ເກີດເຫດໂຈນປຸ້ນຮ້ານ Apple Store ສິ່ງທຳອິດທີ່ພະນັກງານເຮັດຄື ດຶງລູກຄ້າອອກມາ
ເມື່ອວັນທີ 25 ແລະ 29 ພະຈິກທີ່ຜ່ານມາ ທາງຕຳຫຼວດໄດ້ຮັບລາຍງານວ່າມີກຸ່ມໂຈນຈຳນວນ 4 ຄົນ ບຸກເຂົ້າໄປປຸ້ນຮ້ານ Apple Store ສາຂາ San ເມືອທີ 25 ແລະ 29 ພະຈິກທີ່ຜ່ານມາ ທາງຕຳຫຼວດໄດ້ຮັບລາຍງານວ່າມີກຸ່ມໂຈນຈຳນວນ 4 ຄົນ ບຸກເຂົ້າໄປປຸ້ນຮ້ານ Apple Store ສາຂາ San Francisco ໃນແຖວ Bay area ເຖິງສອງເທື່ອ ໂດຍເນັ້ນເປົ້າໝາຍຫຼັກໄວ້ທີ່ iPhone ຫຼາຍເຄື່ອງທີ່ວາງສະແດງຢູ່ບໍລິເວນໂຕະດ້ານໜ້າຂອງຮ້ານ ເຮັດໃຫ້ໄດ້ iPhone ແລະ iPad ໄປເປັນມູນຄ່າຄວາມເສຍຫາຍທັງໝົດ 20,000 ໂດລ່າ ຫຼື 163,300,000 ກີບ.
ຈາກຄລິປຈະເຫັນໄດ້ວ່າກຸ່ມໂຈນເຫຼົ່ານີ້ໄດ້ວາງແຜນມາເປັນຢ່າງດີ ເນື່ອງຈາກໃນຄືນມື້ Black Friday ເຊິ່ງເປັນວັນທີ 25 ທີ່ຮ້ານຄ້າເຕັມໄປດ້ວຍຜູ້ຄົນ ໂຈນເຫຼົ່ານີ້ກໍ່ໄດ້ເຂົ້າມາປຸ້ນ ໂດຍການໃຊ້ເວລາຢ່າງວ່ອງໄວ.
ສິ່ງທີ່ໜ້າສົນໃຈອີກຢ່າງກໍ່ຄືຈາກຄລິປໃນເຫດການເທື່ອທີ່ສອງນັ້ນ ຊ່ວງທີ່ໂຈນກຸ່ມນີ້ບຸກເຂົ້າມາ ໄດ້ມີລູກຄ້າຍິງເລືອກຊື້ສິນຄ້າໃນຮ້ານ ພະນັກງານກໍ່ໄດ້ກັນລູກຄ້າຄົນດັ່ງກ່າວ ເພື່ອບໍ່ໃຫ້ເກີດອັນຕະລາຍ ເອີ້ນໄດ້ວ່າພະນັກງານມີສະຕິ ແລະ ຮັບມືສະຖານະການແບບມືອາຊີບ ໃນພາຍຫຼັງລາວໄດ້ໃຫ້ສຳພາດວ່າ “ໂຈນກຸ່ມນັ້ນໄວປານນິນຈາ ພວກເຂົາໄດ້ວາງແຜນມາເປັນຢ່າງດີ” ແຕ່ລາວຮູ້ສຶກແປກໃຈທີ່ ພະນັກງານເຫຼົ່ານີ້ບໍ່ຮູ້ສຶກຕື່ນເຕັ້ນຫຍັງ ທັງທີ່ມີໂຈນປຸ້ນຮ້ານ.
ເຫດຜົນທີ່ພະນັກງານບໍ່ຕື່ນເຕັ້ນ ແລະ ຕົກໃຈ ອາດເປັນເພາະວ່າເຄື່ອງ Demo ທຸກເຄື່ອງໃນ Apple Store ນັ້ນມີຄວາມສາມາດ “Kill Switch” ເຊິ່ງເປັນຄວາມສາມາດທີ່ຕິດຕັ້ງໃນເຄື່ອງ Demo ເຊິ່ງຖ້າໃຜລັກ iPhone ອອກໄປຈາກຮ້ານ, ຖ້າ iPhone ກວດໄດ້ວ່າຢູ່ນອກລັດສະໝີ Wi-Fi ພາຍໃນຮ້ານ iPhone ເຄື່ອງນັ້ນກໍ່ຈະປິດການໃຊ້ງານ ສະແດງວ່າທີ່ລັກໄປກໍ່ບໍ່ສາມາດເອົາມາໃຊ້ໄດ້ຢູ່ດີ.
ດັ່ງນັ້ນ, ເມື່ອບໍ່ຕ້ອງຫ່ວງວ່າອຸປະກອນຈະບໍ່ເສຍ ເຮັດໃຫ້ພະນັກງານສາມາດໃສ່ໃຈຄວາມປອດໄພຂອງລູກຄ້າ ໄດ້ເປັນອັນດັບທຳອິດ. ຖືວ່າເປັນພະນັກງານທີ່ຄວນຄ່າຕໍ່ການຖືກຍ້ອງຍໍອີຫຼີ.
ຂອບໃຈແຫຼ່ງຂ່າວຈາກ: digitaltrends
ไม่มีความคิดเห็น:
แสดงความคิดเห็น