ສະຫຼົດໃຈ! ເດັກຍິງຊີເຣຍ 7 ປີຂຽນຂໍ້ຄວາມ ອຳລາໂລກ ກາງສົງຄາມທີ່ກຳລັງເດືອດ


ສະຫຼົດໃຈ! ເດັກຍິງຊີເຣຍ 7 ປີຂຽນຂໍ້ຄວາມ ອຳລາໂລກ ກາງສົງຄາມທີ່ກຳລັງເດືອດ
ເພຈ໌ China Xinhua News ລາຍງານວ່າ ເມື່ອບໍ່ດົນມານີ້ Bana Alabed ເດັກຍິງຊາວຊີເຣຍໄວ 7 ປີ ແລະ ແມ່ຂອງລາວໄດ້ທວີຕຂໍ້ຄວາມໃນ Twitter ເປັນພາສາອັງກິດ ເພື່ອພາວະນາ ແລະ ບອກລາທຸກຄົນ ເຊິ່ງກາຍເປັນສິ່ງທີ່ໄດ້ຮັບຄວາມສົນໃຈທົ່ວໂລກ.
ຂໍ້ຄວາມສຸດທ້າຍຂອງພວກເຂົາລະບຸວ່າ “ພວກເຮົາຖືກໂຈມຕີ ບໍ່ຮູ້ຈະຫັນໜ້າໄປບ່ອນໃດ ໃນທຸກວິນາທີຮູ້ສຶກຄືຕາຍແລ້ວ ພາວະນາໃຫ້ພວກເຮົາແດ່ ລາກ່ອນທຸກຄົນ – ຟາຖິມະ (Fatemah)”
ຂໍ້ຄວາມໃນ Twitter ສ່ວນໃຫຍ່ ມີເນື້ອຫາກ່ຽວຂ້ອງກັບຊີວິດໃນເມືອງ ທີ່ຢູ່ພາຍໃຕ້ສົງຄາມ ໂດຍກາຍໃຊ້ຮູບ ຫຼື ວີດີໂອ ທີ່ໄດ້ຮັບຄວາມສົນໃຈຈາກທົ່ວໂລກ.
ກ່ອນໜ້ານີ້ ຟາຖິມະ ແມ່ຂອງ ບານາ ໄດ້ສ້າງບັນຊີ Twitter ໃຫ້ລູກສາວຂອງລາວ ເມື່ອເດືອນກັນຍາທີ່ຜ່ານມາ ເພື່ອບອກເລົ່າຊີວິດຂອງພວກເຂົາໃນເມືອງ ອເລັປໂປໃຫ້ທົ່ວໂລກໄດ້ຮັບຮູ້.
ໃນປະຈຸບັນ ກອງທັບຊີເຣຍໄດ້ເຂົ້າຄວບຄຸມພື້ນທີ່ ທີ່ຖືກກຸ່ມກະບົດຄວບຄຸມໄວ້ໄດ້ 60% ຂອງເມືອງອເລປໂປແລ້ວ ໂດຍມີພົນລະເມືອງກວ່າ 30,000 ຄົນ ພາກັນໜີເຂົ້າພື້ນທີ່ຄວບຄຸມຂອງລັດຖະບານ ທັງນີ້ກຸ່ມກະບົດໄດ້ເຂົ້າຢຶດເມືອງອເລັປໂປ ຕັ້ງແຕ່ປີ 2012 ແຕ່ໃນບໍ່ດົນມານີ້ ທາງລັດຖະບານໄດ້ເຂົ້າອ້ອມພື້ນທີ່ ເພື່ອຢຶດເມືອງດັ່ງກ່າວກັບຄືນມາ.

ไม่มีความคิดเห็น:

แสดงความคิดเห็น