5 ບຸກຄົນທີ່ມີຊື່ສຽງໂດ່ງດັງທີ່ສຸດ ແຕ່ວ່າພວກເຂົາບໍ່ມີໂຕຕົນຢູ່ແທ້

5 ບຸກຄົນທີ່ມີຊື່ສຽງໂດ່ງດັງ ແຕ່ວ່າພວກເຂົາບໍ່ມີໂຕຕົນຢູ່ແທ້. ເຊື່ອໄດ້ວ່າເຈົ້າຕ້ອງຮູ້ຈັກພວກເຂົາແນ່ນອນ ແລະ ຫຼາຍຄົນຄືຊິຄິດວ່າພວກເຂົາມີໂຕຕົນແທ້ໃນປະຫວັດສາດ ແຕ່ຄວາມຈິງແລ້ວບໍ່ແມ່ນເລີຍ.

1ອັງເຄິລແຊມ



ຢ່າງທີ່ຮູ້ກັນດີແລ້ວວ່າ ”ອັງເຄິລ ແຊມ” ເປັນບຸກຄົນທີ່ຖືກສົມມຸດຂຶ້ນມາ ເພື່ອໃຊ້ໃນການໂຄສະນາຊວນເຊື່ອ ວ່າເປັນຊາວອາເມຣິກາຜູ້ຮັກຊາດ ກ່າວກັນວ່າອັງເຄິລ ແຊມ ຫຼື ທີ່ບ້ານເຮົາຮູ້ຈັກກັນໃນຊື່ ”ລຸງແຊມ” ມີທີ່ມາຈາກ ”ຊາມູເອລ ວິລສັນ”ເສດຖີຜູ້ສະໜັບສະໜູນເງິນທຶນ ແລະ ສະບຽງອາຫານໃຫ້ກັບກອງທັບອາເມຣິກາ ໃນສົງຄາມປະກາດອິດສະຫຼະພາບ.

2ໂຣບິນຮູດ



ໂຣບິນຮູດເປັນຈອມໂຈນມືທະນູ ຜູ້ອອກປຸ້ນຊິງຊັບສິນຄົນລວຍທີ່ມັກໂກງ ເພື່ອໄປຊ່ວຍເຫຼືອຄົນຍາກຈົນ ຕາມຕຳນານກ່າວກັນວ່າ ລາວອາໄສຢູ່ໃນປ່າເຊີວູ໊ດ, ເຄີຍມີນັກປະຫວັດສາດກ່າວວ່າ ລາວອາດເຄີຍມີໂຕຕົນຢູ່ແທ້ໃນຊ່ວງສະຕະວັັດທີ 11 – 12 ແຕ່ກໍ່ຍັງບໍ່ມີຫຼັກຖານສະໜັບສະໜູນແນວຄວາມຄິດນີ້.

3ກະສັດອາເທີ ແລະ ອັດສະວິນໂຕະມົນ



ເລື່ອງລາວຂອງກະສັດອາເທີ ແລະ ອັດສະວິນໂຕະມົນເປັນຕຳນານທີ່ໂດ່ງດັງຂອງອັງກິດ ທີ່ນັກປະຫວັດສາດເອງກໍ່ບໍ່ສາມາດແນ່ໃຈໄດ້ວ່າ ພວກເຂົາມີໂຕຕົນຢູ່ແທ້ ຫຼື ບໍ່? ບໍ່ວ່າຈະເປັນເລື່ອງຂອງ ພໍ່ມົດເມີລີນ, ດາບເອັກຊ໌ຄາລິເບີ. ບາງຄົນກໍ່ວ່າກະສັດອາເທີອາດເຄີຍເປັນຂຸນນາງຂອງຈັກກະວັດໂຣມັນເທິງເກາະອັງກິດ ທີ່ປະກາດແຍກໂຕອອກຈາກແຜ່ນດິນໃຫຍ່.

4ເຊີລ໊ອກ ໂຮມສ໌



ຊາຍຜູ້ນີ້ແມ່ນສຸດຍອດນັກສືບຜູ້ສະຫຼາດຫຼັກແຫຼມຂອງອັງກິດໃນຍຸກວິກຕໍເຣຍ ດ້ວຍຊື່ສຽງທີ່ໂດ່ງດັງຂອງລາວ ເຮັດໃຫ້ຫຼາຍໆຄົນອາດຄິດວ່າລາວມີໂຕຕົນຢູ່ແທ້ ແຕ່ຄວາມຈິງແລ້ວເປັນພຽງໂຕລະຄອນຈາກປາຍບິກຂອງ ”ເຊີ ອາເທີ ໂຄນັນ ດອຍລ໌” ເທົ່ານັ້ນເອງ.

5ວິລລ່ຽມ ແທລ


ນີ້ແມ່ນຕຳນານຂອງວິລະບຸລຸດແຫ່ງສະວິດເຊີແລນທີ່ມີຊື່ສຽງໂດ່ງດັງ ກ່າວກັນວ່າລາວເປັນວິລະບຸລຸດ ທີ່ຕໍ່ສູ້ກັບກອງທັບອອສເຕຣຍຜູ້ຮຸກຮານດ້ວຍທະນູໜ້າໄມ້ ຈົນເປັນທີ່ລືຊາຂອງຊາວສະວິສ ແລະ ອອສເຕຣຍ. ຄັ້ງໜຶ່ງ ທະຫານອອສເຕຣຍເຄີຍທົດສອບຄວາມສາມາດດ້ານການຍິງໜ້າໄມ້ຂອງລາວ ດ້ວຍການນຳໂຕລູກຊາຍມາມັດໄວ້ກັບຕົ້ນໄມ້ ແລະ ວາງໝາກແອັບເປິ້ນໄວ້ເທິງຫົວ ແລະ ໃນເທື່ອນັ້ນວິລລ່ຽມ ສາມາດຍິງລູກທະນູໃສ່ໝາກແອັບເປິ້ນຖືກ ແຕ່ຢ່າງໃດກໍ່ຕາມນັກວິທະຍາສາດບໍ່ເຫັນຫຼັກຖານພຽງພໍ ທີ່ຈະຢືນຢັນການມີຢູ່ແທ້ຂອງລາວ.



ທີ່ມາ: http://www.devcrown.com/

ไม่มีความคิดเห็น:

แสดงความคิดเห็น