ບໍ່ໜ້າເຊື່ອ...6 ປະໂຫຍດຂອງການກິນເຂົ້າເຊົ້າ




ບໍ່ໜ້າເຊື່ອ...6 ປະໂຫຍດຂອງການກິນເຂົ້າເຊົ້
ຮູ້ບໍ່ວ່າການກິນເຂົ້າເຊົ້າຄືອາຫານທີ່ສຳຄັນທີ່ສຸດທີ່ຈະຊ່ວຍເຕີມເຕັມພະລັງງານຂອງການເລີ່ມຕົ້ນວັນໃຫມ່ໆໃຫ້ສົດໃສ ແລະ ແຖມຍັງແຖມຍັງມີປະໂຫຍດອີກ ທີ່ຮູ້ຕ້ອງບອກວ່າ ບໍ່ນ່າເຊື່ອ


1. ເຂົ້າເຊົ້າຊ່ວຍຄວບຄຸມຄວາມອ້ວນ ແລະ ຊ່ວຍຫລຸດນໍ້າຫນັກໄດ້ເປັນຢ່າງດີ

2. ຈາກຜົນວິໄຈຂອງສະມາຄົມແພດໂຣກຫົວໃຈອາເມລິກາໃນປີ 2003 ພົບວ່າ: ການກິນເຂົ້າເຊົ້າຢ່າງສະຫມຳສະເຫມີຈະຊ່ວຍຫລຸດອາການຄວາມສ່ຽງຂອງການເກີດໂຣກເສັ້ນເລືອດສະຫມອງ ແລະ ໂຣກຫົວໃຈໄດ້ອີກ

3. ການວິໄຈພົບວ່າ: ການກິນເຂົ້າເຊົ້າທຸກມື້ຈະຊ່ວຍເພີ່ມປະສິດທິພາບໃນການຮຽນ ແລະ ການເຮັດວຽກໄດ້ດີຂື້ນ ເຮັດໃຫ້ຄວາມຈຳ ແລະ ລະບົບການຮຽນຮູ້ດີຂື້ນ

4. ຊ່ວຍຫລຸດອາການຄວາມສ່ຽງຂອງການເປັນນິ່ວ ການທີ່ບໍ່ໄດ້ກິນເຂົ້າດົນເຖິ່ງ14ຊົ່ວໂມງຈະເຮັດໃດ້ຄໍເຣັດເຕິຣໍໃນຖົງນໍ້າດີຈັບຕົວກັນນານ

5. ຊ່ວຍຫລຸດການເຕີບໂຕຂອງເບົາຫວານໄດ້ກິນເຂົ້າເຊົ້າທຸກວັນຈະຊ່ວຍພາວະຄວາມບໍ່ປົກກະຕິຂອງຮໍໂມນອິນຊູລີນຫລຸດລົງ35-50%

6. ສຳລັບເດັກນ້ອຍ ທີ່ອົດອາຫານເປັນປະຈຳຈະເຮັດໃຫ້ໄດ້ຮັບສານອາຫານບໍ່ພຽງພໍ

ไม่มีความคิดเห็น:

แสดงความคิดเห็น