ແຊຣ໌ວົນໄປ ໃຫ້ປີ້ງໄກ່ກັບໝາ ແທນທີ່ມັນຈະກິນ ແຕ່ຊໍ້າພັດຄາບໄປໃຫ້ລູກໆກິນ

ໃຫ້ປີ້ງໄກ່ກັບໝາ ແທນທີ່ມັນຈະກິນ ແຕ່ຊໍ້າພັດຄາບໄປໃຫ້ລູກໆກິນ
ເປັນຄລິບ ແລະ ເລື່ອງລາວດີໆຈາກທາງປະເທດເພື່ອນບ້ານ ເມື່ອ ນາງ Noon S. Wongyuen ໂພສຕ໌ຄລິບໃຫ້ໄກ່ປີ້ງ 1 ໄມ້ກັບໝາໂຕໜຶ່ງ ແລ້ວລະບຸວ່າ “ໃຫ້ໄກ່ປີ້ງໄປໄມ້ໜຶ່ງ ຄາບແລ້ວຫາຍໄປ ແລ້ວກັບມາເອົາໃໝ່ ເປັນແບບນີ້ຕະຫຼອດ ຕາມໄປເບິ່ງວ່າມັນໄປໃສ”.

ໃນຄລິບເປັນເຫດການ ຄົນໃຫ້ໄກ່ປີ້ງກັບໝາໂຕໜຶ່ງກິນ ແຕ່ມັນຊໍ້າພັດແລ່ນຫາຍໄປ ແລະ ບໍດົນກໍ່ກັບມາຢືນຂໍໄກ່ປີ້ງອີກ ແລະ ມັນກໍ່ຄາບໄປໄກອີກ ຕອນທຳອິດຄິດວ່າມັນຢ້ານວ່າ ໝາໂຕອື່ນຈະມາຍາດກິນ ແຕ່ສຸດທ້າຍແລ້ວກໍ່ເຫຼືອເຊື່ອ ໝາໂຕນີ້ຄາບໄກ່ໄມ້ນັ້ນໄປໃຫ້ກັບລູກໆ 4-5 ໂຕກິນ ເຫັນແລ້ວຊຶ້ງໃຈອີ່ຫຼີ ”ນີ້ລະຄວາມເປັນແມ່”.


ຂອບໃຈແຫຼ່ງຂ່າວຈາກ: Noon S. Wongyuen

ไม่มีความคิดเห็น:

แสดงความคิดเห็น