iPhone ລຸກໄໝ້ໃນປະເທດຈີນ 8 ເຄື່ອງ
iPhone ລຸກໄໝ້ໃນປະເທດຈີນ 8 ເຄື່ອງ Apple ອອກມາເວົ້າເຖິງເລື່ອງນີ້ແລ້ວ
ກຸ່ມຜູ້ບໍລິໂພກໃນຊ່ຽງໄຮ້ ປະເທດຈີນ ອ້າງວ່າ iPhone 6 ຂອງພວກເຂົາເກີດໄໝ້ຂຶ້ນມາເອງ ໂດຍ Apple ອອກມາຊີ້ແຈງວ່າ ຄວາມເສຍຫາຍທັງໝົດເກີດຈາກພາຍນອກ ບໍ່ໄດ້ເກີດມາຈາກຂະບວນການຜະລິດ ພ້ອມກັບແນະນຳໃຫ້ລູກຄ້າຕິດຕໍ່ກັບ Apple Store ເພື່ອແກ້ໄຂບັນຫາຜ່ານຝ່າຍສະໜັບສະໜຸນຂອງບໍລິສັດ.
ທັງນີ້ ລາຍງານລ່າສຸດ ນັບເປັນກໍລະນີທີ່ 3 ຂອງແບັດ iPhone ໃນຊ່ວງບໍ່ເທົ່າໃດອາທິດທີ່ຜ່ານມາ ເຊິ່ງກ່ອນໜ້ານີ້ເຈົ້າຂອງ iPhone 6 ແລະ 6s ໃນປະເທດຈີນ ກໍ່ເຄີຍໄດ້ຮັບຄວາມເດືອດຮ້ອນໃນກໍລະນີ ທີ່ເຄື່ອງດັບເອງ ເຖິງແມ່ນວ່າແບັດຈະຍັງເຫຼືອຢູ່ເກືອບ 50% ແຕ່ຢ່າງໃດກໍ່ຕາມໃນກໍລະນີນີ້ Apple ໄດ້ສະຫຼຸບອອກມາແລ້ວວ່າເກີດກັບ iPhone 6s ທີ່ຜະລິດໃນຊ່ວງເດືອນກັນຍາຫາຕຸລາ 2015 ແລະ ຍິນດີປ່ຽນແບັດໃຫ້ລູກຄ້າຟຣີ.
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น