10 ບົດຮຽນ ”ປ່ຽນຊີວິດ” ຂອງເຈົ້າຂອງ Facebook ທີ່ເຮົາຫລີ້ນກັນທຸກມື້


ເພາະເທິງໂລກນີ້ບໍ່ມີສູດຄວາມສຳເລັດທີ່ຕາຍໂຕ ມັນຂຶ້ນກັບປະສົບການຂອງແຕ່ລະຄົນ ທີ່ໄດ້ພົບເຫັນມາຈົນເຮັດໃຫ້ເຮົາເປັນໂຕຂອງເຮົາເອງໃນທຸກມື້ນີ້ ແລະ ໃນມື້ນີ້ DevCrown ກໍ່ຂໍນຳໝູ່ໆເຂົ້າສູ່ສູດຄວາມສຳເລັດ ແລະ ບົດຮຽນຂອງ Mark Zuckerberg ຜູ້ສ້າງ ແລະ CEO ຂອງທາງ Facebook ທັງ 10 ຂໍ້ທີ່ອາດສາມາດປ່ຽນຊີວິດຂອງເຈົ້າໄດ້.
1.ເອົາຊະນະຄົນທີ່ເຄີຍດູໝິ່ນເຮົາໃຫ້ໄດ້


 ບໍ່ວ່າໃຜກໍ່ລ້ວນແຕ່ເຄີຍຖືກດູໝິ່ນມາກ່ອນທັງນັ້ນ, ແຕ່ນັ້ນບໍ່ແມ່ນສ່ວນທີ່ສຳຄັນຕໍ່ຊີວິດຂອງເຮົາ ເພາະທີ່ສຳຄັນແທ້ໆແມ່ນ ເຮົາຈະເຮັດແນວໃດກັບການດູໝິ່ນນັ້ນ ຈະຢຸດຢູ່ບ່ອນນັ້ນ ຫຼື ຈະກ້າວຂ້າມຜ່ານໄປ, ມັນກໍ່ຢູ່ທີ່ໂຕເຈົ້າເລືອກ. ສະໄໝຮຽນ Mark Zuckerberg ເຄີຍຖືກແຟນຖິ້ມ ແລະ ຖືກດູໝິ່ນ ເພາະຕອນນັ້ນ Mark ເຮັດໂຕໂລເລຫຼາຍ ຈົນຖືກແຟນເກົ່າເວົ້າໃຫ້ວ່າ ບໍ່ມາວັນທີ່ຈະປະສົບຜົນສຳເລັດ.  ແຕ່ສຸດທ້າຍກະຄືດັ່ງທີ່ເຮົາເຫັນ Mark ເປັນຜູ້ສ້າງ ແລະ CEO ຂອງ Facebook ທີ່ສ້າງຜົນກຳໄລມະຫາສານ ແລະ ຖືວ່າປະສົບຜົນສຳເລັດຢ່າງຫຼວງຫຼາຍ.
2. ຢ່າປ່ອຍໃຫ້ຄົນແປກໜ້າທີ່ບໍ່ຮູ້ຈັກເຈົ້າດີ ມາທຳລາຍຈຸດຢືນຂອງເຈົ້າ 
 ໂລກນີ້ບໍ່ມີໃຜທີ່ຈະໜີພົ້ນຄຳດ່າ, ນິນທາ ຫຼື ດູໝິ່ນໄປໄດ້. ດັ່ງນັ້ນ, ຈົ່ງຢ່າທໍ້ຖອຍ ແລະ ເຮັດໃນສິ່ງທີ່ຕັ້ງໃຈຕໍ່ໄປ ເພາະເປົ້າໝາຍຂ້າງໜ້າຂອງເຮົາ ຍິ່ງໃຫຍ່ກວ່າຄຳເວົ້າເຫຼົ່ານັ້ນຫຼາຍ.

3. ເຮັດໃນສິ່ງທີ່ຮັກ ແລະ ຮັກໃນສິ່ງທີ່ເຮັດ


ຖ້າຫາກເຮົາເຮັດວຽກໃນສິ່ງທີ່ຮັກ ເຮົາກໍ່ຈະຮູ້ສຶກວ່າບໍ່ໄດ້ເຮັດວຽກໄປຕະຫຼອດຊີວິດ ຕາມຄຳທີ່ກ່າວມານັ້ນ ເພາະຖ້າຫາກເຮົາໄດ້ເຮັດໃນສິ່ງທີ່ຕົນເອງຮັກ ເຮົາຈະຮູ້ສຶກວ່າເຮັດວຽກໄດ້ງ່າຍກວ່າ ແລະ ຮູບແບບວຽກຈະອອກມາດີກວ່າເຮັດໃນສິ່ງທີ່ບໍ່ມັກ.
4. ຜູ້ນຳທີ່ດີຕ້ອງປຸກຍັກໃຫຍ່ ທີ່ລີ້ໃນໂຕຂອງຄົນຮອບຂ້າງໄດ້


ໃນການເຮັດວຽກທີ່ຢູ່ພາຍໃຕ້ແຮງກົດດັນ ຜູ້ນຳຈະມີບົດບາດໃນການສ່ວຍເສີມສ້າງກຳລັງໃຈໃຫ້ກັບລູກນ້ອງ ມີແຮງສູ້ໃນການເຮັດວຽກຫຼາຍຂຶ້ນ ເພື່ອໃຫ້ງານສາມາດດຳເນີນໄປໄດ້ຢ່າງບໍ່ຕິດຂັດ.

5. ສະແດງໃຫ້ທຸກຄົນໄດ້ຮູ້ວ່າ ເຈົ້າແມ່ນຜູ້ນຳອົງກອນໂຕຈິງ


ຜູ້ນຳທີ່ດີລູກນ້ອງຕ້ອງຢາກຍ່າງຕາມ ຄົນທີ່ຈະເປັນຜູ້ນຳຈະຕ້ອງເບິ່ງງານຕ່າງໆ ເປັນການປະກອບຈິກຊໍຂະໜາດໃຫຍ່ເທື່ອລະຊິ້ນສ່ວນ ຈົນເກີດເປັນເປົ້າໝາຍຫຼັກ ເພື່ອທີ່ຈະໄດ້ນຳພາລູກນ້ອງຂອງຕົນເອງໄປຍັງເປົ້າໝາຍທີ່ຕັ້ງໄວ້
6. ໂຕຂອງເຈົ້າເກັ່ງຄົນດຽວບໍ່ໄດ້ ເຈົ້າຕ້ອງສ້າງທີມໃຫ້ເກັ່ງຄືກັບເຈົ້ານຳ

ບໍ່ວ່າເຈົ້າຈະເກັ່ງສ່ຳໃດກໍ່ຕາມ, ເຈົ້າກໍ່ບໍ່ສາມາດຈະຈັດການກັບທຸກສິ່ງໄດ້ດ້ວຍໂຕຄົນດຽວແນ່ນອນ. ດ້ວຍເຫດນີ້ເຈົ້າຈຶ່ງຈຳເປັນຕ້ອງສ້າງທີມທີ່ເກັ່ງ ເພື່ອໃຫ້ເດີນທາງຕໍ່ໄປໄດ້ດີ ແລະ ໄວ.

7. ຢ່າໃຫ້ຄວາມຄິດເຫັນຄົນຮອບຂ້າງ ມາປິດປະຕູຄວາມຄິດສ້າງສັນຂອງເຈົ້າ

ຄົນເຮົາທຸກຄົນຍ່ອມມີຄວາມຄິດສ້າງສັນ ແລະ ຈິນຕະນາການໃນການສ້າງສິ່ງຕ່າງໆອອກມາຢູ່ສະເໝີ, ເຖິງແມ່ນວ່າບາງເທື່ອຄວາມຄິດນັ້ນອາດຖືກເບິ່ງວ່າໄຮ້ສາລະ ຫຼື ເປັນໄປບໍ່ໄດ້ ກໍ່ຢ່າໄປໃສ່ໃຈຫຼາຍ ເພາະບໍ່ມີຫຍັງໃນໂລກທີ່ເປັນໄປບໍ່ໄດ້.

8ຢ່າເສຍງານພຽງເພາະເຫັນແກ່ຄວາມເປັນໝູ່
ແນ່ນອນວ່າການເຮັດວຽກຮ່ວມກັນກັບໝູ່ ຫຼື ຜູ້ອື່ນ ຕ້ອງມີເລື່ອງຂອງຄວາມຄິດເຫັນບໍ່ກົງກັນ ຫຼື ມີບາງຄົນເຮັດວຽກໂດຍເອົາປຽບຄົນອື່ນ ແຕ່ສຳລັບມືອາຊີບຈະບໍ່ນຳສິ່ງນັ້ນມາໃສ່ໃຈຫຼາຍ ແລະ ຮີບປັບຄວາມເຂົ້າໃຈກັບໝູ່ຮ່ວມວຽກໃຫ້ໄວທີ່ສຸດ ເພື່ອທີ່ວຽກສາມາດຍ່າງຕໍ່ໄປໄດ້ຢ່າງບໍ່ຕິດຂັດ.

9. ຢ່າໃຫ້ໃຜມາກຳນົດຊີວິດຂອງເຈົ້າ



ກັບດັກທີ່ໃຫຍ່ທີ່ສຸດໃນໂລກເຮົາ ແມ່ນການທີ່ຍອມໃຫ້ອິດທິພົນພາຍນອກ ຫຼື ສິ່ງພາຍນອກ ມາມີຜົນຕໍ່ຊີວິດເຮົາ. ດັ່ງນັ້ນ, ຖ້າຫາກຢາກປະສົບຜົນສຳເລັດຈົ່ງຈື່ໄວວ່າ ຊີວິດເປັນຂອງເຮົາ ເຮົາສາມາດເລືອກເອງໄດ້ ຢ່າໃຫ້ໃຜມາຂີດເສັ້ນ ທີ່ຄວນຈະຍ່າງຂອງເຮົາ ເດັດຂາດ!

10. ຢາກປະສົບຄວາມສຳເລັດ ຕ້ອງຝັນໃຫ້ໄກ ແລ້ວໄປໃຫ້ຮອດ





ໃນໂລກນີ້ບໍ່ມີຫຍັງທີ່ໄດ້ມາງ່າຍດາຍ ສຳລັບຄົນທີ່ໄຮ້ເຊິ່ງຄວາມພະຍາຍາມ. ດັ່ງນັ້ນ, ຫາກເຮົາມີຄວາມຝັນ ກໍ່ຈົ່ງເຮັດຕາມຄວາມຝັນທີ່ເຮົາຕັ້ງໃຈໄວ້ໃຫ້ໄດ້ ເຖິງແມ່ນວ່າການເດີນທາງໄປສູ່ຄວາມຝັນ ມັນຈະຕ້ອງເມື່ອຍປານໃດກໍ່ຕາມ ເຮົາກໍ່ຫ້າມທໍ້ຖອຍເດັດຂາດ!

    ນີ້ຄື 10 ບົດຮຽນ ”ປ່ຽນຊີວິດ” ຂອງ Mark Zuckerberg, ເມື່ອອ່ານແລ້ວ ຖ້າເຮົາຫາກສາມາດນຳໄປປັບໃຊ້ກັບຊີວິດເຮົາ ຮັບຮອງວ່າຈະປະສົບຜົນສຳເລັດ ແລະ ມີແຕ່ສິ່ງທີ່ດີໆເຂົ້າມາຢ່າງແນ່ນອນ.

ไม่มีความคิดเห็น:

แสดงความคิดเห็น