7 ຂໍ້ຫ້າມ ຂອງສາວໆທີ່ຢາກຮູບຮ່າງດີ


ສາວໆທີ່​ຢາກ​ຫລຸດ​ຄວາມ​ອ້ວນ ​ແລະກຳລັງ​ຫລຸດ​ນໍ້າຫນັກ​ທັງຫລາຍຈະ​ຕ້ອງ​ຈື່​ຂໍ້​ເຫລົ່າ​ນີ້​ໃຫ້​ຂຶ້ນ​ໃຈ ​ແລະປະຕິບັດ​ໃຫ້​ໄດ້ ເພາະຈະຊ່ວຍໃຫ້ສຸພາບສະຕີມີຮູບຮ່າງທີ່ສວຍ ງາມ.
1) ຫ້າມ​ອົດ: ຢ່າ​ໄປ​​ເຊື່ອ​ວ່າການ​ອົດ​ອາຫານ​ຈະ​ເຮັດ​ໃຫ້​ເຈົ້າ​ຈ່ອຍ​ລົງ​ໄດ້ ການ​ທີ່​ເຈົ້າ​ອົດ​ອາຫານ​ບາງ​ຄາບ ຈະ​ເຮັດ​ໃຫ້​ລະບົບ​ການ​ເຜົາ​ຜານ​ພະລັງງານ​ຂອງ​ຮ່າງກາຍ​ເຮັດ​ວຽກ​ໄດ້​ຊ້າ​ລົງ ຍິ່ງ​ເຮັດ​ໃຫ້​ອັດຕາ​ການ​ເຜົາ​ຜານ​ໄຂມັນ​ກໍ່​ຫລຸດ​ລົງ​ເຊັ່ນ​ກັນ, ອົດ​ອາຫານ​ກໍ່​ມີ​ແຕ່​ຈະ​​ເມື່ອຍ​ເປັນ​ລົມ​ທໍ່​ນັ້ນ​ ​ແຕ່​ບໍ່​ຈ່ອຍ​ລົງ​ດອກ.
2) ຫ້າມ​ເລື່ອນ​​ມື້ປ່ຽນວັນ: ຢ່າ​ພະຍາຍາມ​ຫາ​ເຫດຜົນ​ມາ​ເລື່ອນມື້ປ່ຽນວັນ ຖ້າ​ຢາກ​ຮູບຮ່າງດີ​ກໍ່​ຄວນ​ເລີ່​ມລົງມື​ທັນທີ ​ແຕ່ກໍ​ຄວນ​ຄ່ອຍ​ເປັນ​ຄ່ອຍ​ໄປ ​ແລະ ບໍ່​ຄວນ​ໃຈ​ອ່ອນ​ກັບ​ຕົວ​ເອງ ວັນ​ຫນຶ່ງ​ຂ້າງ​ຫນ້າ​ເຈົ້າ​ກໍ່​ຈະ​ຈ່ອຍ​ລົງ​ໄດ້​ແນ່ນອນ.
3) ຫ້າມ​ໃຈຮ້ອນ: ການ​ທີ່​ຈະ​ຫລຸດ​ນໍ້າຫນັກ​ສ່ວນ​ເກີນ​ລົງ ຍ່ອມ​ເປັນ​ເລື່ອງ​ທີ່​ເຮັດ​ບໍ່​ໄດ້​ໃນ​ໄລຍະເວລາ​ພຽງຂ້າມຄືນ. ​ເຖິງວ່າ​ເຈົ້າ​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ນໍ້າຫນັກ​ຕົວຫລຸດ​ລົງ 5 ກິ​ໂລພາ​ຍ​ໃນ2​ອາທິດ ກໍ່​ຢ່າ​ຟ້າວ​ທໍ້​ຖອຍ ລອງ​ໃຫ້​ເວລາ​ຫລາຍ​ຂຶ້ນ​ເຊັ່ນ 2 ​ເດືອນ ຫລື 3​ເດືອນ ຫາກ​ເຈົ້າ​ບໍ່ທໍ້ຖອຍກ່ອນ ​ເຈົ້າ​ກໍ່​ມີ​ສິດ​ທີ່​ຈະ​ເປັນ​ສາວ​ງາມຮູບຮ່າງ​ດີ​ໄດ້​.
4) ຫ້າມ​ຂີ້ຄ້ານ:ຖ້າ​ຢາກ​ຈ່ອຍ​ແທ້ໆ​ກໍ່​ຕ້ອງ​ດຸ​ຫມັ່ນ​ເຮັດ​ກິດຈະກຳ​ຕ່າງໆ​ ທີ່​ຕ້ອງ​ອອກ​ແຮງ​ໃຫ້​ເຫື່ອ​ອອກ​ ຫລາຍໆ​ເພາະ​ການ​ອອກກຳ​ລັງ​ກາຍ​ຈະ​ເປັນ​ຫົນທາງ​ດຽວທີ່​ຊ່ວຍ​ກຳຈັດ​ໄຂມັນ​ສ່ວນ​ເກີນ​ ໄດ້​ຢ່າງ​ປອດ​ໄພ ​ແລະ ​ໄດ້ຜົນ​.
5) ຫ້າ​ມດື່ມ​ນໍ້າ​ອັດ​ລົມ: ການ​ດື່ມ​ນໍ້າ​ປະ​ເພດ​ນີ້​ອາດ​ຈະ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ສົດ​ຊື່ນ ​ແຕ່​ເຈົ້າ​ຮູ້​ບໍ​ວ່າ​ມັນ​ມີ​ແຄ​ລໍຣີຫລາຍ ທາງ​ທີ່​ດີ​ຄວນ​ຫັນ​ມາ​ດື່ມ​ນໍ້າ​ສະອາດ​ແທນ​ຈະ​ດີກ​ວ່າ ທີ່​ຊ່ວຍ​ໃຫ້​ຮູ້​ສຶກສົດ​ຊື່ນ​ເຊັ່ນ​ກັນ ​ທັງຍັງ​ດີ​ຕໍ່​ສຸຂະພາບ ​ແລະ ບໍ່​ມີ​ແຄ​ລໍຣີອີກ​.
6) ຫ້າມ​ບັນ​ເທົາ​ຄວາມ​ຕຶງ​ຄຽດ​ດ້ວຍ​ການ​ກິນ: ຈະ​ເຫງົ​າ​ໃຈ,​​ເສົ້າ​ໃຈ,​​ເສຍ​ໃຈ…. ຄວນ​ຫາງ​ທາງ​ອອກ​ດ້ວຍ​ການ​ຟັງ​ເພງ, ຍ່າງ​ຫລິ້ນ, ​ເວົ້າລົມ​ກັບ​ໃຜ​ຜູ້​ຫນຶ່ງ​ທີ່​ຮັກ​ເຮົາ​ແທ້ ດີກ​ວ່າການ​ຫັນ​ຫນ້າ​ເພິ່ງ​ພາ​ເຂົ້າຫນົມຫວານ ຫລື ກະ​ແລັມ ເຊຶ່ງ​ອາດ​ຊ່ວຍ​ບຳບັດ​ອາລົມ​ໄດ້​ພຽງ​ຊົ່ວຄາວ ​ແຕ່​ກໍ​ເຮັດ​ໃຫ້​ອ້ວນຂຶ້ນ​ໂດຍ​ບໍ່​ຮູ້ສຶກ​ໂຕ.
7) ຫ້າມ​ຕາມ​ໃຈ​ປາກ: ຖ້າ​ຢາກ​ຄຸມ​ນໍ້າຫນັກ​ຕົວ​ໃຫ້​ຢູ່ ຢ່າ​ຕາມ​ໃຈ​ປາກ​ດຸ​ຫລາຍ ຄວນ​ຄິດ​ກ່ອນ​ກິນ​ສະ​ເຫມີ.
ປະຕິບັດໄດ້ເທົ່ານີ້ ຮູບຮ່າງດີຈະບໍ່ຫນີໄກບັນດາສາວໆແນ່ນອນ.

ไม่มีความคิดเห็น:

แสดงความคิดเห็น