ວິທີປ້ອງກັນຕົວຈາກຟ້າຜ່າ


ນັບໄດ້ວ່າ "ຟ້າຜ່າ" ເປັນອີກໜຶ່ງປະກົດການທາງທຳມະຊາດທີ່ສ້າງຄວາມເສຍຫາຍໃຫ້ແກ່ຊີວິດແລະສັບສິນອີກຢ່າງຍັງສ້າງຄວາມຫວາດກົວໃນເວລາຝົນຟ້າຄະນອງເພາະເຮົາບໍ່ຮູ້ເລີຍເວລາຟ້າຮ້ອງແຮງຟ້າຈະຜ່າລົງບ່ອນໃດ
     ດັ່ງນັ້ນ. ເຮົາມາຮູ້ຈັກກັບວິທີປ້ອງກັນແລະເປັນການກຽມຕົວເອງໃຫ້ປອດໄພຈາກຟ້າຜ່າໃນຊ່ວງລະດູຝົນນີ້ດີກວ່າ

  1. ຫາກວ່າຢູ່ໃນທີ່ໂລ່ງໃຫ້ຫາທີ່ກຳບັງເຊັ່ນວ່າອາຄານໃຫຍ່ແຕ່ຢ່າຢູ່ໃກ້ຝາຫຼືປະຕູອາຄານ ຫຼື ຢູ່ໃນລົດທີ່ປິດປະຕູໃຫ້ແຈບແຕ່ຢ່າໄປສຳພັດກັບຖັງລົດຫຼືສ່ວນຂອງລົດທີ່ເປັນເຫຼັກ
  2. ຫາກຫາທີ່ລົບຫຼືທີ່ກຳບັງບໍ່ໄດ້ໃຫ້ນັ່ງຢ່ອງຢໍ້ຫ ຫຼື ເຮັດແນວໃດກະໄດ້ທີ່ເຮັດໃຫ້ຕົນຕົວເຮົາສຳພັດກັບພື້ນດິນໃຫ້ນ້ອຍທີ່ສຸດແຕ່ຢ່ານອນໝອບກັບພື້ນເພາະກະແສໄຟຟ້າຈະແລ່ນຕາມພື້ນດິນ
  3. ຢ່າຢືນໃກ້ກັບຕົ້ນໄມ້ສູງ ແລະ ບໍລິເວນທີ່ໃກ້ຄຽງກັບຕົ້ນໄມ້ໃຫຍ່ ແລະ ທີ່ສຳຄັນຢ່າກັ້ງຄັນຮົ່ມເດັດຂາດ
  4. ຫ້າມໃຊ້ໂທລະສັບມືຖືຢູ່ກາງແຈ້ງໃນເວລາຟ້າຮ້ອງ ເພາະໃນມືຖືຈະມີສ່ວນປະກອບຂອງແຜ່ນໂລຫະ,ແບັດເຕີຣີ້,ສາຍອາກາດທີ່ເປັນັຕົວລໍ້ກະແສໄຟຟ້າ
  5. ຫ້າມຫຼີ້ນອິນເຕິເນັດເວລາຝົນຟ້າຄະນອງເພາະຟ້າຜ່າຈະລົງມາຕາມເສົາສັນຍານ
  6. ເວລາຝົນຟ້າຄະນອງໃຫ້ປິດສະວິດໄຟ ແລະ ຖອດປັກໄຟອອກໃຫ້ໝົດເພາະຖ້າຟ້າຜ່າຫຼັກເສົາໄຟຟ້າກະແສໄຟຟ້າກໍ່ຈະມາຕາມສາຍໄຟແລະ ອາດເຮັດໃຫ້ສາຍໄຟ້າຟ້າຊອດແລະໄໝ້ໄດ້
  7. ຫຼີກລ່ຽງກັບການສຳພັດກັບໂລຫະທຸຊະນິດ

ທີ່ມາ https://hilight.kapook.com

ไม่มีความคิดเห็น:

แสดงความคิดเห็น