ບຸນບັ້ງໄຟແມ່ນບຸນປະເພນີອັນສຳຄັນທາງພຸດທະສາສະໜາ ເຊິ່ງຈະນອນໃນຮີດ 12 ຂອງລາວທຸກໆປີ ພໍຮອດເດືອນ 6 ຍາມໃດປະຊາຊົນກໍ່ຈະພາກັນເຮັດບຸນບັ້ງໄຟຈູດຂື້ນເພື່ອຂໍຝົນນຳພະຍາແຖນ
ເຊີ່ງຄວາມເປັນມາຂອງບຸນບັ້ງໄຟຕາມທີ່ປູ່ຍ່າຕາຍາຍເຄີຍເລົ່າໃຫ້ຟັງຕາມແຕ່ລະທ້ອງຖິ່ນອາດຈະບໍ່ຄືກັນຫຼືອາດຈະແຕກຕ່າງໄປໜ້ອຍໜຶ່ງເພາະບໍ່ໄດ້ມີການຈົດກາຍໄວ້ເປັນລາຍລັກອັກສອນພຽງແຕ່ວ່າເລົ່າປາກຕໍ່ປາກກັນຈົນມາເຖີ່ງປັດຈຸບັນນີ້:
ຕາມນິທານເພີ່ນເລົ່າຂານສືບຕໍ່ກັນມາວ່າ:
ແຕ່ກີ້ແຕ່ກ່ອນມີເມືອງໜຶ່ງທີ່ອຸດົມສົມບຸນ ເມືອງນັ້ນມີພະຍາເປັນຜູ້ປົກຄອງດູແລບ້ານເມືອງພະຍານີ້ມີລູກສາວດຽວແຕ່ລະມື້ລູກສາວພະຍາຈະມັັກມາຫຼີ້ນນ້ຳພ້ອມກັບນາງສະໜົມທັງຫຼາຍທີ່ເປັນອາລັກຂາ. ຕັ້ງແຕ່ນ້ອຍຈົນເປັນສາວທີ່ນາງທຽວມາຫຼີ້ນນ້ຳຢູ່ບ່ັນນັ້ນເປັນປະຈຳ ແລະ ກໍ່ມີຊາຍຄົນໜຶ່ງເປັນລູຫຼານຊາວນາພໍ່ເປັນໝໍພານທີ່ມີວິຊາອາຄົມເຊິ່ງຊາຍຄົນນີ້ກໍ່ມີວິຊາອາຄົມໃນການປາບສັດສາວາສິ່ງຊາຍຄົນນີ້ມີຮູບຮ່າງໜ້າຕາຈົບງາມພໍເປັນບ່າວພໍ່ແມ່ກໍ່ໄດ້ຕາຍຈາກເຮັດໃຫ້ຊາຍຄົນນີ້ເປັນລູກກຳພ້າ ເຮືອນຂອງຊາຍຄົນນີ້ຢູ່ໃກ້ໆກັບທ່ານ້ຳທີ່ລູກສາວພະຍາທຽວມາຫຼີ້ນນ້ຳມີມື້ໜຶ່ງລູກສາວພະຍາມາຫຼີ້ນນ້ຳບັງເອີນມີເສືອໂຄ້ງໂຕໜຶ່ງໂດດເຂົ້າມາຫວັງຈະຄຸບລູກສາວພະຍາແຕ່ນາງສະໜົມທັງຫຼາຍພາກັນໄລ່ເສືອແລະຕໍ່ສູ້ກັບເສືອແລ້ວໃຫ້ນາງແລ່ນໜີນທີ່ສຸດພວກນາງສະໜົມກໍ່ສູ້ເສືອບໍ່ໄດ້ແລະຖືກເສືອກັດຄໍໝົດ ສ່ວນນາງແມ່ນແລ່ນໄປພົບເຮືອນຂອງຊາຍໜຸ່ມຄົນໜຶ່ງແລະໄດ້ຮ້ອງຂໍຄວາມຊ່ວຍເຫຼືອ ຊາຍຄົນນັ້ນກໍ່ໄດ້ຊ່ວຍນາງກຳຈັດເສືອຈົນເສືອໂຕນັ້ນຕາຍເພາະຊາຍຄົນນັ້ນແມ່ນລູກຂອງນາຍພານ ຫຼັງຈາກນນັ້ນຊາຍຄົນນີ້ກໍ່ໄດ້ໄປສົ່ງນາງ ນາງເກີດມີຄວາມຮັກກັບຊາຍຄົນນີ້ເພາະເປັນຄົນຈິດໃຈດີ ຕໍ່ມາພໍ່ຂອງນາງຮູ້ວ່ານາງຮັກກັບຊາຍຄົນນີ້ຈຶ່ງບໍ່ພໍໃຈເພາະລູກສາວພະຍາຈະເອົາສາມັນຊົນບໍ່ໄດ້ໃນສະໄໝກ່ອນ
ແຕ່ນາງກໍຍັງຕິດຕໍ່ຫາກັນບໍ່ຂາດ ແລະ ໃນທີ່ສຸດນາງກໍ່ຂັດຄຳຂອງພໍ່ບໍ່ໄດ້ຍ້ອນຄວາມຮັກຈຶ່ງໄດ້ລັກໜີຈະມາຢູ່ກັບຊາຍຄົນນີ້ ແລະ ພາກັນໜິອອກຈາກເມືອງໄປບ່ອນທີ່ບໍ່ມີຄົນໄປເຫັນ ແລ້ວທັງສອງໄດ້ພາກັນເັດເຮືອນຢູ່ນຳກັນ
ແຕ່ນາງກໍ່ຍັງບໍ່ພ້ອມທີ່ຈະເສຍຕົວໃຫ້ຜົວຂອງຕົນເອງ. ຢູ່ມາວັນໜຶ່ງຜູ້ເປັນຜົວໄດ້ອອກໄປຊອກຫາກິນປ່ອຍໃຫ້ເມຍຍູ່ຄົນດຽວແລ້ວກໍ່ມີສັດຮ້າຍມາທຳຮ້າຍນາງເຮັດໃຫ້ນາງເສຍຊີວິດ ເມື່ອຜົວກັບມາກໍ່ເຫັນເມຍສີ້ນໃຈແລ້ວ ຈຶ່ງໄດ້ເຮັດພິທີຝັງສົບນາງແລະຜູ້ເປັນຜົວກໍ່ຢູ່ຄົນດຽວຕາວລຳພັງນາງກໍ່ໄດ້ຂື້ນໄປຢູ່ໃນສະຫວັນຊັ້ນຟ້າຊາຍຄົນນີ້ກໍທຳມາຫາກິນຢູ່ຄົນດຽວເຮັດໄຮ່ເຮັດນາ. ພໍຮອດເດືອນ 6 ຮອດລະດູເຮັດນາແຕ່ຝົນກໍ່ຕົກມາແຫ້ງແລ້ງ ຊາຍຄົນນີ້ຈຶ່ງໄດ້ໄປທີ່ບ່ອນຝັງສົບເມຍແລະໄດ້ອະທິຖານຂໍຝົນໃຫ້ເມຍຊ່ວຍໃໃຫ້ຝົນຕົກລົງມາ(ເປັນຄວາມເຊື່ອບາງທ້ອງຖິ່ນສະໄໝບູຮານ) ພໍຮອດກາງຄືນຊາຍຄົນນີ້ນອນຝັນວ່າເມຍມາບອກຕົນເອງວ່າເຮົາເປັນຜົວເມຍກັນແລ້ວແຕ່ເມຍຍັງບໍ່ໄດ້ເສຍຕົວໃຫ້ຜົວຢາກໃຫ້ຜົວ. ພໍຕື່ນເຊົ້າມາຜົວກໍ່ນັ້ງຄິດວ່າຈະເຮັດແນວໃດຄິດໄປຄິດມາຊາຍຄົນນີ້ຈຶ່ງຄິດອອກ
ຈຶ່ງໄດ້ຫາໄມ້ມາເຮັດບັ້ງໄຟຈູດສົ່ງໄປໃຫ້ເມຍໂດຍທີ່ປາຍບັ້ງໄຟຈະເຮັດຄ້າຍຄືຮູບອະໄວຍະວະເພດຊາຍ ແລ້ວຈູດສົ່ງຂື້ນໄປໃຫ້ເມຍຫຼັງຈາກນນັ້ນຈຶ່ງມີນໍ້າຕົກລົງມາຈາກຟ້າທີ່ບົົງບອກວ່າເປັນນ້ຳຂອງເມຍຕົນເອງຕົກລົງມາ ! ຈົບ
ທີ່ມາຂອງບຸນບາງທ້ອງຖິ່ນອາດບໍ່ຄືກັນ
ຫຼັງຈາກນັ້ນບຸນບັ້ງໄຟທີ່ເຮົາເຫັນສ່ວນຫຼາຍໃນທຸກມື້ນີ້ຈຶ່ງເຮັດຮູບຮ່າງຄ້າຍຄືອະໄວຍະວະເພດຊາຍນັ້ນເອງຈູດຂຶ້ນໄປຈຶ່ງຈະມີນຳ້ຕົກລົງມາ
ທີ່ມາ: ພໍ່ເຖົ້າແອັດມິນເຫຼົ່າໃຫ້ຝັງ