ປາມີແຂ້ວຄ້າຍກັບມະນຸດ ໃນທະເລສາບມິຊິແກນ

ປາມີແຂ້ວຄ້າຍກັບມະນຸດ ໃນທະເລສາບມິຊິແກນ: ເປັນຮູບພາບທີ່ມີການແຊຣ໌ໃນສື່ອອນໄລນ໌ຫຼາຍສົມຄວນທັງໃນລາວ ແລະ ຕ່າງປະເທດ ສຳລັບປາທີ່ມີແຂ້ວ ລັກສະນະຄ້າຍຄືກັນກັບແຂ້ວມະນຸດ ສ້າງຄວາມຕື່ນຕະລຶງໃຫ້ກັບຄົນທີ່ພົບເຫັນ ໂດຍປາຊະນິດນີ້ມີຊື່ວ່າ ປາເປຄູ ສາຍພັນໜຶ່ງ ທີ່ມີຕົ້ນກຳເນີດທີ່ທະວີບອາເມຣິກາໃຕ້ ແຕ່ມີຜູ້ພົບເຫັນທີ່ທະເລສາບມິຊິແກນ, ລັດມິຊິແກນ, ອາເມຣິກາ ເມື່ອບໍ່ດົນມານີ້.

ໂດຍເມື່ອເດືອນສິງຫາທີ່ຜ່ານມາ ໜ່ວຍງານດ້ານຊັບພະຍາກອນທຳມະຊາດ ຂອງລັດມິຊິແກນ ຢືນຢັນວ່າ ມີການຄົ້ນພົບປາໃນລັກສະນະດັ່ງກ່າວແທ້ ແລະ ໜ້າຈະເປັນປາທີ່ເຈົ້າຂອງທີ່ລ້ຽງ ນຳມາປ່ອຍທີ່ແຫຼ່ງນໍ້າທຳມະຊາດແທ້.

ປາເປຄູ ເຄີຍຖືກເອີ້ນໃນທະວີບອາເມຣິກາໃຕ້ວ່າເປັນ “ປາກິນອັນທະ” ເພາະພຶດຕິກຳທີ່ມັກ ຈະກັດອັນທະຂອງມະນຸດ ໂດຍປາຊະນິດນີ້ຖືກນຳເຂົ້າມາທີ່ອາເມຣິກາ ເພື່ອຈຳໜ່າຍໃນຮ້ານຂາຍສັດລ້ຽງ ແຕ່ດ້ວຍນິໄສທີ່ໂຫດເກີນ ເຮັດໃຫ້ເຈົ້າຂອງຫຼາຍຄົນຕັດສິນໃຈ ນຳປາໄປປ່ອຍ ເພາະບໍ່ຕ້ອງການລ້ຽງອີກຕໍ່ໄປ ເຮັດໃຫ້ສາມາດພົບເຫັນປາຈາກອາເມຣິກາໃຕ້ຊະນິດນີ້ ໃນອາເມຣິກາ.


ຈາກ: http://www.devcrown.com/

ไม่มีความคิดเห็น:

แสดงความคิดเห็น