ອາເມຣິກາເພີ່ມຄ່າຫົວ 204,348,536,000 ກີບ “ເດັດຫົວ” ຜູ້ນຳສູງສຸດໄອເອັສ

ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ອາເມຣິກາ ເມື່ອວັນທີ 16 ທັນວາວ່າ ກະຊວງການຕ່າງປະເທດອາເມຣິກາ ອອກຖະແຫຼງການເລື່ອງການ ເພີ່ມເງິນລາງວັນ ສຳລັບການແຈ້ງເບາະແສໃດໆກໍ່ຕາມ ທີ່ສາມາດນຳໄປສູ່ການບົ່ງບອກຕຳແໜ່ງທີ່ຢູ່, ຈັບກຸມ ຫຼື ດຳເນີນຄະດີກັບ ອາບູ ບາກາ ອັລ-ບັກດາດີ ຜູ້ນຳສູງສຸດ ຫຼື “ກາຫລິບ” ແຫ່ງກຸ່ມໄອເອັສເປັນຈຳນວນເງິນ 25 ລ້ານໂດລ່າ (ປະມານ 204,348,536,000 ກີບ).

ເງິນຈຳນວນດັ່ງກ່າວຖືວ່າເປັນຂໍ້ສະເໜີ ທີ່ເພີ່ມຂຶ້ນຫຼາຍກວ່າ 2 ເທົ່າ ຫຼັງຈາກທີ່ລັດຖະບານວໍຊິງຕັນ ປະກາດເປັນເທື່ອທຳອິດເມື່ອເດືອນຕຸລາ 2011 ເຊິ່ງ ອາບູ ບາກາ ອັລ-ບັກດາດີ ເປັນຄົນສັນຊາດອີຣັກ ອາຍຸປະມານ 45 ປີ.
ທັງນີ້ ອັລ-ບັກດາດີ ປາກົດໂຕໃນຖານະກາຫຼິບແຫ່ງກຸ່ມໄອເອັສ ຢ່າງເປັນທາງການຄັ້ງທຳອິດເມື່ອປີ 2014 ໃນຄລິບການສະຖາປະນາ “ລັດຄິດໄປເອງ” ໃນພາກເໜືອຂອງອີຣັກ ແລະ ຊີເຣຍ ເຊິ່ງຫຼັງຈາກນັ້ນກໍ່ບໍ່ປາກົດໂຕອີກ ແລະ ໃຊ້ວິທີປຸກລະດົມສະມາຊິກ ຜ່ານທາງຄລິບບັນທຶກສຽງ ເຊິ່ງມັນສ້າງຄວາມສົງໄສຂອງຫຼາຍຝ່າຍ ກ່ຽວກັບສະຕາກຳຂອງອັລ-ບັກດາດີ “ທີ່ຍັງບໍ່ຊັດເຈນ”.

ຂອບໃຈແຫຼ່ງຂ່າວຈາກ: dailynews

ไม่มีความคิดเห็น:

แสดงความคิดเห็น