ຫຼາຍໆຄົນຄົງອາດຈະເຄີຍໄດ້ຍິນກ່ຽວກັບອັນຕະລາຍ ທີ່ເກີດຈາກໂທລະສັບ, ແທັບເລັດ, ຄອມພິວເຕີກ່ອນນອນ ເຊິ່ງມັນຈະສົ່ງຜົນຕໍ່ການນອນບໍ່ລັບ ແລະ ອາການນອນບໍ່ພຽງພໍນັ້ນເອງ.
ເຊິ່ງນັກວິໄຈໄດ້ເຜີຍວ່າແສງສີຟ້າຈາກອຸປະກອນເອເລັກໂຕຣນິກເທົ່ານີ້ ສົ່ງຜົນຕໍ່ການຜະລິດ Melatonin ຮໍໂມນຫຼັກໃນການຄວບຄຸມການຫຼັບ ແລະ ຕື່ນ ເຊິ່ງສິ່ງທີ່ຈະເຮັດໃຫ້ຮໍໂມນດັ່ງກ່າວເປັນປົກກະຕິນັ້ນກໍ່ຄື ຄວາມມືດເທົ່ານັ້ນ
ນອກຈາກນີ້ຜົນການວິໄຈຍັງລະບຸວ່າຮໍໂມນ Melatonin ຈະຊ່ວຍປ້ອງກັນການເກີດມະເລັງ, ຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍ, ປ້ອງກັນການເກີດເບົາຫວານ, ການເຜົ່າຜ່ານອາຫານ ແລະ ໂລກຫົວໃຈ
1. ບັນຫາດັ່ງກ່າວນີ້ເຮົາອາດຈະຫ້າມບໍ່ໄດ້ ດ່ັງນັ້ນເຮົາສາມາດຫາວິທີປ້ອງກັນດ້ວຍວິທີດັ່ງນີ້:ໃຊ້ແສງໄຟສີແດງແບບ Night shift ແທນໄດ້ ເພາະແສງນີ້ມັນຈະຊ່ວຍຫຼຸດການລົກວນຂອງຮໍໂມນ Melatonin ນ້ອຍກວ່າແສງສີອື່ນ
2. ໃຊ້ເວລາກັບແສງສະຫວ່າງໃນຕອນກາງເວັນໃຫ້ໄດ້ຫຼາຍທີ່ສຸດ ເຊິ່ງມັນຈະຊ່ວຍໃນການນອນຫຼັບໃນຕອນກາງຄືນດີຂື້ນ
3. ຫຼີກລ່ຽງການເບິ່ງໜ້າຈໍກ່ອນນອນ 3 ຊົ່ງໂມງ ( ຖ້າເຮັດໄດ້ )
4. ໃສ່ແວ່ນຕາທີ່ມີເລນສີສົ້ມມາໃສ່ ແວ່ນຕາດັ່ງກ່າວມັນຈະຊ່ວຍ ບລ໋ອກ ແສງສີຟ້າທີ່ອອກມາຈາກອຸປະກອນອີເລັກໂຕຣນິກເປັນຢ່າງດີ
ไม่มีความคิดเห็น:
แสดงความคิดเห็น