຜ່ານ​ຜິວ​ເຂົ້າໄປ​ທຳລາຍ​ຜິວ​ຂາວ​ງາມ​ຂອງ​ທ່ານໄດ້​ຢ່າງ​ງ່າຍ​ດາຍ

6. ຢ່າ​ລືມ​ທາ​ໂລ​ຊັ່ນ​ກ່ອນ​ເຂົ້າ​ນອນ​ທຸກຄືນ ໃຫ້​ໂລ​ຊັ່ນ​ໄດ້​ເຂົ້າໄປ​ບຳ​ລຸງ​ຜິວ​ແລະ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຜິວ​ ພ້ອມ​ທັງ​ປ້ອງ​ກັນ​ບໍ່​ໃຫ້​ອາ​ກາດ​ໜາວ​ເຮັດໃຫ້​ຜິວ​ແຫ້ງ​ແລະ​ແຕກ​​ໄດ້

ແລະ ນັ້ນ​ກໍ​ຄື​ວິທີ​ງ່າຍໆ ທີ່​​ເອົາ​ມາ​ຝາກ​ກັນ​ໃນ​ມື້​ນີ້ ເພາະ​ລະດູ​ໜາວ​ມັກ​ຈະ​ເຮັດໃຫ້​ສາວໆ ຜິວ​ແຕກ​ໄດ້​ສະເໝີ ດັ່ງ​ນັ້ນ ຢ່າ​ໄດ້​​ເຜີ​ໃຈ ​ແມ່ນ​ອາ​ກາດ​ຈະ​ເຢັນ​ສະບາຍ​ກໍ​ຕາມ​ເດີ້ ຜູ້​ສາວ​ເດີ້

ເມຍຈົນເປັນລົມເມື່ອຜົວໄປການແລ້ວແຊດຂໍ້ຄວາມມາຫາເມຍທາງເຟສບຸກ... ຖ້າເຈົ້າແມ່ນເມຍຊິເຮັດແນວໃດ?

ເມຍຈົນເປັນລົມເມື່ອຜົວໄປການແລ້ວແຊດຂໍ້ຄວາມມາຫາເມຍທາງເຟສບຸກ... ຖ້າເຈົ້າແມ່ນເມຍຊິເຮັດແນວໃດ?

ຖາມຜູ້ຍິງທັງຫຼາຍແດ່ ຖ້າຜົວເຈິສະຖານະການແບບນີ້ຈະຊ່ວຍຜົວວິທີໃດ?





ຄຳທີ່ເມຍລາວຈະຕອບຕໍ່ໄປນີ້ແມ່ນໃຫ້ເດົາເດິ ແອັດມິນກະບໍ່ຮູ້ຄືກັນເດີ



ທີ່ມາ www.ມີແຕ່ສາລະລ້ວນໆ.com