ໃສ່ແວ່ນຕາແບບໃດໃຫ້ໂຕເອງມີສະເໜ່ຂຶ້ນມາທັນທີ
ປະຈຸບັນ ໃຜໆກໍ່ມັກໃສ່ແວ່ນຕາກັນຫລາຍຂຶ້ນ ອາດເປັນເພາະມີບັນຫາເລື່ອງສາຍຕາ ຫລື ອາດໃສ່ເພື່ອຄວາມງາມ ແລະ ເປັນແຟເຊິນ ຫລື ອາດໃສ່ເພື່ອຖະຫນອມດວງຕາຈາກແສງແດດ.
ການໃສ່ແວ່ນຕາກໍ່ຄວນຈະເລືອກແວ່ນຕາທີ່ເຫມາະສົມກັບປະໂຫຍດທີ່ ເຮົາຕ້ອງການ ແລະ ສິ່ງສຳຄັນທີ່ຂາດບໍ່ໄດ້ນັ້ນກໍ່ຄືຄວາມງາມ ໂດຍຕ້ອງເລືອກໃສ່ແວ່ນຕາໃຫ້ເຂົ້າກັບຮູບຫນ້າ ຂອງຕົນເອງເພື່ອເສີມໃບຫນ້າໃຫ້ມີສະເຫນໂດດເດັ່ນຂຶ້ນ, ມື້ນີ້ມີວິທີເລືອກໃສ່ແວ່ນຕາໃຫ້ເຂົ້າກັບຮູບຫນ້າມາຝາກກັນ.
ຮູບຫນ້າມົນ: ຄວນເລືອກແວ່ນຕາຊົງທີ່ຊ່ວຍເຮັດໃຫ້ຫນ້າ ເບິ່ງຄືຍາວຂຶ້ນນັ້ນກໍ່ຄືແວ່ນຕາແບບເປັນຫລ່ຽມຂອບແວ່ນຕາຄວນຈະມີ ສີເຂັ້ມເຊັ່ນ ສີນ້ຳຕານແກ່, ຟ້າແກ່ ຫລື ຈະເປັນແບບ ລາຍກໍ່ໄດ້. ສີເຂັ້ມຂອງຂອບຈະຊ່ວຍນຳສາຍຕາຂອງຄົນອື່ນໃຫ້ໄປແນມທີ່ຂອບແວ່ນຕາ ແທນທີ່ຈະເປັນໃບຫນ້າຂອງທ່ານ.
ຮູບຫນ້າຫົວໃຈ ຫລື ຮູບຫນ້າສາມຫລ່ຽມ: ຄົນທີ່ຫນ້າຜາກກວ້າງ, ຄາງແຄບຕ້ອງພະຍາຍາມໃສ່ແວ່ນຕາຊ່ວຍສ້າງສົມດຸນລະຫວ່າງພື້ນທີ່ ກວ້າງທີ່ສຸດ ແລະ ແຄບທີ່ສຸດເທິງໃບຫນ້າ ແວ່ນຕາທີ່ເຫມາະສົມຄວນຈະເປັນຮູບຊົງວົງມົນ ແລະ ຂອບແວ່ນຕາຕ້ອງບາງມີສີອ່ອນທີ່ສຳຄັນຢ່າໃສ່ແວ່ນຕາຂອບໃຫຍ່ຈະເຮັດ ໃຫ້ຫນ້າຜາກເບິ່ງກວ້າງອອກກວ່າເກົ່າ.
ຮູບຫນ້າສີ່ຫລ່ຽມ: ເປັນຄົນທີ່ມີກາມໃຫຍ່, ມີໂຫນກແກ້ມໂນນສູງຄວນເລືອກໃສ່ແວ່ນຕາທີ່ເປັນຮູບວົງມົນຍາວ ຕ້ອງເລືອກໃສ່ແວ່ນຕາທີ່ໃສ່ແລ້ວຢູ່ໃນລະດັບດຽວກັບໂຫນກແກ້ມ ເພື່ອປິດບັງຄວາມໂນນສູງຂອງແກ້ມ ຈະເຮັດໃຫ້ບໍ່ເຫັນຫລ່ຽມເທິງໃບຫນ້າໂດດເດັ່ນເກີນໄປ ເພາະບ່ອນບໍລິເວນຄວາມໂຄ້ງຂອບແວ່ນຕາຈະເປັນເສັ້ນນຳສາຍຕາໃຫ້ທຸກ ຄົນເບິ່ງບໍ່ເຫັນຫລ່ຽມເທິງໃບຫນ້າ.
ຮູບຫນ້າສີ່ຫລ່ຽມຜືນຜ້າແນວຕັ້ງ: ຄືຄົນທີ່ຫນ້າຍາວນັ້ນເອງ ຄວາມກວ້າງລະຫວ່າງແກ້ມ ແລະ ຄາງເກືອບສ່ຳກັນຄວນຈະໃສ່ແວ່ນຕາຊົງຫລ່ຽມຈະເຮັດໃຫ້ໃບຫນ້າຂອງ ທ່ານ ເບິ່ງຄືສັ້ນລົງ.
ຫນ້າຮູບໄຂ່: ຖືວ່າເປັນຄົນທີ່ສົມບູນທີ່ສຸດ ບໍ່ວ່າຈະໃສ່ແວ່ນຕາແບບຊົງໃດກໍ່ເຂົ້າກັບຮູບຫນ້າແບບນີ້ຫມົດ ສຳລັບໃຜທີ່ມີຫນ້າຮູບໄຂ່ແບບນີ້ຖືວ່າ ໄດ້ປຽບ ຖ້າຢາກໃຫ້ໂດດເດັ່ນຂຶ້ນມາທັນທີກໍ່ເລືອກຊື້ແວ່ນຕາທີ່ມີຮູບຊົງ ງາມ ແລະ ສີສັນທີ່ເຂົ້າກັບຜິວຫນ້າຂອງທ່ານພຽງເທົ່ານີ້ ກໍ່ເຮັດໃຫ້ທ່ານກາຍເປັນຄົນທີ່ມີສະເຫນຂຶ້ນມາໄດ້ທັນທີ.
ไม่มีความคิดเห็น:
แสดงความคิดเห็น