ມືລະເບີດສະຫຼະຊີບ ສັງຫານທະຫານຢ່າງ ໜ້ອຍ 40 ຄົນໃນປະເທດ ເຢເມນ


ມືລະເບີດສະຫຼະຊີບ ສັງຫານທະຫານຢ່າງ ໜ້ອຍ 40 ຄົນໃນປະເທດ ເຢເມນ

ປະຊາຊົນເຕົ້າໂຮມກັນຢູ່ສະຖານທີ່ເກີດເຫດໃນການລະເບີດສະ ຫຼະຊີບ ໃນເມືອງ Aden ຕັ້ງຢູ່ພາກໃຕ້ຂອງປະເທດ, 18 ທັນວາ, 2016

ບັນດາເຈົ້າໜ້າທີ່ກອງທັບໃນຄອນຫຼວງ ຊານາອາ ກ່າວວ່າ ມືລະເບີດສະຫຼະຊີບຄົນໜຶ່ງ ໄດ້ສັງຫານທະຫານ ເຢເມນຕາຍ ຢ່າງໜ້ອຍ 30 ຄົນຢູ່ ເມືອງທ່າເຮືອ ເອເດັນ ຕັ້ງຢູ່ພາກ ໃຕ້ຂອງປະເທດໃນວັນອາທິດມື້ນີ້.
ບັນດາເຈົ້າໜ້າທີ່ກ່າວວ່າ ພວກທະຫານໄດ້ເຕົ້າໂຮມກັນຢູ່ຖານທັບດັ່ງກ່າວ ເພື່ອຮັບເງິນ ເດືອນຂອງພວກເຂົາເຈົ້າ.
ກອງທັບກ່າວວ່າ ທະຫານຄົນອື່ນໆຫຼາຍກວ່າ 10 ຄົນກໍໄດ້ຮັບບາດ ເຈັບໃນເຫດການດັ່ງ ກ່າວເຊັ່ນກັນ.
ຍັງບໍ່ມີກຸ່ມໃດອອກມາອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດສຳລັບການໂຈມຕີຄັ້ງນີ້ ເທື່ຶອ.
ລະເບີດດັ່ງກ່າວໄດ້ແຕກຂຶ້ນໜຶ່ງສັບປະດາ ຫຼັງຈາກການລະເບີດທີ່ຄ້າຍຄືກັນ ທີ່ໄດ້ເຮັດ ໃຫ້ທະຫານເສຍຊີວິດຢ່າງ
ໜ້ອຍ 45 ຄົນ ແລະ ບາດເຈັບຫຼາຍກວ່າສິບຄົນອີກ ເຊິ່ງອ້າງ ເອົາຄວາມຮັບຜິດຊອບໂດຍພວກລັດ ອິສລາມ


ຂອບໃຈແຫຼ່ງຂ່າວ http://lao.voanews.com/

ไม่มีความคิดเห็น:

แสดงความคิดเห็น