ຄຸນປະໂຫຍດຂອງຫມາກເລັ່ນ
ຄວາມນິຍົມຂອງການຮັບປະທານໃນປະຈຸບັນນີ້ສ່ວນຫລາຍນິຍົມຮັບປະທານຜັກແລະຫມາກໄມ້ຫລາກຫລາຍສີປະສົມເຂົ້າກັນ ເຊິ່ງຈະເຮັດໃຫ້ ຄົນທີ່ຮັບປະທານນັ້ນໄດ້ຮັບສານອາຫານທີ່ມີປະໂຫຍດຕໍ່ຮ່າງກາຍແບບເຕັມໆແຕ່ມື້ນີ້ຂໍແນະນຳໃຫ້ທ່ານຮູ້ເຖິງຄຸນປະໂຫຍດຫມາກເລັນ ເຊິ່ງເປັນ ຜັກຊະນິດຫນຶ່ງທີ່ຫລາຍໆຄົນມັກຮັບປະທານກັນຖ້າໃຜບໍ່ມັກຮັບປະທານຫມາກເລັນມາກ່ອນຖ້າໄດ້ອ່ານຄຸນປະໂຫຍດນີ້ຈົບທ່ານຈະຮູ້ສຶກຢາກ ລອງຮັບປະທານຂຶ້ນມາທັນທີແນ່ນອນ.
ຫມາກເລັນ: ໃນຫມາກເລ່ັນມີສານຈຳພວກແຄໂຣທີນອຍດ໌ຊື່ໄລໂຄພິນ (Lycopene) ເປັນສານສີແດງ ແລະ ວິຕາມິນຫລາຍຊະນິດເຊັ່ນ: ວິຕາມິນບີ 1, ວິຕາມິນບີ 2, ວິຕາມິນ ເຄ ໂດຍສະເພາະວິຕາມິນເອ ແລະ ວິຕາມິນຊີຈະມີໃນປະລິມານສູງ ນອກນີ້ ຍັງມີກົດມາລິກ ແລະ ກົດຊິຕຣິກທີ່ໃຫ້ລົດຊາດສົ້ມ ແລະ ຍັງມີກລູຕາມິກ (Glutamic) ເຊິ່ງເປັນກົດອະ ມິໂນຊ່ວຍເພີ່ມລົດຊາດໃຫ້ອາຫານ, ຍັງປະກອບດ້ວຍສານເບຕ້າແຄໂຣທີນ ແລະ ທາດແຮ່ຫລາຍຊະນິດເຊັ່ນ: ແຄລຊຽມ, ເຫລັກ ແລະ ຟອສຟໍຣັສ ເປັນຕົ້ນ.
ຫມາກເລັນທີ່ມີລົດຊາດສົ້ມຊ່ວຍດັບຄວາມຢາກນ້ຳໄດ້ເຮັດໃຫ້ຈະເລີນອາຫານ, ບຳລຸງແລະກະຕຸ້ນກະເພາະອາຫານ, ລຳໄສ້, ຫມາກໄຂ່ຫລັງໃຫ້ເຮັດວຽກໄດ້ດີຂຶ້ນຊ່ວຍຂັບພິດ ແລະ ສິ່ງຕົກຄ້າງໃນຮ່າງກາຍໄດ້ເນື່ອງຈາກວ່າຫມາກເລັ່ນເປັນຢາລະບາຍອ່ອນໆເຫມາະທີ່ຈະເປັນອາຫານສຳລັບຜູ້ປ່ວຍ ພະຍາດນິ້ວ, ວັນນະໂລກ, ຫູອັກເສບ ແລະ ເຍື້ອຕາອັກ ເສບຄວນໃຫ້ຮັບປະທານຜັກສົດ ເຊິ່ງຈະຫລຸດອັດຕາການເກີດພະຍາດມະເຮັງລຳໄສ້ ແລະ ມະເຮັງຕ່ອມລູກຫມາກ.
ຜິວຫນັງທີ່ຖືກແສງແດດເຜົາສາມາດໃຊ້ໃບຫມາກເລັ່ນນຳມາຕຳໃຫ້ລະອຽດແລ້ວນຳເອົາມາທາບໍລິເວນທີ່ຖືກແສງແດດເຜົາ, ນຳເອົາຮາກ, ລຳຕົ້ນ ແລະ ໃບແກ່ເອົາມາຕົ້ມດື່ມສາ ມາດ ແກ້ອາການເຈັບແຂ້ວໄດ້. ນ້ຳຫມາກເລັນສາມາດນຳມາພອກຫນ້າ ຫລື ນຳເອົາຫມາກເລັນສຸກມາຊອຍເປັນປ່ຽງບາງໆນຳມາແປະໄວ້ທີ່ໃບຫນ້າໃຫ້ທົ່ວກໍ່ຈະຊ່ວຍເຮັດໃຫ້ຜິວ ຫນ້າອ່ອນນຸ່ມປິ່ນປົວສິວ ແລະ ຍັງເຮັດໃຫ້ຜິວຫນ້າເຕັ່ງຕຶງຂຶ້ນ. ການຮັບປະທານຫມາກເລັນສຸກເປັນປະຈຳທຸກມື້ຈະຊ່ວຍຫລຸດການແຂງຕົວຂອງຜະຫນັງຫລອດເລືອດ, ປິ່ນປົວ ພະຍາດເລືອດອອກຕາມເຟັນແຂ້ວ, ບຳລຸງສາຍຕາ, ຊ່ວຍ ຍ່ອຍອາຫານ, ຫລຸດຄວາມດັນເລືອດ, ບັນເທົາອາການປ່ວຍຂອງຜູ້ປ່ວຍພະຍາດຫົວໃຈ, ພະຍາດຄວາມດັນເລືອດສູງ ແລະ ພະຍາດຕັບອັກເສບ. ຄັ້ນນ້ຳຫມາກເລັນສຸກຫລືປັ່ນດື່ມສາມາດຫລຸດອາການທ້ອງອືດ ແລະ ອາຫານບໍ່ຍ່ອຍໄດ້ຊ່ວຍດັບຄວາມຮ້ອນໃນຮ່າງກາຍ ແລະ ປິ່ນປົວພະຍາດແຜ ຮ້ອນໃນນຳ.
ไม่มีความคิดเห็น:
แสดงความคิดเห็น