ຮູ້ຫຼືຍັງ? 12 ວິທີໂພສ “ໄອຈີ“ ແບບໃດ ຄົນເຖິງຕາມກົດໄລຫຼາຍໆ
ດຽວນີ້ໃຜໆກໍຫລິ້ນ Instagram ຫລືທີ່ເອີ້ນກັນຫຍໍ້ໆວ່າ “ໄອຈີ” ນັ້ນແຫລະ ເພາະເປັນວິທີການແຊຮູບທີ່ສະດວກວ່ອງໄວຫລາຍ ເປັນຄືກັບປຶ້ມບັນທຶກຄວາມຊົງຈຳແຫ່ງຊີວິດ ເພາະຮູບທຸກຮູບກໍບອກເລົ່າເລື່ອງລາວຂອງເຮົາ. ໂດຍສະເພາະຢ່າງຍິ່ງໃນໝູ່ດາລາເຊເລບ ທີ່ໄອຈີຖືເປັນຊ່ອງທາງໃນການຕິດຕໍ່ສື່ສານກັບບັນດາແຟນຄລັບໄດ້ເປັນຢ່າງດີ.
ແນ່ນອນວ່າມັນກໍມີ Trick ເລັກໆໜ້ອຍໆໃນການຫລິ້ນ ວ່າເຮັດຢ່າງໃດເຖິງຈະໄດ້ຍອດໄລຫຼາຍໆ ຫລືພາບອອກມາເບິ່ງດີທີ່ສຸດ ໄປເບິ່ງກັນເລີຍ ເວັບໄຊ BuzzFeed.com ເອົາມານຳສະເໜີໃຫ້ທ່ານແລ້ວ.
- ເລືອກເວລາໂພສໃຫ້ເໝາະສົມຖ້າຢາກໄດ້ຍອດໄລຫຼາຍໆ ເວລາກໍເປັນນຶ່ງໃນປັດໄຈທີ່ສຳຄັນ ຖ້າໄປໂພສຕອນຊ່ວງເຊົ້າໆບ່າຍໆ ຂອງມື້ທຳມະດາ ກໍອາດຈະຍາກ ເພາະຜູ່ຄົນເຂົາກໍຮຽນ, ເຮັດວຽກກັນ ຈັງຫວະທີ່ເໝາະສົມທີ່ສຸດໜ້າຈະເປັນແລງວັນອາທິດ, ມື້ພັກຜ່ອນ ເປັນໄລຍະທີ່ຫລາຍຄົນກຳລັງຂີ້ຄ້ານ, ເບື່ອໆເຊັງ ໆ ປະມານວ່າ “ເຫີ!! ມື້ອື່ນວັນຈັນຈັນອີກລະ?” ໃນເມື່ອບໍ່ມີຫຍັງເຮັດ ກໍຈະເຂົ້າມາຫລິ້ນໄອຈີ ແລ້ວໄລຮູບເຮົາໄດ້.
- ຢ່າໂພສຮູບຫຼາຍເກີນໄປໂພສເທື່ອລົງລົວໆ ກໍອາດຫາຮູບທີ່ເດັ່ນໆ ບໍ່ໄດ້ ບາງເທື່ອຄົນຈະຮູ້ສຶກຂັດຫູຂັດຕານຳອີກ.
- ຖ້າເປັນໂມເມັນພິເສດລະກໍ ໂພສມັນໄປເລີຍຢ່າງໃດມັນກໍຕ້ອງມີຂໍ້ຍົກເວັ້ນກັນນຳ ໃນຊີວິດປະຈຳວັນເຮົາອາດບໍ່ຄວນໂພສຮູບຫຼາຍກໍຈິງ ເພາະຈະເບິ່ງໜ້າເບື່ອ ແຕ່ຖ້າເປັນໂອກາດສຳຄັນໆເຊັ່ນ: ງານແຕ່ງງານ ປາຕີ້ແລະ ອື່ນໆ ເຖິງມາເປັນສິບໆຮູບກໍບໍ່ເປັນຫຍັງ ເພາະເຖິງຢ່າງໃດໄອຈີເຂົາກໍມີໄວ້ໃຫ້ສຳລັບແບ່ງປັນຊ່ວງເວລາທີ່ແສນພິເສດກັນຢູ່ແລ້ວ.
- ເຊວຟີຢ່າງມີຫລັກການເປັນອີກນຶ່ງເຄັດລັບໃນການເອີ້ນຍອດໄລ ກໍຄືເວລາລົງຮູບເຊວຟີນັ້ນແຫລະ ໃຫ້ພະຍາຍາມໂພສທ່າຢ່າງທຳມະຊາດ ແລະເບິ່ງເບີກບານເຂົ້າໄປ ແລ້ວກໍບໍ່ແມ່ນກະໜ່ຳຖ່າຍໆໆໆ ແລ້ວກໍແຊໆໆໆໆ ເໝືອນໂລກຈະແຕກມື້ອື່ນ ແຕ່ໃຫ້ເລືອກຖ່າຍເປັນຈັງຫວະໆ ສະເພາະເວລາທີ່ຫມັ້ນໃຈວ່າໂຕເອງເບິ່ງດີທີ່ສຸດ.
- ຢ່າໃຊ້ຟິນເຕີ (Filter) ຂອງມັນເອງຫລາຍຄົນເວລາຈະໂພສຮູບ ຢ່າງທຳອິດທີ່ອາດຈະຄິດຄື “ຂ້ອຍຈະໃຊ້ຟິນເຕີນຳດີບໍ່??” ຈະບອກວ່າບໍ່ແນະນຳໃຫ້ເຮັດແບບນັ້ນ ແຕ່ໃຫ້ໂຫລດແອັບຯແຕ່ງຮູບໂຕອື່ນມາໃຊ້ແທນ.
- ຄຳບັນຍາຍພາບກໍສຳຄັນ.ເໝືອນກັບເຄັກ ຖ້າຕົກແຕ່ງບໍ່ງາມ ບາງທີກໍບໍ່ມີໃຜຢາກກິນ ຮູບທີ່ເຮົາໂພສກໍເຊັ່ນກັນ ຢ່າລືມຕັ້ງແຄັບຊັ່ນໃຫ້ເດັດໆໂດນໆ ກໍຈະເປັນອີກນຶ່ງຊ່ອງທາງເອີ້ນແຂກເຂົ້າມາກົດໄລໄດ້ຄືກັນ.
- ຢ່າເອົາຮູບເກົ່າມາໂພສເປັນຮູບປະຈຸບັນຮູບສະໄໝກ່ອນຂອງບາງຄົນອາດຈະເບິ່ງດີກວ່າ ກໍເລີຍເອົາມາໂພສຫລອກໃຫ້ຄົນອື່ນເບິ່ງ ໃຫ້ຄິດວ່າຕອນນີ້ຂ້ອຍກໍຍັງໜ້າຕາແບບນີ້ ຍັງໜ້າຮັກຢູ່ ຈະບອກວ່າບໍ່ມີໃຜເຊື່ອດອກ.
- ບາງທີກໍຍອມໆໃຈຮ້າຍແນ່ໃຄໆກໍຄົງຢາກໄດ້ຍອດ Follow ຫຼາຍໆເປັນພັນໆ ຫລືໝື່ນໆໄດ້ຍິ່ງດີ ເພາະແບບນັ້ນໃຜທີ່ເຮົາ Follow ແລ້ວເຂົາບໍ່ Follow ກັບ ກໍ Unfollow ໄປຊະ.
- ເບິ່ງໄອຈີຂອງດາລາ ເຊເລບ ຫລືໃຜກໍໄດ້ທີ່ມີຊື່ສຽງເປັນຕົວຢ່າງຄົົນທີ່ມີຊື່ສຽງ ເວລາເຮັດຫຍັງສ່ວນຫລາຍກໍຕ້ອງລະວັງບໍ່ໃຫ້ກະທົບຕໍ່ພາບລັກຢູ່ແລ້ວ ເຮົາກໍເບິ່ງເປັນຕົວຢ່າງໄດ້ ແຕ່ກໍຕ້ອງໃຊ້ວິຈາລະນາຍານນຳວ່າແມ່ນຫຍັງຄວນເຮັດ ບໍ່ຄວນເຮັດ ບໍ່ແມ່ນຍ່າງຕາມພວກເຂົາໄປຫມົດທຸກຢ່າງ.
- ຢ່າຕັ້ງໄອຈີໃຫ້ເປັນ privateຕັ້ງໃຫ້ເປັນ public ດີກວ່າ ເພາະໃນໂລກໂຊຊຽວ ທີ່ເປັນສາທາລະນະແບບນີ້ ເຮົາບໍ່ຄວນມີຄວາມລັບຫຍັງເກັບເຊື່ອງໄວ້ ແຖມຈະເປັນອີກທາງໃນການເພີ່ມຍອດຜູ່ຕິດຕາມດ້ວຍ ເພາະຖ້າຕັ້ງເປັນ private ບາງຄົນອາດຈະເບິ່ງວ່າໂລກສ່ວນໂຕສູງ ຫລືເບິ່ງເລິກລັບ ກໍຈະບໍ່ມາກົດຕິດຕາມ.
- ໃຫ້ເພື່ອນຊ່ວຍຕັດສິນໃຈບາງທີກໍຄົງລຳບາກໃຈຢູ່ແຫລະວ່າ ເຮົາຈະອັບຮູບໃດລົງດີ ຫລືຈະໃຊ້ຟິນເຕີໂຕໃດດີ ກໍໃຫ້ເພື່ອນຊ່ວຍກັນເລືອກ ຫລືບາງທີອາດຈະອັບຮູບຄູ່ ຮູບຖ່າຍຮວມໝູ່ນຳກັນ ແລ້ວຊ່ວຍກັນແຕ່ງແຕ້ມ ເຕີມຟິນເຕີແລະ ອື່ນໆ.
- ພະຍາຍາມເຮັດຕົວໃຫ້ເບີກບານເຂົ້າໄວ້ນັ້ນໝາຍເຖິງວ່າຢ່າໄປຈິງຈັງຫຍັງກັບໄອຈີຫລາຍເກີນໄປ ເຮັດໂຕໃຫ້ມີຄວາມສຸກເຂົ້າໄວ້ ສະບາຍໆຢ່າລືມວ່າຢ່າງໃດ ມັນກໍເປັນໂຊຊຽນວທີ່ມີໄວ້ເພື່ອຄວາມເບີກບານໃຈຂອງທຸກຄົນ.
ไม่มีความคิดเห็น:
แสดงความคิดเห็น