ສຸດຍອດ! 9 ເລື່ອງລາວຂອງຕັບ ທີ່ເຈົ້າຄວນຮູ້ ອ່ານແລ້ວ..ຈະຮູ້ສຶກຮັກຕັບຫຼາຍຂຶ້ນ

ຕັບເປັນອະໄວຍະວະສຳຄັນຂອງຮ່າງກາຍ ຫຼາຍຄົນອາດບໍ່ເຄີຍຮູ້ມາກ່ອນວ່າ ຫນ້າທີ່ຂອງຕັບມີຫຍັງດ້ວຍ ມາເບິ່ງເລື່ອງລາວຂອງຕັບ 9 ຂໍ້ທີ່ເຈົ້າຄວນຮູ້
1. ຂ້ອຍສະສົມທາດເຫຼັກສຳຮອງ ທັງຫມົດທັງ ວິຕາມິນ ແລະ ແຮ່ທາດຕ່າງໆ ທີ່ເຈົ້າຕ້ອງການ ຫາກບໍ່ມີຂ້ອຍ ເຈົ້າກໍຈະບໍ່ມີແຮງທີ່ຢູ່ຕໍ່ໄປ
2. ຂ້ອຍຜະລິດນ້ຳຍ່ອຍ ສຳລັບຍ່ອຍອາຫານໃຫ້ເຈົ້າ ຫາກບໍ່ມີຂ້ອຍ ເຈົ້າກໍສູນເສຍອາຫານ ຈົນບໍ່ມີຫຍັງເຫຼືອຢູ່
3. ຂ້ອຍເຮັດຫນ້າທີ່ລ້າງພິດຂອງພວກສານເຄມີທີ່ເຈົ້າມອບໃຫ້ຂ້ອຍ ບໍ່ວ່າຈະເປັນ ແອນກໍຮໍ, ເບຍ, ໄວ ຢາຕ່າງໆ(ທີ່ມີ ແລະບໍ່ມີໃບສັ່ງຂອງແພດ) ທັງຫມົດທັງບັນດາສິ່ງຜິດກົດໝາຍທັງຫຼາຍ ຫາກບໍ່ມີຂ້ອຍແລ້ວນິໄສບໍ່ດີຂອງເຈົ້າ ກໍຈະຂ້າເຈົ້າໄປແລ້ວ
4. ຂ້ອຍເກັບພະລັງງານເໝືອນແບດເຕີຮີ ໂດຍສະສົມນ້ຳຕານ(ຄາໂບໄຮເດດ, ກູໂຄດ ແລະໄຂມັນ) ໄວ້ໃຫ້ເຈົ້າ ເມື່ອເຈົ້າຕ້ອງການມັນ ຫາກບໍ່ມີຂ້ອຍ ລະດັບນ້ຳຕານໃນເລືອດຂອງເຈົ້າຈະຫຼຸດລົງຕ່ຳຫລາຍ ຈົນເຮັດໃຫ້ເຈົ້າລົ້ມໄປ
5. ຂ້ອຍສ້າງເລືອດໃຫ້ລະບົບຕ່າງໆ ຂອງເຈົ້າ ກ່ອນທີ່ເຈົ້າຈະເກີດອີກ ຫາກບໍ່ມີຂ້ອຍແລ້ວກໍຄົງຈະບໍ່ມີເຈົ້າຢູ່ບ່ອນນີ້
6. ຂ້ອຍຜະລິດໂປຼຣຕິນໃໝ່ທີ່ຮ່າງກາຍຂອງເຈົ້າຕ້ອງການ ເພື່ອການມີສຸຂະ ພາບດີແລະຈະເລີນເຕີບໃຫຍ່ ຫາກບໍ່ມີຂ້ອຍແລ້ວເຈົ້າກໍຈະບໍ່ຈະເລີນເຕີບໃຫຍ່ຢ່າງທີຄວນ
7. ຂ້ອຍກັ່ນກອງສານພິດຈາກອາກາດ ຄວັນລົດ ແລະສານເຄມີ ທີ່ເຈົ້າຫາຍໃຈເຂົ້າໄປ ຫາກບໍ່ມີຂ້ອຍແລ້ວເຈົ້າກໍຈະເໝືອນຖືກວາງຢາພິດໂດຍມົນລະພິດເຫຼົ່ານັ້ນ
8. ຂ້ອຍຜະລິດສານເຮັດໃຫ້ເລືອດແຂງຕັວ ຖ້າເຈົ້າບັງເອີຍໄປຖືກຫຍັງບາດ ຫາກບໍ່ມີຂ້ອຍແລ້ວເຈົ້າຈະຕ້ອງຕາຍເພາະເລືອດໄຫຼບໍ່ຢຸດ
9. ຂ້ອຍຄອຍຖ້າຕໍ່ສູ້ ປ້ອງກັນບໍ່ໃຫ້ເຊື້ອພະຍາດຕ່າງໆ ໂຈມຕີເຈົ້າ ບໍ່ວ່າຈະເຊື້ອຫວັດ ຫລື ໄຂ້ຫວັດໃຫຍ່ ຫຍັງກໍຕາມ ຂ້ອຍຈະນ໋ອກມັນໃຫ້ຕາຍໝົດ ຫລື ບໍ່ກໍເຮັດໃຫ້ມັນອ່ອນແຮງລົງ ຫາກບໍ່ມີຂ້ອຍແລ້ວເຈົ້າກໍຄືເປົ້ານິ່ງ ຖ້າໃຫ້ສາລະພັດພະຍາດໂຈມຕີ
ເບິ່ງວ່າ ຂ້ອຍຮັກເຈົ້າຊ້ຳໃດ… ແລ້ວເຈົ້າ ຮັກຂ້ອຍດ້ວຍບໍ ?
ຂໍໃຫ້ຂ້ອຍບອກວິທີງ່າຍໆ ທີ່ຈະ ຮັກ ຂ້ອຍ , ຕັບ ຂອງເຈົ້າ ຢ່າກົດຂ້ອຍໃຫ້ຕ້ອງຈົມລົງໃນນ້ຳເບຍ ແອນກໍຮໍ ຫລື ໄວ ເລີຍ ສຳລັບບາງຄົນແລ້ວພຽງແກ້ວດຽວ ກໍເຮັດໃຫ້ຂ້ອຍເປັນແຜເປັນໄປຕະຫລອດຊີວິດ
ລະວັງບັນດາ " ຢາ " ທັງຫຼາຍ ຢາທຸກຢ່າງມາຈາກສານເຄມີ ແລະເມື່ອເຈົ້າເອົາມັນມາປະສົມກັນເຂົ້າ ໂດຍບໍ່ມີຄຳແນະນຳຈາກແພດ ມັນກໍກາຍເປັນຢາພິດ ທີ່ສາມາດທຳລາຍຂ້ອຍໄດ້ຢ່າງດີ ຂ້ອຍເປັນແຜເປັນງ່າຍ ເມື່ອເປັນແລ້ວ ເປັນຢ່າງຖາ ວອນ ບາງ ເທື່ອຢາກໍເປັນສິ່ງຈຳເປັນ ແຕ່ການກິນຢາເກີນຄວາມຈຳເປັນ ເປັນນິໄສບໍ່ດີ ບັນດາສານເຄມີເຫຼົ່ານັ້ນ ສາມາດທຳລາຍຕັບໄດ້
ຈົ່ງລະວັງບັນດາກະປ໋ອງສະເປທັງຫຼາຍ ຈຳໄວ້ວ່າ ຂ້ອຍຈະຕ້ອງລ້າງພິດທຸກຢ່າງທີ່ເຈົ້າຫາຍໃຈເອົາເຂົ້າໄປດ້ວຍ ດັ່ງນັ້ນ ເວລາເຈົ້າເຮັດຄວາມສະອາດຫຍັງດ້ວຍພວກສະເປ ຕ້ອງໃຫ້ມີອາກາດຖ່າຍເທໄດ້ສະດວກ ຫລືສວມໜ້າກາກດ້ວຍ ອັນຕະ ລາຍເພີ່ມເປັນສອງເທົ່າ ສຳລັບພວກສະເປ ຂ້າແມງໄມ້, ຂ້າເຊື້ອລາ, ສີແລະສານເຄມີ ລະວັງວ່າເຈົ້າຫາຍໃຈເອົາຫຍັງເຂົ້າໄປ
ລະວັງວ່າຫຍັງຖືກຜິວໜັງເຈົ້າດ້ວຍ ຢາຂ້າແມງໄມ້ທີ່ເຈົ້າສີດຕົ້ນໄມ້ ພຸ່ມໄມ້ນັ້ນ ສາມາດຜ່ານຜິວໜັງຂອງເຈົ້າເຂົ້າມາໂຈມຕີຂ້ອຍໄດ້ດ້ວຍ ປ້ອງກັນຜິວໜັງຂອງເຈົ້າໂດຍການສວມຖົງມື ໃສ່ເສື້ອແຂນຍາວ ໝວກ ໜ້າກາກທຸກເທື່ອທີ່ເຈົ້າສີດຢາຂ້າແມງໄມ້
ຄຳເຕືອນ
ຂ້ອຍບໍ່ສາມາດແລະບໍ່ບອກເຈົ້າດ້ວຍວ່າຂ້ອຍປະສົບກັບບັນຫາ ຈົນກະທັ້ງເກືອບຈະເຖິງວາລະສຸດທ້າຍຂອງທັງຂ້ອຍແລະເຈົ້າແລ້ວ ຈົ່ງຈຳໄວ້ວ່າ ຂ້ອຍບໍ່ແມ່ນປະເພດຂີ້ຈົ່ມ ໃຫ້ຂ້ອຍເຮັດວຽກໜັກເກີນໄປໂດຍອັດ ຢາ ແອນກໍຮໍ ແລະ ບັນດາອາຫານຂີ້ເຫຍື້ອ ສາມາດທຳຮ້າຍຂ້ອຍໄດ້! ນີ້ອາດເປັນການເຕືອນເທື່ອດຽວທີ່ເຈົ້າຈະໄດ້ຮັບ

ไม่มีความคิดเห็น:
แสดงความคิดเห็น