ນັ່ງໃຊ້ຄອມພິວເຕີດົນເກີນໄປ ສ່ຽງຕໍ່ສຸຂະພາບ
ນັກວິໄຈ ປະເທດນິວຊີແລນ ພົບເຫັນວ່າການນັ່ງເຮັດວຽກກັບຄອມພິວເຕີເປັນເວລາ ຫລາຍ ຊົ່ວໂມງ ອາດຈະເຮັດໃຫ້ເລືອດແຂງຕົວ ເປັນກ້ອນ ເຊຶ່ງເປັນອັນຕະ ລາຍແລະ ສາມາດເສຍຊິວິດໄດ້ ເຊຶ່ງມີລັກສະນະຄ້າຍຄືກັນກັບການເກີດອາການທີ່ເອີ້ນກັນວ່າ DEEP VEIN THROMBOSIS ທີ່ເກີດຈາກການນັ່ງເຮືອບິນ ໃນໄລຍະທາງໄກໆໂດຍ ສະເພາະ ຊັ້ນທີ່ນັ່ງມີລາຄາປະຢັດບາງທີ ເອີ້ນອາການນີ້ ວ່າ ECONOMY CLASS SYSDROME.
ຄວາມເປັນຈິງກ່ຽວກັບເລື່ອງນີ້ ຖືກຄົ້ນພົບໂດຍ ນັກວິໄຈທີ່ໄດ້ຂໍ້ມູນວ່າ ຜູ້ຊາຍໃນໄວອາຍຸ 32 ປີ ຄົນຫນຶ່ງ ຊຶ່ງໄດ້ນັ່ງເຮັດວຽກຢູ່ຕໍ່ຫນ້າຄອມພິວເຕີປະມານ 18 ຊົ່ວໂມງຕໍ່ວັນ ຊຶ່ງມີອາການບໍ່ຮູ້ສຶກຕົວ ເນື່ອງຈາກເກີດມີອາການເລືອດ ແຂງຕົວເປັນກ້ອນໂດຍກ້ອນເລືອດທີ່ເກີດຂຶ້ນນີ້ຈະຢູ່ໃນບໍລິເວນຂາ ຂອງລາວເອງ ກ່ອນທີ່ ຈະ ແຕກກະຈາຍ ແລະ ແລ່ນໄປໃສ່ ປອດທັງສອງເບື້ອງຂອງລາວອີກເທື່ອຫນຶ່ງ ຊຶ່ງອາການນີ້ເອີ້ນວ່າ DEEP VEIN THROMBOSIS, ທັງນີ້ ຈະເກີດ ຂຶ້ນເມື່ອເວລາມີເລືອດຂຸ້ນຢູ່ໃນເສັ້ນເລືອດດຳ ຊຶ່ງມັນຈະຄ່ອຍໆ ປ່ຽນຕົວມັນເອງໄປເປັນກ້ອນເລືອດ. ຈະສາມາດ ສັງເກດເຫັນໄດ້ຢ່າງຈະ ແຈ້ງຄື: ຂາຈະເລີ່ມມີອາການບວມ, ສ່ວນອາການທີ່ອັນຕະລາຍຈະເກີດຂຶ້ນ ເມື່ອມີເລືອດແຕກ ອອກ ແລະ ແລ່ນໄປເຖິງ ຫົວ ໃຈ ຫລື ອະໄວຍະວະພາຍໃນທີ່ສຳຄັນ ຂອງຮ່າງກາຍ ຊຶ່ງອາການດັ່ງກ່າວນີ້ບໍ່ສາມາດຄາດຄະເນ ຫລື ເດົາເອົາໄດ້.
ມີຂໍ້ແນະນຳຂອງທາງການແພດ ເຊຶ່ງນອກຈາກທີ່ຈະບໍ່ຄວນນັ່ງເຮັດວຽກ ຫລື ຫລິ້ນຄອມພິວເຕີດົນນານຈົນເກີນໄປແລ້ວ, ຖ້າຫລີກ ເວັ້ນ ບໍ່ໄດ້ ໃນຂະນະ ທີ່ຮູ້ສຶກ ວ່ານັ່ງດົນນານແລ້ວ ໃຫ້ພະຍາຍາມ ເຫນັງຕີງ ແລະ ເຄື່ອນໄຫວຂໍ້ຕີນຂໍ້ມື ພ້ອມທັງດື່ມນ້ຳ , ແຕ່ບໍ່ຄວນດື່ມ ເຫລົ້າ. ນອກຈາກນີ້, ຜູ້ທີ່ໃຊ້ຄອມພິວເຕີທີ່ນັ່ງດົນນານ ກໍຄວນຈະລຸກຂຶ້ນ ແລະ ຢຽດຂາ ເທື່ອລະຊົ່ວໂມງ. ການນັ່ງເຮັດວຽກດ້ວຍຄອມ ພິວເຕີ ຢູ່ໃນທ່າທາງທີ່ຖືກຕ້ອງ ຈະເຮັດໃຫ້ສາມາດຫລຸດຜ່ອນຄວາມສ່ຽງລົງໄດ້, ແຕ່ຊ່ຽວຊານບາງທ່ານຍັງໃຫ້ຂໍ້ສັງເກດວ່າ ຜູ້ທີ່ນຳ ໃຊ້ຄອມພິວເຕີໂນດບຸກ ຈະມີຄວາມສ່ຽງຕໍ່ອາການຜິດປົກກະຕິ 2 ເທື່ອໂດຍສະເພາະຜູ້ທີ່ຕ້ອງ ໄດ້ນັ່ງເຮັດວຽກ ດ້ວຍໂນດ ບູກໃນຊັ້ນທີ່ນັ່ງ ລາຄາປະຢັດຢູ່ເທິງເຮືອບິນ.

ไม่มีความคิดเห็น:
แสดงความคิดเห็น