ຫາກທ່ານຕ້ອງການໃຊ້ປະໂຫຍດຈາກ iPhone ຂອງທ່ານໃຫ້ໄດ້ຢ່າງເຕັມປະສິດຕິພາບ, 21 ເຄັດລັບດັ່ງຕໍ່ໄປນີ້ຈະເຮັດໃຫ້ຄົນອ້ອມຂ້າງທ່ານອິດສາວິທີການໃຊ້ iPhone ຢ່າງຊານສະຫຼາດຂອງທ່ານ. (ອັນສຸດທ້າຍຖືກໃຈຜູ່ຂຽນທີ່ສຸດເລີຍ)
1. ສາກແບັດເຕີຣີໃຫ້ໄວຂຶ້ນດ້ວຍ Airplane Mode
ທຸກຄັ້ງທີ່ທ່ານຕ້ອງການສາກແບັດເຕີຣີໃຫ້ຂຶ້ນໄວກວ່າປົກກະຕິ ພຽງທ່ານເປີດໂໝດໃນຍົນ ຫຼື Airplane Mode ໃນເວລາທີ່ທ່ານສາກໄຟຢູ່ ເທົ່ານີ້ແບັດເຕີຣີຂອງທ່ານກໍຈະເຕັມໄວກວ່າປົກກະຕິແລ້ວ.
2. ຫາກທ່ານພິມຜິດໃນລະຫວ່າງການຂຽນອີເມວ, ຂໍ້ຄວາມ ຫຼື ແກ້ໄຂຮູບພາບ ໃຫ້ທ່ານສັ່ນໂທລະສັບຂອງທ່ານ ພຽງເທົ່ານັ້ນໜ້າ undo ຫຼື ແກ້ໄຂການພິມຄືນ ກໍຈະສະແດງຂຶ້ນມາ ໃຫ້ທ່ານແກ້ໄຂຄືນໄດ້ຢ່າງງ່າຍດາຍ
3. ຫາກທ່ານຕ້ອງການໃສ່ຈ້ຳເມັດເພື່ອຈົບປະໂຫຍກ ແລ້ວເລີ່ມປະໂຫຍກໃໝ່, ທ່ານສາມາດເຮັດໄດ້ງ່າຍໆໂດຍການກົດປຸ່ມຍະຫວ່າງ 2 ຄັ້ງ
4. ຢາກຮູ້ວ່າມີຍົນລຳໃດກຳລັງບິນຢູ່ເທິງຫົວທ່ານ ທ່ານພຽງເວົ້າວ່າ “What flights are overhead.” ເທົ່ານີ້ iPhone ກໍຈະສະແດງກຣາຟຂອງຍົນທີ່ກຳລັງບິນຢູ່ໃນທ້ອງຟ້າໃກ້ທ່ານແລ້ວ
5. ຖ່າຍຮູບໜ້າຈໍ ຫຼື screenshot ຂອງເວັບໄຊ, ຂໍ້ຄວາມ ຫຼື ເຫດການຕ່າງໆທີ່ເກີດຂຶ້ນໃນ iPhone ຂອງທ່ານເພື່ອເກັບໄວ້ໄດ້ງ່າຍໆ, ພຽງທ່ານກົດປຸ່ມ Home ແລະ ປຸ່ມເປີດ/ປິດ ພ້ອມໆກັນ. ພາບຖ່າຍໜ້າຈໍກໍຈະຖືກບັນທຶກໄວ້ (ສາມາດເຮັດໃນ iPad ໄດ້ເຊັ່ນກັນ)
6. ສອນ Siri ໃຫ້ອອກສຽງໃຫ້ຖືກຕ້ອງທຸກໆຄັ້ງທີ່ Siri ອອກສຽງຄຳໃດນຶ່ງຜິດ, ໃຫ້ທ່ານເວົ້າວ່າ “That’s not how you pronounce ______” ແລ້ວ Siri ຈະໃຫ້ທ່ານບອກການອອກສຽງທີ່ຖືກຕ້ອງ.
7. ຕັ້ງເວລາໃຫ້ເພງ ຫຼື audiobook ຂອງທ່ານປິດໂດຍອັດຕະໂນມັດ ໃນເວລາທີ່ທ່ານເປີດຟັງກ່ອນນອນ
ພຽງທ່ານເປີດແອັບຯ Clock (ໂມງ) ຂຶ້ນມາ, ແລ້ວແຕະໄປທີ່ປຸ່ມ Timer ທີ່ຢູ່ດ້ານຂວາລຸ່ມ. ເມື່ອເຂົ້າມາແລ້ວໃຫ້ທ່ານຕັ້ງໄລຍະເວລາຕາມຄວາມຕ້ອງການຈົນກວ່າເພງຂອງທ່ານຈະປິດລົງ, ຕໍ່ມາແຕະໄປທີ When Timer Ends ແລະ ເລື່ອນລົງມາຈົນເຫັນ “Stop Playing” ແລ້ວເລືອກມັນ. ພຽງເທົ່ານີ້ເພງຂອງທ່ານກໍຈະປິດລົງໂດຍອັດຕະໂນມັດເມື່ອເຖິງເວລາ.
8. ປິດ/ເປີດ ໄອຄອນ iPhone AssistiveTouch ຢ່າງວ່ອງໄວ
ຜູ່ໃຊ້ iPhone ຫຼາຍຄົນມັກເປີດນຳໃຊ້ AssistiveTouch (ຫຼືໄອຄອນກົມໆຢູ່ໜ້າຈໍນັ້ນລະ) ເພື່ອຫຼຸດຜ່ອນການໃຊ້ງານປຸ່ມ Home ລົງ, ແຕ່ບາງຄັ້ງມັນກໍລົບກວນເຮົາໄດ້ ເນື່ອງຈາກມັນຈະຢູ່ບັງໜ້າຈໍເກືອບຕະຫຼອດເວລາ ຫາກທ່ານຕ້ອງການປິດ/ເປີດມັນໃຫ້ເຂົ້າໄປທີ່ Settings > General > Accessibility ແລ້ວແຕະທີ່ AssistiveTouch ແລະ ຫາກທ່ານຕ້ອງການໃຫ້ມັນສາມາດເປີດ/ປິດໄດ້ຢ່າງສະດວກໃຫ້ທ່ານແຕະໄປທີ່ “Triple-click Home” ແລະ ເລືອກ Toogle AssistiveTouch ທ່ານກໍຈະສາມາດເປີດປິດມັນໄດ້ໂດຍການກົດທີ່ປຸ່ມ Home 3 ຄັ້ງ.
9. ທ່ານສາມາດໃຊ້ປຸ່ມ ເພີ່ມ/ຄ່ອຍສຽງ ເພື່ອຖ່າຍຮູບໄດ້ຕະຫຼອດເວລາທີ່ທ່ານເປີດແອັບຯຖ່າຍຮູບຢູ່
10. ວິທີການຖ່າຍຮູບລົວໆ
ໂດຍການກົດປຸ່ມຖ່າຍຮູບຄ້າງໄວ້, iPhone ຈະເຂົ້າສູ່ໂໝດຖ່າຍຮູບລົວໆ ຫຼື burst mode ໂດຍອັດຕະໂນມັດ ເຮັດໃຫ້ທ່ານສາມາດຖ່າຍຮູບວັດຖຸເຄື່ອນໄຫວໄດ້ງ່າຍຂຶ້ນ
11. ໃຊ້ iPhone ຂອງທ່ານເປັນໂຕວັດແທກລະດັບຄວາງທ່ຽງ. ພຽງທ່ານປັດນິ້ວໄປຊ້າຍເວລາຢູ່ໃນແອັບຯ Compass ເທົ່ານັ້ນ ທ່ານກໍສາມາດໃຊ້ iPhone ເປັນໂຕວັດແທກຄວາມທ່ຽງໄດ້ແລ້ວ
12. ໃຊ້ປຸ່ມ Speak ໃນ iPhone ເພື່ອໃຫ້ໂທລະສັບອ່ານອອກສຽງໃຫ້ທ່ານໄດ້ຍິນ
ຫາກທ່ານຕ້ອງການໃຊ້ຄວາມສາມາດນີ້ ທ່ານຕ້ອງເຂົ້າໄປເປີດນຳໃຊ້ກ່ອນ ໂດຍເຂົ້າໄປທີ່ Settings > General > Accessibility ຫຼັງຈາກນັ້ນໃຫ້ເປີດ Speak Selection. ທ່ານສາມາດເລືອກສຽງໄດ້ຫຼາຍປະເພດ ຕັ້ງແຕ່ສຳນຽງອົດສະຕາລີ, ອັງກິດ, ສະເປນ ຯລຯ. ເພື່ອໃຫ້ໂທລະສັບອ່ານອອກສຽງ ໃຫ້ທ່ານເລືອກຂໍ້ຄວາມໃດນຶ່ງ (ໂດຍການແຕະ 2 ຄັ້ງ ຫຼື ແຕະຄ້າງໄວ້ໃສ່ຂໍ້ຄວາມ), ຫຼັງຈາກນັ້ນໃຫ້ແຕະທີ່ປຸ່ມ Speak ຈາກເມນູທີ່ເດັ້ງຂຶ້ນມາ. ຫາກທ່ານບໍ່ເຫັນປຸ່ມ Speak ໃຫ້ທ່ານແຕະໄປທີລູກສອນຂວານ້ອຍໆຈາກເມນູທີ່ເດັ້ງຂຶ້ນມາ ແລ້ວຈຶ່ງເລືອກ Speak.
13. ສ້າງລະຫັດຜ່ານ passcode ທີ່ໃຊ້ເວລາປົດລັອກໂທລະສັບດ້ວຍໂຕອັກສອນແທນໂຕເລກ.
ເຂົ້າໄປທີ່ Settings > General > Passcode Lock ແລ້ວປິດ “Simple Passcode” ລະບົບຈະຖາມໃຫ້ທ່ານປ່ຽນ passcode, ທ່ານຈະເຫັນວ່າແປ້ນພິມເຕັມໆໄດ້ຖືກສະແດງຂຶ້ນແທນທີ່ແປ້ນພິມໂຕເລກ. ເມື່ອທ່ານຈະປົດລັອກໂທລະສັບ ແປ້ນພິມເຕັມໆນີ້ກໍຈະສະແດງຂຶ້ນມາເພື່ອໃຫ້ທ່ານປ້ອນລະຫັດຜ່ານເຊັ່ນກັນ.
14. ໃສ່ນາມສະກຸນເວັບຢ່າງວ່ອງໄວ
ພຽງທ່ານກົດປຸ່ມ . ຢູ່ໃນແປ້ນພິມຂອງທ່ານຄ້າງໄວ້ ເທົ່ານັ້ນເມນູລາຍການນາມສະກຸນເວັບກໍຈະຖືກສະແດງຂຶ້ນເຊັ່ນ .com .org .net ຯລຯເປັນຕົ້ນ
15. ເບິ່ງປະຕິທິນແບບລະອຽດຂຶ້ນໄດ້ໂດຍການງ່ຽງ iPhone ແລ້ວເບິ່ງໃນໂໝດ landscape ຫຼື ໂໝດລວງນອນ
16. ເບິ່ງອີເມວສະບັບຮ່າງ (draft) ຢ່າງວ່ອງໄວ ໂດຍການກົດປຸ່ມຂຽນອີເມວທີ່ຢູ່ດ້ານຂວາລຸ່ມຄ້າງໄວ້ ແລ້ວລະບົບຈະພາທ່ານໄປຫາໜ້າຕ່າງສະບັບຮ່າງເອງ.
17. ເບິ່ງເວລາການສົ່ງຂໍ້ຄວາມດ້ວຍການສະໄລ້ຂໍ້ຄວາມໄປທາງຊ້າຍ
18. ຖ່າຍຮູບໂດຍລັອກ autofocus ແລະ exposure
ໃນເວລາທີ່ທ່ານກຳລັງຈະຖ່າຍຮູບ ໃຫ້ທ່ານກົດທີ່ໜ້າຈໍຄ້າງໄວ້ຈົນກວ່າຈະມີກ່ອງສີ່ຫຼ່ຽມສີເຫຼືອງສະແດງຂຶ້ນມາ ກົດຄ້າງໄວ້ຈົນທ່ານເຫັນຄຳວ່າ AE/AF Lock ດັ່ງຮູບແລ້ວໃຫ້ປ່ອຍນິ້ວ. ເທົ່ານີ້ທ່ານກໍລັອກ autofocus ແລະ exposure ໄວ້ແລ້ວ. ມັນຈະເປັນແນວນີ້ຈົນກວ່າທ່ານຈະທຳການຖ່າຍຮູບ.
19. ສ້າງ shortcut ຂໍ້ຄວາມ
ໃຫ້ທ່ານເຂົ້າໄປທີ່ Settings > General > Keyboard > Shortcuts > Add New Shortcut ແລ້ວປ້ອນຂໍ້ຄວາມທີ່ທ່ານມັກໃຊ້ເປັນປະຈຳ ແລະ ຂໍ້ຄວາມສັ້ນທີ່ທ່ານຈະໃຊ້ແທນຄຳນັ້ນ, ທຸກໆຄັ້ງທີ່ທ່ານພິມຂໍ້ຄວາມສັ້ນໃນ ຂໍ້ຄວາມເຕັມຈະຖືກສະແດງຂຶ້ນໂດຍອັດຕະໂນມັດ!
20. ໃຫ້ iPhone ເຕືອນທ່ານດ້ວຍແສງແທນສຽງ
ແທນທີ່ iPhone ຈະແຈ້ງເຕືອນທ່ານໂດຍການສັ່ນ ຫຼື ສຽງເວລາທີ່ທ່ານໄດ້ຮັບຂໍ້ຄວາມ ຫຼື ມີການໂທເຂົ້າ, ທ່ານສາມາດຕັ້ງໃຫ້ມັນສະແດງແສງ flash ເຕືອນແທນໄດ້. ໃຫ້ທ່ານເຂົ້າໄປທີ່ Settings > General > Accessibility ແລ້ວເລື່ອນລົງມາຈົນເຫັນ LED Flash for Alerts ແລ້ວທຳການເປີດນຳໃຊ້ມັນ.
21. ປັບແຕ່ງຈັງຫວະການສັ່ນ
ທ່ານສາມາດປ່ຽນຈັງຫວະການສັ່ນເວລາໄດ້ຮັບການແຈ້ງເຕືອນໄດ້. ໃຫ້ທ່ານເຂົ້າໄປທີ່ Settings > Sounds > Ringtone > Vibration > Create New Vibration. ພຽງເທົ່ານີ້ທ່ານກໍຈະສາມາດຮູ້ໄດ້ວ່າໃຜໂທຫາ ຫຼື ສົ່ງຂໍ້ຄວາມຫາ ພຽງແຕ່ຈາກການສັ່ນເຕືອນເທົ່ານັ້ນ (ຕົວຢ່າງສັ່ນລົວໆ ແມ່ນກິກໂທມາ, ສັ່ນຍາວວວວວວ ແມ່ນເມຍໂທມາ ຮະຮະຮະ #ຜິດ)