ກ່ອນອື່ນເຮົາມາທໍາຄວາມຮູ້ຈັກກັບບັນດາໂລກໄພໄຂເຈັບຕ່າງໆ ທີ່ມັກເກີດຂຶ້ນໃນຊ່ວງລະດູໜາວ, ຊຶ່ງໂລກທີ່ມັກເກີດຂຶ້ນເປັນປະຈໍາ ໃນຊ່ວງລະດູໜາວ ປະກອບມີ ໂລກໄຂຫວັດ, ໂລກປອດບວມ, ໄອ, ຈາມ, ເຈັບຫົວ, ແລະ ອື່ນໆ.
ວິທີການງ່າຍໆ ໃນການເບິ່ງແຍງສຸຂະພາບ ໃນຊ່ວງລະດູໜາວ ສາມາດເຮັດໄດ້ດັ່ງຕໍ່ໄປນີ້:
- ກະກຽມເສື້ອຜ້າ ແລະ ຜ້າຫົມກັນໜາວໃຫ້ພຽງພໍ ກັບສະມາຊິກ ໃນຄົວເຮືອນ
- ນຸ່ງເຄື່ອງໃຫ້ພຽງພໍ ແລະ ອົບອຸ່ນຢູ່ສະເໜີ ແລະ ດື່ມນໍ້າດື່ມອຸ່ນໆ
- ຮັກສາຄວາມອົບອຸ່ນໃຫ້ກັບຮ່າງກາຍ ດ້ວຍການອອກກໍາລັງກາຍ ຢ່າງໜ້ອຍ ມື້ລະ 15-30 ນາທິ, 3-4 ມື້ ຕໍ່ອາທິດ
- ຮັກສາຄວາມສະອາດ ຮ່າງກາຍ ແລະ ຊັກເຄື່ອງນຸ່ງຫົ່ມໃຫ້ເປັນປົກກະຕິ
- ທາໂລຊັນ ຮັກສາຜິວ ເພື່ອບໍ່ໃຫ້ຜິວແຫ້ງຈົນເກີນໄປ
- ເລືອກຮັບປະທານອາຫານ ທີ່ເປັນປະໂຫຍດໃຫ້ກັບຮ່າງກາຍ ແລະ ໃຫ້ພະລັງງານ ເຊັ່ນ ເນື້ອສັດ ໄຂ່ ແລະ ໝາກໄມ້
- ກະກຽມຢາຮັກສາໂລກ ທີ່ຈໍາເປັນ
ເນື່ອງຈາກໃນຊ່ວງອາກາດໜາວ ສະພາບອາກາດຈະແຫ້ງ ແລະ ມີລົມພັດແຮງ ຈຶ່ງ
ອາດກໍ່ໃຫ້ເກີດຄວາມສ່ຽງຫຼາຍຢ່າງຕາມມາ. ດັ່ງນັ້ນ ພວກເຮົາ ຕ້ອງເພີ່ມຄວາມ
ລະມັດລະວັງ ດັ່ງຕໍ່ໄປນີ້:
ດັບທູບທຽນ ໃຫ້ຮຽບຮ້ອຍ ພາຍຫຼັງບູຊາພະ ແລ້ວ
ປິດຟືນ ປິດໄຟ ເມື່ອບໍ່ໃຊ້ແລ້ວ
ບໍ່ຄວນຈູດຂີ້ເຫຍື້ອ ແລະ ຫຍ້າແຫ້ງ ໂດຍບໍ່ມີການເຝົ້າ
ບໍ່ຄວນນອນໃນລົດ ແລະ ຕິດຈັກລົດໄວ້ ເພາະອາດຈະກໍ່ໃຫ້ເກີດ ການຂາດອາກາດຫາຍໃຈ
ບໍ່ຄວນກໍ່ໄຟ ເພື່ອໃຫ້ຄວາມອົບອຸ່ນ ໃນເຂດທີ່ອາກາດ ບໍ່ໂລ່ງ ເພາະ ອາດເກີດການ
ປ່ອຍອາຍກ໊າກໂບນິກ ແລະ ຂາດອາກາດຫາຍໃຈໄດ້
loading...
ไม่มีความคิดเห็น:
แสดงความคิดเห็น