9 ປະໂຫຍດດີໆ ຂອງ “ໝາກພ້າວ”

1. ຊ່ວຍຮັກສາອາການຂາດນໍ້າ ເມື່ອໃດກໍ່ຕາມທີ່ຮູ້ສຶກຫິວນໍ້າ ຫຼື ຮ່າງກາຍຂາດນໍ້າ, ດື່ມນໍ້າໝາກພ້າວຈະຊ່ວຍເພີ່ມນໍ້າໃນຮ່າງກາຍ ໄປພ້ອມໆກັບເກືອແຮ່ທີ່ມີປະໂຫຍດ ແລະ ລົດຊາດຫວານສົດຊື່ນຈາກທຳມະຊາດ .
2. ນໍ້າໝາກພ້າວ ອຸດົມໄປດ້ວຍ ວິຕາມິນ B1, B2, B3, B6 Vitamin C, Calcium, magnesium, phosphorus, potassium, ເຫຼັກ, ກົດອະມິໂນ ແລະ ໂປຣຕີນທີ່ດີຕໍ່ຮ່າງກາຍ.
3. ຊ່ວຍເສີມສ້າງ collagen ແລະ Elastin ໃຫ້ກັບຜິວ ຈຶ່ງເຮັດໃຫ້ຜິວພັນເຕັ່ງຕຶງ ສົດໃສ
4. ມີ Cytokine ທີ່ຊ່ວຍບໍາລຸງຮໍໂມນໃນຮ່າງກາຍໃຫ້ແຂງແຮງ, ຊ່ວຍໃນການຈະເລີນເຕີບໂຕ ແລະ ການພັດທະນາຂອງຮ່າງກາຍ, ຊ່ວຍຊະລໍໄວ ແລະ ຊ່ວຍປ້ອງກັນໂລກຄວາມຈໍາເຊື່ອມ (Alzheimer).
5. ນໍ້າໝາກພ້າວ ຊ່ວຍຍ່ອຍອາຫານ ແລະ ຫຼຸດຜ່ອນອາການກົດໄຫຼຍ້ອນ.
6. ຊ່ວຍບັນເທົາອາການໂລກກະເພາະອາຫານອັກເສບ.
7. ຊ່ວບຂັບອາຈົມ ບັນເທົາອາການພົກຢ່ຽວອັກເສບ.
8. ຖ້າມີອາການປວດຫົວຈາກການຂາດນໍ້າ ການດື່ມນໍ້າໝາກພ້າວຈະຊ່ວຍໃຫ້ອາການປວດຫົວຄ່ອຍເຊົາລົງໄດ້
9. ຖ້າມີອາການປວດຮາກ ຫຼື ເມົາຄ້າງ ສາມາດດື່ມນໍ້າໝາກພ້າວເພື່ອບັນເທົາອາການດັ່ງກ່າວໄດ້ດີ.
ນໍ້າໝາກພ້າວເປັນອາຫານພະລັງງານຕໍ່າ ແຕ່ໃຫ້ຄວາມສົດຊື່ນໄດ້ດີ ເໝາະກັບທຸກເພດທຸກໄວ ແຕ່ສຳຫຼັບໃຜທີ່ເປັນໂລກໝາກໄຂຫຼັງ ແລະ ໂລກເບົາຫວານ ອາດຕ້ອງປຶກສາແພດ ເພື່ອຫາປະລິມາທີ່ເໝາະສົມກັບຮ່າງກາຍ ເພາະຢ່າງໃດແລ້ວ ນໍ້າໝາກພ້າວ ກໍເປັນນໍ້າໝາກໄມ້ທີ່ມີນໍ້າຕານ.
ไม่มีความคิดเห็น:
แสดงความคิดเห็น