ໂລກໂຊຊ່ຽວຕະລຶງ....ເດັກນ້ອຍຫາກະເກີດໃໝ່ຍ່າງໄດ້(ມີຄລິບ)

   
ຖືວ່າກຳລັງເປັນຄລິບທີ່ກຳລັງມາແຮງໃນໂລກໂຊຊ່ຽວທີ່ມີຜູ້ຍິງຄົນໜຶ່ງໄປເກີດລູກທີ່ໂຮງໝໍປາກົດວ່າລູກເກີດມາແລ້ວຍ່າງໄດ້ເລີຍ
     ນັບຈາກ Arlete Arantes ຈາກບລາຊີລໄດ້ໂພສຄລິບນີ້ເຊີ່ງມີຄວາມຍາວ 41 ວິນາທີລົງເຟສບຸກເມື່ອວັນທີ່ 26 ພຶດສະພາ ທີ່ຜ່ານມາປັດຈຸບັນມີຜູ້ເຂົ້າເບິ່ງຫຼາຍກວ່າ 80 ລ້ານຄັ້ງ ຍອດແຊຮ 1,6 ລ້ານຄັ້ງ
                                                                       ເບິ່ງຄລິປ



    ຕໍ່ມາໄດ້ມີການອະທິບາຍຈາກໂຮງໝໍມາຫາວິທະຍາໄລ ໂຣເຊສເຕີ ວ່າການທີ່ເດັກນ້ອຍຍ່າງນີ້ບໍ່ແມ່ນປາຕິຫານ ແຕ່ເປັນການຕອບສະໜອງທາງທຳມະຊາດຂອງເດັກນ້ອຍເກີດໃໝ່ທີ່ເອີ່ນວ່າ "stepping reflex" ເວລາທີ່ອູ້ມເດັກນ້ອຍແລະໃຫ້ຕີນເຕະກັນພື້ນເດັກນ້ອຍຈະຍົກຕີນຂື້ນລົງມັນຈະຄ້າຍໆກັບການຍ່າງປະຕິກິຍາທີ່ເຫັນນີ້ຈະພັດທະນາລະບົບປະສາດຂອງເດັກນ້ອຍ 


ທີ່ມາ http://www.komchadluek.net

ບຸນບັ້ງໄຟ ແລະ ຄວາມເປັນມາຂອງບັ້ງໄຟ



   ບຸນບັ້ງໄຟແມ່ນບຸນປະເພນີອັນສຳຄັນທາງພຸດທະສາສະໜາ ເຊິ່ງຈະນອນໃນຮີດ 12 ຂອງລາວທຸກໆປີ ພໍຮອດເດືອນ 6 ຍາມໃດປະຊາຊົນກໍ່ຈະພາກັນເຮັດບຸນບັ້ງໄຟຈູດຂື້ນເພື່ອຂໍຝົນນຳພະຍາແຖນ
    ເຊີ່ງຄວາມເປັນມາຂອງບຸນບັ້ງໄຟຕາມທີ່ປູ່ຍ່າຕາຍາຍເຄີຍເລົ່າໃຫ້ຟັງຕາມແຕ່ລະທ້ອງຖິ່ນອາດຈະບໍ່ຄືກັນຫຼືອາດຈະແຕກຕ່າງໄປໜ້ອຍໜຶ່ງເພາະບໍ່ໄດ້ມີການຈົດກາຍໄວ້ເປັນລາຍລັກອັກສອນພຽງແຕ່ວ່າເລົ່າປາກຕໍ່ປາກກັນຈົນມາເຖີ່ງປັດຈຸບັນນີ້:

      ຕາມນິທານເພີ່ນເລົ່າຂານສືບຕໍ່ກັນມາວ່າ:
            ແຕ່ກີ້ແຕ່ກ່ອນມີເມືອງໜຶ່ງທີ່ອຸດົມສົມບຸນ ເມືອງນັ້ນມີພະຍາເປັນຜູ້ປົກຄອງດູແລບ້ານເມືອງພະຍານີ້ມີລູກສາວດຽວແຕ່ລະມື້ລູກສາວພະຍາຈະມັັກມາຫຼີ້ນນ້ຳພ້ອມກັບນາງສະໜົມທັງຫຼາຍທີ່ເປັນອາລັກຂາ. ຕັ້ງແຕ່ນ້ອຍຈົນເປັນສາວທີ່ນາງທຽວມາຫຼີ້ນນ້ຳຢູ່ບ່ັນນັ້ນເປັນປະຈຳ ແລະ ກໍ່ມີຊາຍຄົນໜຶ່ງເປັນລູຫຼານຊາວນາພໍ່ເປັນໝໍພານທີ່ມີວິຊາອາຄົມເຊິ່ງຊາຍຄົນນີ້ກໍ່ມີວິຊາອາຄົມໃນການປາບສັດສາວາສິ່ງຊາຍຄົນນີ້ມີຮູບຮ່າງໜ້າຕາຈົບງາມພໍເປັນບ່າວພໍ່ແມ່ກໍ່ໄດ້ຕາຍຈາກເຮັດໃຫ້ຊາຍຄົນນີ້ເປັນລູກກຳພ້າ ເຮືອນຂອງຊາຍຄົນນີ້ຢູ່ໃກ້ໆກັບທ່ານ້ຳທີ່ລູກສາວພະຍາທຽວມາຫຼີ້ນນ້ຳມີມື້ໜຶ່ງລູກສາວພະຍາມາຫຼີ້ນນ້ຳບັງເອີນມີເສືອໂຄ້ງໂຕໜຶ່ງໂດດເຂົ້າມາຫວັງຈະຄຸບລູກສາວພະຍາແຕ່ນາງສະໜົມທັງຫຼາຍພາກັນໄລ່ເສືອແລະຕໍ່ສູ້ກັບເສືອແລ້ວໃຫ້ນາງແລ່ນໜີນທີ່ສຸດພວກນາງສະໜົມກໍ່ສູ້ເສືອບໍ່ໄດ້ແລະຖືກເສືອກັດຄໍໝົດ ສ່ວນນາງແມ່ນແລ່ນໄປພົບເຮືອນຂອງຊາຍໜຸ່ມຄົນໜຶ່ງແລະໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ຊາຍຄົນນັ້ນກໍ່ໄດ້ຊ່ວຍນາງກຳຈັດເສືອຈົນເສືອໂຕນັ້ນຕາຍເພາະຊາຍຄົນນັ້ນແມ່ນລູກຂອງນາຍພານ ຫຼັງຈາກນນັ້ນຊາຍຄົນນີ້ກໍ່ໄດ້ໄປສົ່ງນາງ ນາງເກີດມີຄວາມຮັກກັບຊາຍຄົນນີ້ເພາະເປັນຄົນຈິດໃຈດີ ຕໍ່ມາພໍ່ຂອງນາງຮູ້ວ່ານາງຮັກກັບຊາຍຄົນນີ້ຈຶ່ງບໍ່ພໍໃຈເພາະລູກສາວພະຍາຈະເອົາສາມັນຊົນບໍ່ໄດ້ໃນສະໄໝກ່ອນ
     ແຕ່ນາງກໍຍັງຕິດຕໍ່ຫາກັນບໍ່ຂາດ ແລະ ໃນທີ່ສຸດນາງກໍ່ຂັດຄຳຂອງພໍ່ບໍ່ໄດ້ຍ້ອນຄວາມຮັກຈຶ່ງໄດ້ລັກໜີຈະມາຢູ່ກັບຊາຍຄົນນີ້ ແລະ ພາກັນໜິອອກຈາກເມືອງໄປບ່ອນທີ່ບໍ່ມີຄົນໄປເຫັນ ແລ້ວທັງສອງໄດ້ພາກັນເັດເຮືອນຢູ່ນຳກັນ
ແຕ່ນາງກໍ່ຍັງບໍ່ພ້ອມທີ່ຈະເສຍຕົວໃຫ້ຜົວຂອງຕົນເອງ.   ຢູ່ມາວັນໜຶ່ງຜູ້ເປັນຜົວໄດ້ອອກໄປຊອກຫາກິນປ່ອຍໃຫ້ເມຍຍູ່ຄົນດຽວແລ້ວກໍ່ມີສັດຮ້າຍມາທຳຮ້າຍນາງເຮັດໃຫ້ນາງເສຍຊີວິດ ເມື່ອຜົວກັບມາກໍ່ເຫັນເມຍສີ້ນໃຈແລ້ວ ຈຶ່ງໄດ້ເຮັດພິທີຝັງສົບນາງແລະຜູ້ເປັນຜົວກໍ່ຢູ່ຄົນດຽວຕາວລຳພັງນາງກໍ່ໄດ້ຂື້ນໄປຢູ່ໃນສະຫວັນຊັ້ນຟ້າຊາຍຄົນນີ້ກໍທຳມາຫາກິນຢູ່ຄົນດຽວເຮັດໄຮ່ເຮັດນາ. ພໍຮອດເດືອນ 6 ຮອດລະດູເຮັດນາແຕ່ຝົນກໍ່ຕົກມາແຫ້ງແລ້ງ ຊາຍຄົນນີ້ຈຶ່ງໄດ້ໄປທີ່ບ່ອນຝັງສົບເມຍແລະໄດ້ອະທິຖານຂໍຝົນໃຫ້ເມຍຊ່ວຍໃໃຫ້ຝົນຕົກລົງມາ(ເປັນຄວາມເຊື່ອບາງທ້ອງຖິ່ນສະໄໝບູຮານ) ພໍຮອດກາງຄືນຊາຍຄົນນີ້ນອນຝັນວ່າເມຍມາບອກຕົນເອງວ່າເຮົາເປັນຜົວເມຍກັນແລ້ວແຕ່ເມຍຍັງບໍ່ໄດ້ເສຍຕົວໃຫ້ຜົວຢາກໃຫ້ຜົວ. ພໍຕື່ນເຊົ້າມາຜົວກໍ່ນັ້ງຄິດວ່າຈະເຮັດແນວໃດຄິດໄປຄິດມາຊາຍຄົນນີ້ຈຶ່ງຄິດອອກ
ຈຶ່ງໄດ້ຫາໄມ້ມາເຮັດບັ້ງໄຟຈູດສົ່ງໄປໃຫ້ເມຍໂດຍທີ່ປາຍບັ້ງໄຟຈະເຮັດຄ້າຍຄືຮູບອະໄວຍະວະເພດຊາຍ ແລ້ວຈູດສົ່ງຂື້ນໄປໃຫ້ເມຍຫຼັງຈາກນນັ້ນຈຶ່ງມີນໍ້າຕົກລົງມາຈາກຟ້າທີ່ບົົງບອກວ່າເປັນນ້ຳຂອງເມຍຕົນເອງຕົກລົງມາ ! ຈົບ

ທີ່ມາຂອງບຸນບາງທ້ອງຖິ່ນອາດບໍ່ຄືກັນ


   ຫຼັງຈາກນັ້ນບຸນບັ້ງໄຟທີ່ເຮົາເຫັນສ່ວນຫຼາຍໃນທຸກມື້ນີ້ຈຶ່ງເຮັດຮູບຮ່າງຄ້າຍຄືອະໄວຍະວະເພດຊາຍນັ້ນເອງຈູດຂຶ້ນໄປຈຶ່ງຈະມີນຳ້ຕົກລົງມາ


ທີ່ມາ: ພໍ່ເຖົ້າແອັດມິນເຫຼົ່າໃຫ້ຝັງ  

ວິທີປ້ອງກັນຕົວຈາກຟ້າຜ່າ


ນັບໄດ້ວ່າ "ຟ້າຜ່າ" ເປັນອີກໜຶ່ງປະກົດການທາງທຳມະຊາດທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດແລະສັບສິນອີກຢ່າງຍັງສ້າງຄວາມຫວາດກົວໃນເວລາຝົນຟ້າຄະນອງເພາະເຮົາບໍ່ຮູ້ເລີຍເວລາຟ້າຮ້ອງແຮງຟ້າຈະຜ່າລົງບ່ອນໃດ
     ດັ່ງນັ້ນ. ເຮົາມາຮູ້ຈັກກັບວິທີປ້ອງກັນແລະເປັນການກຽມຕົວເອງໃຫ້ປອດໄພຈາກຟ້າຜ່າໃນຊ່ວງລະດູຝົນນີ້ດີກວ່າ

  1. ຫາກວ່າຢູ່ໃນທີ່ໂລ່ງໃຫ້ຫາທີ່ກຳບັງເຊັ່ນວ່າອາຄານໃຫຍ່ແຕ່ຢ່າຢູ່ໃກ້ຝາຫຼືປະຕູອາຄານ ຫຼື ຢູ່ໃນລົດທີ່ປິດປະຕູໃຫ້ແຈບແຕ່ຢ່າໄປສຳພັດກັບຖັງລົດຫຼືສ່ວນຂອງລົດທີ່ເປັນເຫຼັກ
  2. ຫາກຫາທີ່ລົບຫຼືທີ່ກຳບັງບໍ່ໄດ້ໃຫ້ນັ່ງຢ່ອງຢໍ້ຫ ຫຼື ເຮັດແນວໃດກະໄດ້ທີ່ເຮັດໃຫ້ຕົນຕົວເຮົາສຳພັດກັບພື້ນດິນໃຫ້ນ້ອຍທີ່ສຸດແຕ່ຢ່ານອນໝອບກັບພື້ນເພາະກະແສໄຟຟ້າຈະແລ່ນຕາມພື້ນດິນ
  3. ຢ່າຢືນໃກ້ກັບຕົ້ນໄມ້ສູງ ແລະ ບໍລິເວນທີ່ໃກ້ຄຽງກັບຕົ້ນໄມ້ໃຫຍ່ ແລະ ທີ່ສຳຄັນຢ່າກັ້ງຄັນຮົ່ມເດັດຂາດ
  4. ຫ້າມໃຊ້ໂທລະສັບມືຖືຢູ່ກາງແຈ້ງໃນເວລາຟ້າຮ້ອງ ເພາະໃນມືຖືຈະມີສ່ວນປະກອບຂອງແຜ່ນໂລຫະ,ແບັດເຕີຣີ້,ສາຍອາກາດທີ່ເປັນັຕົວລໍ້ກະແສໄຟຟ້າ
  5. ຫ້າມຫຼີ້ນອິນເຕິເນັດເວລາຝົນຟ້າຄະນອງເພາະຟ້າຜ່າຈະລົງມາຕາມເສົາສັນຍານ
  6. ເວລາຝົນຟ້າຄະນອງໃຫ້ປິດສະວິດໄຟ ແລະ ຖອດປັກໄຟອອກໃຫ້ໝົດເພາະຖ້າຟ້າຜ່າຫຼັກເສົາໄຟຟ້າກະແສໄຟຟ້າກໍ່ຈະມາຕາມສາຍໄຟແລະ ອາດເຮັດໃຫ້ສາຍໄຟ້າຟ້າຊອດແລະໄໝ້ໄດ້
  7. ຫຼີກລ່ຽງກັບການສຳພັດກັບໂລຫະທຸຊະນິດ

ທີ່ມາ https://hilight.kapook.com

ອົງການສືບລັບ ສະຫະລັດ ປະສົບບັນຫາ ການຮັກສາຂໍ້ມູນລັບ

ຜູ້ຊາຍຄົນໜຶ່ງ ຍ່າງຜ່ານສັນຍາລັກ ອົງການສືບລັບຊີໄອເອ ໃນຫ້ອງພັກແຂກຂອງສຳນັກງານໃຫຍ່ອົງການ CIA ໃນເມືອງ Langley ລັດ ເວີຈິເນຍ.

ຜູ້ຊາຍຄົນໜຶ່ງ ຍ່າງຜ່ານສັນຍາລັກ ອົງການສືບລັບຊີໄອເອ ໃນຫ້ອງພັກແຂກຂອງສຳນັກງານໃຫຍ່ອົງການ CIA ໃນເມືອງ Langley ລັດ ເວີຈິເນຍ.
   
    ການກ່າວຫາທີ່ໜ້າຕົກໃຈຄັ້ງຫຼ້າສຸດ ເຊິ່ງມີຄວາມຕັ້ງໃຈທີ່ຈະສົ່ງຄື້ນສັ່ນສະເທືອນຜ່ານ ປະຊາຄົມສືບລັບ ສະຫະລັດ ແມ່ນກຳລັງກະຕຸ້ນໃຫ້ມີຄວາມຢ້ານກົວຂຶ້ນມາໃໝ່ ກ່ຽວກັບ ຄວາມສາມາດ ທີ່ຈະຮັກສາຂໍ້ມູນລັບ. ແຕ່ບັນດາອະດີດເຈົ້າໜ້າທີ່ສືບລັບກ່າວວ່າ, ຢ່າງ
ໜ້ອຍ​ໃນຕອນນີ້, ມັນເບິ່ງຄືວ່າ ຂໍ້ມູນທີ່​ປາກົດ​ວ່າ​ມີ​ການຮົ່ວໄຫຼນັ້ນ ຈະບໍ່ສ້າງຄວາມເສຍ ຫາຍຢ່າງຮ້າຍແຮງຕໍ່ຄວາມສາມາດທາງຄອມພິວເຕີຂອງ ສະຫະລັດ.
ອົງການເປີດເຜີຍຄວາມຈິງທາງອອນລາຍ Wikileaks ໃນວັນອັງຄານວານນີ້ ໄດ້ເປີດ ເຜີຍເອກະສານຫຼາຍພັນໜ້າ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າໄດ້ອະທິບາຍວ່າ ​ເປັນ “ຄວາມ ສາມາດໃນການລັກເຈາະຂໍ້ມູນທັງໝົດ” ຂອງອົງການສືບລັບ CIA ສະຫະລັດ.
ວີໂອເອ ບໍ່ສາມາດທີ່ຈະຢືນຢັນ ຄວາມໜ້າເຊື່ອຖື ຂອງເອກະສານ 8,771 ໜ້າທີ່ພິມເຜີຍ
ແຜ່ໃນໜ້າເວັບໄຊ Wikileaks ຢ່າງ​ເປັນອິດ ສະຫຼະໄດ້, ແຕ່ບັນດາຜູ້ຊ່ຽວຊານດ້ານ ຄວາມປອດໄພຄອມພິວເຕີ ແລະ ບັນດາອະດີດເຈົ້າໜ້າທີ່ສືບລັບໄດ້ກ່າວວ່າ ເອກະສານ ຫຼາຍສະບັບປາກົດວ່າຈະແມ່ນຂອງແທ້.
ໃນຄຳຖະແຫຼງການ​ຂອງ​ຕົນ​ນັ້ນ, Wikileaks ໄດ້ກ່າວວ່າ ອົງການ CIA “ໄດ້ເສຍການ ຄວບຄຸມຂໍ້ມູນທີ່ລັກເຈາະມາໄດ້ສ່ວນໃຫຍ່.” ກຸ່ມດັ່ງກ່າວໄດ້ກ່າວເພີ່ມເຕີມວ່າ ອຸປະ ກອນຄອມພິວເຕີຂອງອົງການສືບລັບ ໄດ້ຖືກແຈກຢາຍໃຫ້ກັບບັນດາອະດີດນັກລັກ ເຈາະຂໍ້ມູນຂອງລັດຖະບານ ສະຫະລັດ ແລະ ຕໍ່ມາອຸປະກອນນັ້ນກໍຖືກແບ່ງໃຫ້ພວກ Wikileaks.
ເຈົ້າໜ້າທີ່ ສືບລັບ ສະຫະລັດ ໄດ້ກ່າວຕໍ່ວີໂອເອໂດຍບໍ່ປະສົງອອກຊື່ວ່າ ພະນັກງານສັນ ຍາຈ້າງຂອງອົງການ CIA ໄດ້ຖືກໂຈະວຽກຊົ່ວຄາວ ໃນຖານເປັນແຫຼ່ງທີ່ມາຂອງການ
ຮົ່ວໄຫຼ.
ເຈົ້າໜ້າທີ່ສືບລັບ ສະຫະລັດ ທີ່ຫາກໍອອກບຳນານບໍ່ດົນມານີ້ອີກຄົນໜຶ່ງໄດ້ກ່າວຕໍ່ວີໂອ
ເອວ່າ ອົງການ CIA ແມ່ນກຳລັງເລັ່ງຊອກຫາຜູ້ທີ່ເຮັດໃຫ້ເອກະສານຮົ່ວໄຫຼ ແລະ ດ້ວຍ
ວິທີໃດ.
ທ່ານໄດ້ກ່າວວ່າ “Langley ເຊິ່ງແມ່ນຊື່ເວົ້າສະເພາະກຸ່ມຂອງອົງການ CIA ແມ່ນ
ກຳລັງປະເມີນຜົນ​ເບິ່ງຄວາມເສຍຫາຍຢ່າງເຕັມທີ່.”
ບັນດາສະມາຊິກສະພາ ສະຫະລັດ ກໍມີ​ຄວາມ​ຕົກ​ໃຈເຊັ່ນກັນ.
ປະທານຄະນະກຳມະການສືບລັບສະພາຕ່ຳ ທ່ານ Devin Nunes ສັງກັດພັກຣີພັບ
ບລີກັນ ໄດ້ກ່າວຕໍ່ບັນດານັກຂ່າວໃນຕອນແລງຂອງວັນອັງຄານວານນີ້ວ່າ “ສິ່ງນີ້ ແມ່ນຍັງຢູ່ໃນໄລຍະຕົ້ນຂອງການສືບສວນສອບສວນຢູ່ ແຕ່ບັນຫາພວກນີ້ປາກົດ ວ່າຈະມີຄວາມຮ້າຍແຮງຫຼາຍໆ. ພວກເຮົາມີຄວາມເປັນຫ່ວງຢ່າງຍິ່ງ ແລະ ພວກ ເຮົາກໍກຳລັງຕິດຕາມມັນຢ່າງໃກ້ຊິດ.”
ກະຈາຍຂ່າວຈາກ http://lao.voanews.com

10 ອັນດັບແມ່ນຳ້ທີ່ຍາວທີ່ສຸດໃນໂລກ

ມາເບີ່ງ 10 ອັນດັບແມ່ນຳ້ທີ່ຍາວທີ່ສຸດໃນໂລກ ເພຶ່ອວ່າສຳລັບໃຜທີ່ຍັງບໍ່ຮູ້

10 ແມ່ນ້ຳ lena ປະເທດຣັດເຊຍ ຍາວ 4.400 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก



9 ແມ່ນ້ຳ Argun ໄຫຼຜ່ານ 3 ປະເທດ ຣັດເຊຍ, ຈີນ, ມົງໂກເລຍ ຍາວ 4.444ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก



8 ແມ່ນ້ຳ chambeshi ໃນຄອງໂຄ ຍາວ 4.7000ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก

7 ແມ່ນ້ຳ lrtysh ໄຫຼຜ່ານ ຣັດເຊຍ, ກາຊັກສຖານ, ຈີນ, ມົງໂກລີ ຍາວ 5.410 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก


6 ແມ່ນ້ຳເຫຼືອງປະເທດຈີນຍາວ 5.464 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก


5 ແມ່ນ້ຳ selanga ຜ່ານ ຣັດເຊຍ ແລະ ມົງໂກລີ ຍາວ 5.539 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก


4 ແມ່ນ້ຳ missisippi ອາເມລິກາຍາວ 6.275 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก



3 ແມ່ນ້ຳຍັງຊີປະເທດຈີນຍາວ 6.300 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก



2 ແມ່ນ້ຳ amazon ອາເມລິກາໃຕ້ 6.400 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก



1 ແມ່ນ້ຳໄນລ ຍາວທີ່ສຸດໃນໂລກ 6650 ກິໂລແມັດ
มาดู-10-อันดับแม่น้ำที่ยาวที่สุดในโลก

ທີ່ມາ soopercool

ເຊື່ອວ່າຫຼາຍຄົນຍັງບໍ່ຮູ້....ວິທີດາວໂຫລດວີດີໂອຈາກ youtube ມາໄວ້ໃນມືຖື ໄອໂຟນ


ເຊື່ອວ່າຫຼາຍຄົນຍັງບໍ່ຮູ້ວິທີດາວໂຫລດວີດີໂອຈາກ youtube ມາໄວ້ໃນມືຖື ໄອໂຟນຫຼືໃນລະບົບ ios ແຕ່ສຳລັບໃນລະບົບ andiod ມີຫຼາຍວິທີແຕ່ມື້ນີ້ສະມາແຊປະສົບການໃຫ້ສຳລັບຄົນທີ່ກຳລັງປະສົບບັນຫານີ້ຢູ່

1. ເຂົ້າໄປທີ່ app storeແລ້ວຄິກບ່ອນຄຳວ່າຄົ້ນຫາ


2. ພິມຄຳວ່າ browser and file


3. ຄິກຕິດຕັ້ງ


4.​ ເມື່ອຕິດຕັ້ງແລ້ວ ກົດ open


5. ມັນເດັ້ງຂື້ນວ່າ ຕ້ອງການເຂົ້າເຖິ່ງ app music....ໃຫ້ກົດຕົກລົງ


6. ລົບ link ເກົ່າອອກ ແລ້ວພີມຄຳວ່າ youtube ໃສ່




8. ເລືອກວີດີໂອໃນຢູທູບທີ່ມັກເປີດມາ1ວີດີໂອ ແລ້ວດາວໂຫລດຈະເດັ້ງຂື້ນໃຫ້ຄິກ Download



9. ເມື່ອໂຫລດແລ້ວເຮົາຢາກເອົາໄປໃສ່ໃນ ອາລະບ້ຳຮູບພາບ ວີດີໂອ






10. ເທົ່ານີ້ເຮົາກໍ່ຈະໄດ້ ວີດີໂອທີ່ເຮົາຕ້ອງການມາໄວ້ເບີ່ງແລ້ວ 



ລອງປະຕິບັດເບິ່ງເດີ ບໍ່ຍາກປານໃດ 

10 ຄວາມ​ແຕກ​ຕ່າງ​ຂອງ​ຄົນ​ລວຍ​ແລະ​ຄົນ​ຈົນ




1.ຄວາມຄິດ
ຄົນລວຍຄິດຍາວ ສ່ວນຄົນ​ທົ່ວ​ໄປຄິດ​ສັ້ນ ຄົນລວຍມັກຄິດຍາວຫຼືດຄິດໄກ ອາດໄປເປັນປີ ຫຼື 10 ປີ ແລ້ວວາງເປົ້າໝາຍແລະແຜນເພື່ອອະນາຄົດ ເພື່ອມີອິດສະຫຼະທາງດ້ານການເງິນ ແຕ່ຄົນທົ່ວ​ໄປຄິດກັນສັ້ນ  ຄິດພຽງມື້ນີ້ ມື້ອື່ນ ເດືອນນີ້ເດືອນໜ້າ ຄິດພຽງເພື່ອການຢູ່ລອດເປັນຫຼັກ
2. ການປາກເວົ້າ
ຄົນລວຍມັກເວົ້າລົມກັນເລື່ອງຄວາມຄິດແລະໄອເດຍ ສິ່ງ​ທີ່​ສ້າງສັນ ແຕ່ຄົນທົ່ວ​ໄປມັກເວົ້າເຖິງເລື່ອງສິ່ງຂອງແລະ ເລື່ອງຄົນອື່ນ
3. ການຍອມຮັບ
ຄົລວຍຍອມຮັບການປ່ຽນແປງແລະຄວາມຄິດແປກໃໝ່ ຄົນທົ່ວໄປມັກຕໍ່ຕ້ານສິ່ງໃໝ່ໆເພາະຢ້ານມັນມາຄຸກຄາມຕໍ່ຊີວິດຄວາມເປັນຢູ່​ຂອງ​ເຂົາ​ເຈົ້າ
​ໃນ​ຂະ​ໜະ​ທີ່ຄົນລວຍເຊື່ອວ່າສິ່ງໃໝ່ມັກນຳໂອກາດແລະສິ່ງທີ່ດີກວ່າມານຳສະເໝີ
4. ຄວາມກ້າ
ຄົນລວຍກ້າທີ່ຈະສ່ຽງກັບສິ່ງທີ່ໄດ້ພິລະນາແລະສຶກສາມາດີແລ້ວ ແຕ່ຄົນທົ່ວໄປບໍ່ກ້າທີ່ຈະສ່ຽງກັບສິ່ງຕ່າງ ທັ້ງທີ່ສິ່ງເຫຼົ່ານັ້ນອາດນຳໄປສູ່ລ່ຳລວຍຫຼືຄວາມມັ່ງມີ​ໄດ້
5. ກາຮຽນຮູ້
ຄົນຮວຍຈະສຶກສາຫາຄວາມຮູ້ໃໝ່ໆຢູ່ສະເໝີ ແຕ່ໃນຂະໜະທີ່ຄົນທົ່ວໄປຈະຄິດວ່າ ການຮຽນ​​ຮູ້ຈົບທີ່ໂຮງຮຽນ
ການຮຽນຮູ້ຢູ່ຕະຫຼອດແລະມັກທີ່ຮຽນຮູ້ເຮັດໃຫ້ຄົນລວຍມີຄວາມຄິດແລະມູມມອງທີ່ກວ້າງຂື້ນ ເພາະໃນໂຮງຮຽນມີສອນແຕ່ວິຊາການເທົ່ານັ້ນ ​ແຕ່ບໍ່ໄດ້ສອນເລື່ອງຂອງຊີວິດ ບໍ່ໄດ້ສອນເລື່ອງຂອງການເງິນ ທີ່ອາດນຳໄປສູ່ຄວາມມັ່ງມີ
6. ລາຍໄດ້
ຄົນລວຍມີລາຍໄດ້ຫຼາຍທາງ ແຕ່ຄົນທົ່ວໄປມີລາຍໄດ້ຽງທາງດຽວຫຼື ສອງທາງເທົ່ານັ້ນຄື ເງິນເດືອນເປັນຫຼັກ
7. ວຽກງານ
ຄົນຮວຍມັກຊອກຫາວຽກງານທີ່ມາດສ້າງກຳໄລໃຫ້ເຂົ້າເຈົ້າໄດ້ໃນຈຳນວນຫຼວງຫຼາຍເພີ່ມ​ຂື້ນ​ເລື່ອຍໆ ສ່ວນຄົນທົ່ວໄປຊອກຫາວຽກ​​ງານເພື່ອທີ່ໄດ້ຄ່າຈ້າງ ແລະ ​ລາຍ​ໄດ້​ທີ່ໝັ້ນ​ຄົງ
8. ການເພີ່ມ
ຄົນລວຍຈະເນັ້ນເພີ່ມພູນຄວາມມັ່ງມີຂອງຕົນເອງ ຄົນທົ່ວໄປເນັ້ນການເພີ່ມເງິນເດືອນ
ຄົນລວຍໃຊ້ເງິນເພື່ອໃຫ້ເຮັດວຽກແທນຕົວເອງ ແຕ່ຄົນທົ່ວໄປໃຊ້ແຮງເພື່ອແລກກັບເງິນ
9. ແງ່ຄິດ
ຄົນລວຍຄິດແຕ່ໃນແງ່ດີໆ ທີ່ສ້າງກຳລັງໃຈ ແລະຕັ້ງຄຳຖາມກັບຕົວເອງເພື່ອຫາທາງອອກ,ເພື່ອ​ຫາ​ທາງ​ໄປ​ສູ່​ຄວາມ​ສຳ​ເລັດ ຄົນທົ່ວໄປມັກຄິດໃນແງ່ລົບ ມັກຄິດຂົ່ຕົວເອງ ມັກ​ຄິດ​ວ່າ​ຕົ​ນເອງ​ເຮັດ​ບໍ່​ໄດ້ ​ແລະ ບັ່ນ​ທອນ​ຄວາມໝັ້ນ​ໃຈ​ໃນ​ຕົວ​ເອງ
10. ​ການໃຊ້ຈ່າຍ
ຄົນລວຍຊື້ ສິນຊັບ ​ໃນ​ຂະ​ໜະ​ທີ່ ຄົທົ່ວໄປ ໜີ້ສິນ
ສິນ​ຊັບ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ ເພີ່ມ​ມູນ​ຄ່າ ເຊັ່ນ : ດິນ,ຫຸ້ນ,ອາ​ຄານ​…. ທີ​ສາ​ມາດ​ສ້າງ​ເພີ່ມ​ມູນ​ຄ່າໃນ​ອະ​ນາ​ຄົດ
ໜີ້​ສິນ ແມ່ນ​ສິ່ງ​ທີ່​ຊື້​ມາ​ແລ້ວ​ມູນ​ຄ່າ​ລົດ​ລົງ ແລະ ລົດ​ລົງ​ເລື້ອຍ​ໆ ເຊັ່ນ: ລົດ ໂທ​ລະ​ສັບ ….ເຊິ່ງ​ສິ່ງ​ຂອງ​ເຫຼົ່າ​ນີ້ສາ​ມາດ​ເອີ້ນ​ອີກ​ຊື່​ວ່າ ເຄືຶ່ອງ​ລະ​ລາຍ​ຊັບ.ຍົກ​ຕົວ​ຢ່າງ: ທ່ານ ຊື້ມື​ຖື​ໜຶ່ງ​ເຄືຶ່ອງ ພຽງ​ແຕ່​ທ່ານ​ຊື້​ປັບຈາກ​ຮ້ານ ລາ​ຄາ​ຂອງມັນ​ກໍ່​ລົດ​ລົງ​ທັນ​ທີ ແລະ​ ຈ​ະ​ຍິ່ງ​ລົດ​ລົງ​ເລື້ອຍໆ.